ແຈ້ງ! 2019 ຊຽງຂວາງ ກຽມເປີດສົກຮຽນໃໝ່ສາຍສາມັນວັນທີ 15 ກໍລະກົດ

99

ງານມະຫາກຳກິລາແຫ່ງຊາດຄັ້ງທີ XI ທີ່ຈະຈັດຂຶ້ນຢູ່ແຂວງຊຽງຂວາງ (ແຂວງຊຽງຂວາງ ເປັນເຈົ້າພາບ) ກ່ອນໜ້ານີ້ຫຼາຍໂຮງຮຽນໄດ້ມີການວາງແຜນການຮຽນ-ການສອນຄັກແນ່ ເພື່ອໃຫ້ສຳເລັດຫຼັກສູດໂດຍບໍ່ກະທົບນັກຮຽນ ແຕ່ເນື່ອງຈາກງານໄດ້ເລື່ອນອອກໄປ 2 ຄັ້ງ ກ່ອນໜ້ານີ້ແລ້ວ ສະນັ້ນຈິ່ງໄດ້ມາວາງແຜນການຄືນໃໝ່ ກຽມເປີດຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ ຫາ ວັນທີ 1 ເມສາ 2020 ທີ່ຈະມາເຖິງນີ້.

 

ພາບປະກອບຂ່າວ

 

ເພື່ອເຮັດໃຫ້ການກະກຽມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງໄດ້ຮັບກຽດເປັນເຈົ້າພາບ ທີ່ຈະເປີດເປັນທາງການວັນທີ 22 ມີນາ 2020 ແລະ ປິດ ໃນວັນທີ 1 ເມສາ 2020 ມີຄວາມພ້ອມໃນດ້ານຕ່າງໆ ມີຜົນສຳເລັດໄປດ້ວຍດີ ກາຍເປັນຄວາມຮັບຜິດຊອບຂອງທຸກຄົນໃນສັງຄົມ, ເຈົ້າແຂວງ ແລະ ປະທານຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຈຶ່ງໄດ້ມີການແຈ້ງການເຖິງພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດດັ່ງນີ້:

ພາບປະກອບຂ່າວ

 

ໃຫ້ແຕ່ລະພາກສ່ວນທີ່ດຳເນີນການຮຽນ-ການສອນ ໃນທົ່ວແຂວງແມ່ນຈະບໍ່ໃຫ້ພັກສິ້ນປີຮຽນ 2018-2019 ຫຼັງຈາກການສອບເສັງປະຈໍາສົກຮຽນ 2018-2019 ສໍາເລັດແລ້ວ ໃຫ້ສືບຕໍ່ກະກຽມດຳເນີນການຮຽນ-ການສອນ ປະຈຳສົກຮຽນ 2019-2020 ໄປເລີຍຕາມຫຼັກສູດໂຄງການ ເພາະການກະກຽມ ແລະ ດຳເນີນງານຈະໄດ້ພັກຮຽນ 2 ເດືອນຄື: ເດືອນ 2, 3 2020 ເພື່ອຈະໄດ້ນຳໃຊ້ສະຖານທີ່ອາຄານຂອງບັນດາໂຮງຮຽນຕ່າງໆ ເຂົ້າຮັບໃຊ້ໃນງານມະຫາກຳກິລາດັ່ງກ່າວ ແລະ ພ້ອມກັນນັ້ນພະນັກງານລັດຖະກອນ ຄູອາຈານ ພ້ອມດ້ວຍນັກຮຽນນັກສຶກສາ ກໍ່ຈະໄດ້ປະກອບສ່ວນຮັບໃຊ້ງານໃນຄັ້ງນີ້ເປັນຈຳນວນຫຼວງຫຼາຍ.

ພາບປະກອບຂ່າວ

ສ່ວນວ່າຢູ່ບັນດາເມືອງ ທີ່ຢູ່ຫ່າງໄກກໍ່ແມ່ນເປີດໂອກາດຮ່ວມພະລັງສາມັກຄີເປັນຈິດໜຶ່ງໃຈດຽວເປັນເຈົ້າພາບທີ່ດີມາຊົມ, ມາເຊຍ ແລະ ຮັບແຂກຕາມສະພາບຕົວຈິງຂອງແຕ່ລະເມືອງ, ແຕ່ລະໂຮງຮຽນ.

