ຮ່ວມເຊຍ ທີມຊາດລາວພົບສີລັງກາ ໃນນັດມິດຕະພາບ

66

ໄລຍະນີ້ຖືເປັນລະດູການຂອງການແຂ່ງຂັນບານເຕະ ຫຼາຍລຸ້ນ ແລະຫຼາຍຄູ່ຮ່ວມກັນໃນນັ້ນຈະມີທັງການແຂ່ງຂັນຊີງແຊັມ ແລະເຕະແບບມິດຕະພາບລະຫວ່າງຊາດ.

ແລະ ແຟນບານບໍ່ຄວນພາດ ກັບ 1 ນັດການແຂ່ງຂັນບານເຕະ ມິດຕະພາບ (International Friendly A Match) ທີ່ທີມຊາດລາວ ພົບ ສີລັງກາ ຕາມການຖະແຫລງຂ່າວກ່ອນເກມ ຂອງ ສະຫະພັນບານເຕະແຫ່ງຊາດລາວ ແຈ້ງບອກ ການແຂ່ງຂັນນັດນີ້ມີຂຶ້ນ ໃນມື້ອື່ນວັນ 28 ພຶດສະພາ 2019.

ເປັນການແຂ່ງຂັນ ນັດມິດຕະພາບ ລະຫວ່າງທີມຊາດລາວ ພົບ ສີລັງກາ ນີ້ ເຂົ້າຊົມຟຣີເດີ້ ຈະໄປຊົມແບບຕິດຂອບສະໜາມ ທີ່ສະຫນາມກິລາແຫ່ງຊາດຫລັກ 16

ຫຼື ຈະຕິດຕາມການຖ່າຍທອດສົດໄດ້ທີ່ ແອັບ ຫຼື ເວບ MYCUJOO ໄດ້ ແລ້ວໄປຮ່ວມລຸ້ນ ແລະ ເຊຍໄປພ້ອມໆກັນ ເລີ່ມແຂ່ງ ເວລາ 18:30.