Monthly Archives: May, 2019

ມອບອຸປະກອນກໍ່ສ້າງ ມູນຄ່າ 1 ຕື້ກວ່າກີບ ໃຫ້ຜູ້ຖືກນໍ້າຖ້ວມຢູ່ສະໜາມໄຊ

ເພື່ອເປັນການປະກອບສ່ວນສົມທົບທຶນຮອນ ຊ່ວຍເຫຼືອປົວແປງອາຄານບ້ານເຮືອນ ໃຫ້ແກ່ຜູ້ປະສົບໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປືໃນໄລຍະຜ່ານມາ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະກອບສ່ວນຊ່ວຍເຫຼືອອຸປະກອນຮັບໃຊ້ການກໍ່ສ້າງໃຫ້ແຂວງອັດຕະປື ລວມມູນຄ່າ 1 ຕື້ກວ່າກີບ.   ໃນໂອກາດທີ່ ທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງ ຮສສ ພ້ອມຄະນະລົງ ເຮັດວຽກຢູ່ 4 ແຂວງພາກໃຕ້ ໃນລະຫວ່າງວັນທີ 20...

ເກັ່ງ!!!ເຈົ້າໜ້າທີ່ເມືອງໄຊທານີ ບຸກຈັບໄດ້ຍົກແກ້ງຜູ້ຄ້າຢາ

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດແກ້ໄຂເປົ້າໝາຍຢາເສບຕິດໄດ້ຢ່າງທັນການພາຍໃນວັນດຽວ ຢູ່ເຂດບ້ານສີວິໄລ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ກັກຕົວໄດ້ຍົກແກ້ງທັງຜູ້ຂາຍ ແລະ ຜູ້ເສບ ລວມມີ 5 ຄົນ ຍິງ 2 ຄົນ ພ້ອມຂອງກາງຢາບ້າ 985 ເມັດ. ໃນເບື້ອງຕົ້ນແມ່ນໄດ້ເຂົ້າກັກຕົວເປົ້າໝາຍຢູ່ໃນເຮືອນຜູ້ກ່ຽວຄື ໃນວັນທີ...

ລັດສົ່ງເສີມການສົ່ງອອກ ສິນຄ້າບາງລາຍການບໍ່ຈຳເປັນຕ້ອງຂໍອະນຸຍາດ

ປະເທດລາວໃນພາບລວມ ແຕ່ລະປີເຮົາຍັງຂາດດູນການຄ້າຢູ່ຍ້ອນເຮົາເປັນປະເທດນ້ອຍ ແລະກຳລັງພັດທະນາ ການຜະລິດເພື່ອສົ່ງອອກຍັງມີປະລິມານບໍ່ຫຼາຍ ສະນັ້ນ ເພື່ອຊຸກຍູ້ຂະບວນການສົ່ງອອກໃຫ້ມີມູນຄ່າສູງຂຶ້ນ ລັດຖະບານມີນະໂຍບາຍພິເສດໃຫ້ຜູ້ປະກອບການທີ່ຜະລິດສິນຄ້າສົ່ງເສີມບາງປະເພດສາມາດສົ່ງອອກໂດຍບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ. ພາບປະກອບຂ່າວ   ໂດຍອີງຕາມຂໍ້ຕົກລົງສະບັບເລກທີ 0023/ອຄ. ກທຄວ ລົງວັນທີ 09 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ແລະ ອີງຕາມຂໍ້ຕົກລົງສະບັບເລກທີ 0044/ອຄ.ກທຄວ ລົງວັນທີ 18 ມັງກອນ 2019 ວ່າດ້ວຍການຮັບຮອງເອົາກິດຈະການອຸດສາຫະກໍາ ແລະ ການຄ້າ...

ອາໂກ້ຍ ຄວ້າລາງວັນ “Best Photogenic” ຈາກເວທີ Mister United World 2019

ຍິນດີນໍາໜຸ່ມລາວ ອາໂກ້ຍ ອາໂກ້ຍ ວັນນະກອນ ໜຸ່ມຈາກແດນໃຕ້ ແຂວງ ຈຳປາສັກ ຕົວແທນ Mister United World Laos 2019 ຄວ້າລາງວັນ “Best Photogenic” ຈາກງານປະກວດ Mister United World 2019 ຢູ່ປະເທດໄທ ໃນວັນທີ 26...