ຫຼັງຈາກສຳເລັດງານແລ້ວ ຕົ້ນເດືອນ ເມສາ 2020 ຈຶ່ງຈະໄດ້ສືບຕໍ່ດຳເນີນການຮຽນ-ການສອນ ພາກຮຽນທີ II ແລ້ວກະກຽມສອບເສັງປະຈຳສົກຮຽນ 2019-2020. ສໍາລັບໂຮງຮຽນມັດທະຍົມຕອນຕົ້ນ, ຕອນປາຍ ສາຍສາມັນທາງພາກລັດ ແລະ ເອກະຊົນແມ່ນໃຫ້ປະຕິບັດດັ່ງນີ້:

ໃຫ້ດຳເນີນການຮຽນ-ການສອນ ພາກຮຽນທີ I ສົກຮຽນ 2019-2020 ແມ່ນໃຫ້ເລີ່ມຕົ້ນຮຽນແຕ່ວັນທີ 15 ກໍລະກົດ 2019 ຫາ ວັນທີ 15 ພະຈິກ 2019; ວັນທີ 18-22 ພະຈິກ 2019 ຄົ້ນຄວ້າກະກຽມສອບເສັງພາກຮຽນ I; ວັນທີ 25-29 ພະຈິກ 2019 ດໍາເນີນການສອບເສັງພາກຮຽນທີ I; ວັນທີ 03-06 ທັນວາ 2019 ກວດບົດ, ເຂົ້າຄະແນນພາກຮຽນ I.

 

ພາບປະກອບຂ່າວ

 

ວັນທີ 9 ທັນວາ 2019 ຫາ ວັນທີ 21 ກຸມພາ 2020 ເຂົ້າຮຽນພາກຮຽນ II; ວັນທີ 22 ກຸມພາ 2020 ຫາ ວັນທີ 03 ເມສາ 2020 ພັກຮຽນເພື່ອກຽມ ແລະ ເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດຄັ້ງທີ  XI; ວັນທີ 06 ເມສາ 2020 ສືບຕໍ່ຮຽນພາກຮຽນ II ຈົນຮອດວັນທີ 22 ພຶດສະພາ 2020 ຈາກນັ້ນ ຈຶ່ງດຳເນີນການສອບເສັງພາກຮຽນທີ II (ສໍາລັບມື້ຢຸດການຮຽນ-ການສອນ ພາກຮຽນທີ II ໃຫ້ປະຕິບັດຕາມຄຳແນະນຳຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ)

ສຳລັບອະນຸບານ ແລະ ປະຖົມສຶກສາສຍສາມັນທາງພາກລັດ ແລະ ເອກະຊົນ ແມ່ນໃຫ້ດຳເນີນການຮຽນ-ການສອນ ພ້ອມກັນກັບມັດທະຍົມ ແຕ່ການສອບເສັງພາກຮຽນທີ່ສອງ ຈະມີການຫຼຸດໂຕນກັບມັດທະຍົມ. ສະນັ້ນ, ໃຫ້ແຕ່ລະເມືອງ ແຕ່ລະໂຮງຮຽນຕ້ອງບໍລິຫານ ແລະ ຄຸ້ມການປະຕິບັດຕາມຫຼັກສູດໂຄງການຂອງກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດອອກໃຫ້ຄົບຖ້ວນ.

 

 

ສ່ວນສະຖາບັນໂຮງຮຽນການເມືອງ-ການປົກຄອງ, ວິທະຍາໄລທາງພາກລັດ ແລະ ເອກະຊົນ, ສິນການສຶກສານອກໂຮງຮຽນ, ໂຮງຮຽນສ້າງແພດ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ຈະໄດ້ດຳເນີນການຮຽນ-ການສອນ ຈະເອົາຕາມວັນເວລາຂອງສາຍສາມັນ ຫຼື ບໍ ຂໍໃຫ້ໂຮງຮຽນເປັນຜູ້ກຳນົດຈະເລີ່ມວັນທີເທົ່າໃດ ເດືອນໃດ ຫາວັນທີເທົ່າໃດ ເດືອນໃດ ພື້ນຖານແມ່ນໃຫ້ປະຕິບັດຕາມຫຼັກສູດໂຄງການຂອງແຕ່ລະໂຮງຮຽນ (ເພາະຈະໄດ້ພັກຮຽນ ເດືອນ 2-3 ປີ 2020)