ຮ່ວມສົ່ງຜົນງານຊີງລາງວັນ ຊີໄຣ 2019 ເນັ້ນບົດກະວີ

62

ໂອກາດດີໆມາອີກແລ້ວ ສໍາລັບນັກປະພັນ ນັກກະວີທັງຫຼາຍ ສາມາດສົ່ງບົດຂອງຕົນເຂົ້າຮ່ວມການປະກວດ ເພື່ອຊີງລາງວັນ ຊີໄຣ ປະຈໍາປີ 2019.

ສະມາຄົມນັກປະພັນລາວ ແຈ້ງ ເຊີນຊວນບັນດານັກກະວີລາວ ສົ່ງຜົນງານການຂີດຂຽນຂອງຕົນ ໃນປະເພດ “ບົດກະວີ” ເຂົ້າຮ່ວມກວດສອບ ຊີງລາງວັນ ວັນນະກໍາສ້າງສັນສຸດຍອດແຫ່ງອາຊຽນ ຫຼື ຊີໄຣ (The S.E.A Write Awards) ປະຈໍາປີ 2019

ຕາມເງື່ອນໄຂນີ້: ຕ້ອງແມ່ນບົດກະວີທີ່ດີເດັ່ນ ເປັນເອກະລັກຂອງຜູ້ກວດສອບແທ້ (ບໍ່ລອກລຽນ, ດັດແປງຜົນງານຂອງຄົນອື່ນ), ມີເນື້ອໃນຕິດພັນກັບພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ມີຄວາມຄິດສ້າງສັນ ກ້າວໜ້າ, ສົ່ງເສີມການເຊື່ອມໂຍງມິດຕະພາບ-ການຮ່ວມມື ກັບພາກພື້ນ ແລະ ສາກົນ,

ຜົນງານຕ້ອງເປັນພາສາລາວ, ເປັນເຫຼັ້ມສະເພາະຂອງຜູ້ກວດສອບ, ພິມຈາກໂຮງພິມ, ມີທະບຽນຖືກຕ້ອງ, ໂດຍໃຫ້ຄັດເລືອກບົດ ທີ່ເຫັນວ່າດີເດັ່ນທີ່ສຸດຂອງຕົນ ຈໍານວນ 1 ບົດ ເຂົ້າຮ່ວມການກວດສອບ ແຕ່ຄະນະກໍາມະການຈະພິຈາລະນາຜົນງານທັງເຫຼັ້ມ ປະກອບໃນການພິຈາລະນາຕັດສິນ,

ຜົນງານການຂຽນທີ່ເຄີຍໄດ້ຮັບລາງວັນອື່ນມາແລ້ວ ຢູ່ພາຍໃນປະເທດກໍສາມາດສົ່ງເຂົ້າຊີງລາງວັນໄດ້ເຊັ່ນກັນ ລວມໄປເຖິງຄົນທີ່ເຄີຍໄດ້ຮັບລາງວັນນີ້ມາແລ້ວ ກໍສາມາດສົ່ງບົດປະເພດອື່ນທີ່ບໍ່ແມ່ນປະເພດເດີມເຂົ້າປະກວດໄດ້.

ຕ້ອງຈັດສົ່ງຜົນງານການກວດສອບ ໃຫ້ຄະນະກໍາມະການຕັດສິນ ຈໍານວນ 5 ຊຸດ ພ້ອມກັບໃບສະໝັກລົງທະບຽນ (ບໍ່ມີຄ່າທໍານຽມ)
ເລີ່ມຮັບຕັ້ງແຕ່ວັນທີ 03 ມິຖຸນາ 2019 ເຖິງ ວັນທີ 3 ຕຸລາ 2019 ບ່ອນຈັດສົ່ງແມ່ນທີ່ ກອງເລຂາ ລາງວັນ ຊີໄຣ/ສະມາຄົມນັກປະພັນລາວ, ກະຊວງ ຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ຊັ້ນ 1 ຕຶກສະຖາບັນຄົ້ນຄວ້າວັດທະນະທໍາເກົ່າ ຄຸ້ມສີເມືອງ ຕູ້ ໄປສະນີ 1631, ນະຄອນຫຼວງວຽງຈັນ ແລະ ຈະມີການມອບຮັບລາງວັນທີ່ ບາງກອກ, ປະເທດໄທ ໃນປີ 2020.