ເຜີຍ! ສາເຫດການແຕກພັງຂອງສັນຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍ ບໍ່ແມ່ນເຫດສຸດວິໄສ

ຈາກເຫດການຄູກັນນໍ້າ D ເຂື່ອນເຊປຽນ-ເຊນໍ້ານ້ອຍ ທີ່ເມືອງສະໜາມໄຊ ແຂວງອັດຕະປືແຕກພັງ ເມື່ອວັນທີ 23 ກໍລະກົດ 2018 ຜ່ານມາ ເຮັດໃຫ້ສູນເສຍດ້ານຊີວິດ ແລະ ຊັບສິນ ຈຳນວນຫຼາຍນັ້ນ. ຫຼ້າສຸດຮອງປະທານອົງການກວດກາລັດຖະບານ, ຮອງຄະນະສືບສວນໄດ້ເປີດເຜີຍເຖິງສາເຫດທີ່ແທ້ຈິງ ພາຍຫຼັງຜ່ານການກວດສອບແລ້ວວ່າ: ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ຄູກັນນໍ້າ D ແຕກພັງກໍ່ຕາມ ແຕ່ໃນເວລາການແຕກພັງໄດ້ເລີ່ມຕົ້ນຂຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າ ຍັງຕໍ່າກວ່າລະດັບສັນເຂື່ອນຫຼາຍ, ສະນັ້ນ...

ມີຜູ້ເສຍຊີວິດ ຢ່າງໜ້ອຍ 3 ຄົນ ຈາກເຫດຊາຍເສຍສະຕິ ໄລ່ແທງຄົນໃນຍີ່ປຸ່ນ

ນັກຮຽນຍິງຢ່າງໜ້ອຍ 1 ຄົນ ແລະ ຊາຍ 1 ຄົນ ເສຍຊີວິດຈາກເຫດໄລ່ແທງປະຊາຊົນໃນເຂດໃຈກາງເມືອງຄາວາຊາກິ ທາງພາກຕາເວັນອອກຂອງຍີ່ປຸ່ນ ຂະນະທີ່ ຜູ້ຕ້ອງສົງໄສເປັນຄົນຮ້າຍກໍ່ເສຍຊີວິດເຊັ່ນກັນ ຫຼັງໃຊ້ມີດແທງບໍລິເວນຄໍ ແລະ ໄຫຼ່ຂອງຕົວເອງ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຄາວາຊາກິ ປະເທດຍີ່ປຸ່ນ ເມື່ອວັນອັງຄານ ທີ 28 ພຶດສະພາ ກ່ຽວກັບຄວາມຄືບໜ້າຫຼັງເກີດເຫດຊາຍອາຍຸປະມານ 40-50 ປີ ໃຊ້ມີດໄລ່ແທງປະຊາຊົນທີ່ກໍາລັງສັນຈອນໄປມາບໍລິເວນສວນສາທາລະນະແຫ່ງໜຶ່ງໃກ້ກັບສະຖານີລົດໄຟສາຍຫຼັກ ໃນເຂດໃຈກາງເມືອງຄາວາຊາກິ...

ນະຄອນຫຼວງ ທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າຫຼາຍລາຍການ (ຫຼັກໆຄືເຄື່ອງໃຊ້ໄຟຟ້າ)

ນະຄອນຫຼວງວຽງຈັນເປັນຈຸດສູນກາງຂອງເກືອບທຸກຢ່າງບໍ່ວ່າຈະເປັນການເມືອງ, ເສດຖະກິດ ແລະ ການສຶກສາ ປະລິມານການຊື້ຫຼາຍ, ຜູ້ບໍລິໂພກມີຫຼາຍລະດັບ. ສະນັ້ນ, ຈິ່ງເກີດມີການສວຍໂອກາດນຳເອົາຂອງແປກປອມລອກຮຽນແບບເຂົ້າມາຈຳໜ່າຍ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງກໍ່ເຮັດໜ້າທີ່ຂອງຕົນເອງໄດ້ດີ ຫຼ້າສຸດໄດ້ກວດພົບສິນຄ້າລອກຮຽນແບບຈຳນວນໜຶ່ງ ແລະ ນຳໄປທຳລາຍຖີ້ມທ້າຍອາທິດຜ່ານມາ.     ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້າ ທີ່ຮຽນແບບເຄື່ອງໝາຍການຄ້າ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຜູ້ຊີ້ນຳວຽກງານຄຸ້ມຄອງ ຕິດຕາມ-ກວດກາ...

“ຢາກໃຫ້ກັບມາ” ເພງໃໝ່ ຂອງ ຕານຸ ວັນນະສິນ

ຫຼາຍຄົນຍັງຄົງຄຸ້ນສຽງກັນດີ ກັບໜຸ່ມ ຕານຸ ຫຼື ວັນນະສິນ ທິບອາໄພ ທີ່ມີນໍ້າສຽງເປັນເອກະລັກ ກ່ອນໜ້ານີ້ໄດ້ປ່ອຍບົດເພງທໍາອິດຂອງຕົນ ຄືເພງ “ເຫຼືອໄວ້ພຽງນໍ້າຕາ” ທີ່ຖືວ່າເປັນກະແສ ແລະ ໂດ່ງດັງຫຼາຍ ເຮັດໃຫ້ມີແຟນເພງ ມີຄົນຮູ້ຈັກ ຕານຸ ຫຼາຍຂຶ້ນກວ່າເກົ່າ. ປັດຈຸບັນ ຕານຸ ໄດ້ປ່ອຍ ເພງທີສອງອອກມາໃຫ້ແຟນໆ ໄດ້ຮັບຟັງກັນແລ້ວຄືເພງ “ຢາກໃຫ້ກັບມາ” ເປັນເພງທີ່ບອກເລົ່າເລື່ອງລາວຄວາມເປັນໄປຂອງຊີວິດ ແລະ...

ນັກທຸລະກິດ ຈີນ ລົງທຶນ 4 ລ້ານໂດລາ ຂຸດຄົ້ນດິນໜຽວແດງ ແລະ ຫີນປູນຢູ່ແຂວງຫົວພັນ

ນັກລົງທຶນຈາກຈີນ ໄດ້ເຊັນສັນຍາລົງທຶນຂຸດຄົ້ນ - ປຸງແຕ່ງດິນໜຽວແດງ ແລະ ຫີນປູນ ເພື່ອມາເປັນວັດຖຸດິບປະສົມເຂົ້າໃນຂະບວນການຜະລິດຊີມັງ ຢູ່ເຂດເມືອງວຽງໄຊ ແຂວງຫົວພັນ ກວມເປັນເນື້ອທີ່ເກືອບ 10 ເຮັກຕາ ຈະໃຊ້ທຶນຫຼາຍກວ່າ 4 ລ້ານໂດລາສະຫະລັດ ໄລຍະສຳປະທານ 5 ປີ. ພິທີລົງນາມໄດ້ມີຂຶ້ນໃນທ້າຍອາທິດຜ່ານມາທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທົນ, ຕາງໜ້າເຊັນສັນຍາຝ່າຍແຂວງຫົວພັນ ໂດຍແມ່ນ ທ່ານ ຄອນທອງ...

ແຂວງຄໍາມ່ວນ – ກວາງບິ່ງ ວາງສະແດງສິນຄ້າຍູ້ການຮ່ວມມືພາກທຸລະກິດ

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ສປປ ລາວ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ກວາງບິ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນ ພ້ອມທັງວາງສະແດງ ແລະ ຈໍາໜ່າຍສິນຄ້າຂຶ້ນໃນອາທິດທີ່ຜ່ານມານີ້ ຢູ່ທີ່ໂຮງແຮມແມ່ຂອງ 4 ຊັ້ນເທສະບານເມືອງທ່າແຂກ. ຝ່າຍແຂວງຄໍາມ່ວນ ນໍາໂດຍ ທ່ານ ທອງໄຊ ມັງໜໍ່ເມກ...
- Advertisment -
Slide
Slide

Most Read

error: Content is protected !!