Monthly Archives: December, 2020

ຢູມັນນີ ສະຫຼອງຄົບຮອບ 2 ປີ ສະໜອງບໍລິການສັງຄົມ

ພາຍໃນ 2 ປີ ການສະໜອງບໍລິການກະເປົາເງິນເອເລັກ ໂຕຣນິກ ຢູມັນນີ “ u-money ” ມີຜົນງານອັນໂດດເດັ່ນຫຼາກຫຼາຍຢ່າງ, ມີຮ້ານຕົວແທນບໍລິການຫຼາຍກວ່າ 10.000 ຮ້ານ, ມີລູກຄ້າ 5 ແສນກວ່າຄົນ ແລະ ຮ້ານຄ້າຮັບຊຳລະ QR code ຫຼາຍກວ່າ 6 ພັນຮ້ານໃນທົ່ວປະເທດ ໃນວັນທີ 9...

ຜົນກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 9

ຕອນເຊົ້າວັນທີ 9 ທັນວາ 2020, ພະນະທ່ານ ທອງລຸນ  ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ - ແມ່ນໍ້າເຈົ້າພະຍາ - ແມ່ນໍ້າຂອງ ( ACMECS ) ຄັ້ງທີ 9 ພາຍໃຕ້ຄຳຂວັນ...

ເຟສບຸ໊ກເລັ່ງກຳຈັດຂ່າວປອມກ່ຽວກັບວັກແຊັງໂຄວິດ – 19

ສື່ສັງຄົມອອນລາຍເຟສບຸ໊ກ ( Facebook) ປະກາດຈະເລີ່ມກໍາຈັດ ຫຼື ຫຼຸດຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບວັກແຊັງໂຄວິດ- 19 ອອກຈາກໜ້າເຟສບຸ໊ກ ເນື່ອງຈາກເປັນການເຜີຍແຜ່ຂໍ້ມູນທີ່ບໍ່ເປັນຄວາມຈິງ. ເຟສບຸ໊ກ ລະບຸວ່າຈະເລີ່ມລົບຂໍ້ມູນກ່ຽວກັບວັກແຊັງໂຄວິດ - 19 ເຊິ່ງຜູ້ຊ່ຽວຊານດ້ານສາທາລະນະສຸກອອກມາ    ຢືນຢັນແລ້ວວ່າບໍ່ແມ່ນຄວາມຈິງໃນສື່ຕ່າງໆຂອງບໍລິສັດລວມທັງອິນສະຕາແກຣມ ( INSTAGRAM ) ຫຼັງຈາກທີ່ລັດຖະບານອັງກິດ ໄດ້ຮັບຮອງໃຫ້ວັກແຊັງຈາກບໍລິສັດ Pfizer-BioNTech  ແລະ ອາດຈະເລີ່ມແຈກຢາຍວັກແຊັງໃຫ້ປະຊາຊົນກຸ່ມທໍາອິດໃນອີກບໍ່ທໍ່ໃດມື້ຂ້າງໜ້ານີ້. ໃນໄລຍະສອງສາມເດືອນທີ່ຜ່ານມາ ເຟສບຸ໊ກ ໄດ້ລົບໂພສ...

ເຊື່ອຜິດໆທີ່ຫຼາຍຄົນເຮັດໃນການສາກແບັດໂທລະສັບມືຖືມາຕະຫຼອດ

ຄວາມເຊື່ອຜິດໆກ່ຽວກັບແບັດເຕີຣີໂທລະສັບມືຖືມັກຈະເກີດໂດຍບໍ່ໄດ້ຕັ້ງໃຈໃຫ້ເກີດ ແລະ ມັກຈະສົ່ງຜົນເສຍຕ່າງໆທີ່ເກີດຂຶ້ນຫຼາຍຢ່າງ ແລະ ເຮົາມາຕິດຕາມກັນວ່າ ຄວາມເຊື່ອໃດທີ່ໄດ້ເຮັດ ແລະ ມັນດີ ຫຼື ບໍ່ດີ?. 1.ປ່ອຍໃຫ້ແບັດເຕີຣີໝົດແລ້ວສາກ: ການຫຼິ້ນໂທລະສັບຈົນແບັດເຕີຣີໝົດ ຈຶ່ງສາກນັ້ນແມ່ນຄວາມເຊື່ອທີ່ຜິດຢ່າງຮ້າຍແຮງເພາະແບັດເຕີຣີແບບ lithium-ion ( ລີທຽມ ໄອອອນ ) ຈະບໍ່ມັກໃຫ້ໄຟໝົດແລ້ວສາກ ເພາະມັນຈະເຮັດໃຫ້ເສຍເລື່ອງຂອງ Cycle, ການປ່ອຍໃຫ້ແບັດເຕີຣີໝົດຕະຫຼອດກໍຈະຍິ່ງເຮັດໃຫ້ແບັດເຕີຣີນັ້ນເສື່ອມໄວຂຶ້ນ, ສຸດທ້າຍຄວາມເຊື່ອນີ້ເປັນສິ່ງທີ່ຜິດ ແຕ່ວິທີທີ່ຄວນເຮັດໃຫ້ຖືກຕ້ອງນັ້ນຄືບໍ່ຄວນປ່ອຍໃຫ້ໄຟໝົດແລ້ວຈຶ່ງສາກ ແຕ່ຄວນສາກເມື່ອແບັດເຕີຣີຍັງມີເປີເຊັນ...

3 ລາສີນີ້ ມີໂອກາດຮັບຊັບກ້ອນໃຫຍ່ສົ່ງທ້າຍປີ

ຄໍລໍາທໍານາຍດວງຊາຕາ ໃນມື້ນີ້ຂໍນໍາພາທ່ານມາກວດສອບດວງຊາຕາ ສົ່ງທ້າຍປີ 2020 ໃນດ້ານວຽກງານ, ການເງິນ, ຄວາມຮັກ ເຊິ່ງທ້າຍປີນີ້ມີ 3 ລາສີທີ່ຈະໄດ້ຮັບຊັບໃຫຍ່ ການເງິນຄ່ອງແຄ້ວບໍ່ມີບັນຫາຄື ລາສີກຸມ, ລາສີມີນ ແລະ ລາສີພຶດສົກ. ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 13 ກຸມພາ ຫາ 13 ມີນາ )...

ການຢາ ມິດຕະພາບເຕີບໂຕຄຽງຄູ່ກັບການພັດທະນາເສດຖະກິດ – ສັງຄົມຂອງຊາດ

ບໍລິສັດ ການຢາມິດຕະພາບ ດໍາເນີນທຸລະກິດນໍາເຂົ້າຢາ ແລະ ຜະລິດຕະພັນການແພດ ມາແລ້ວເປັນເວລາຫຼາຍກວ່າ 30 ປີ ສິ່ງໜຶ່ງທີ່ຜູ້ບໍລິຫານພູມໃຈກໍແມ່ນການປະກອບສ່ວນສໍາຄັນໃນວຽກງານສາທາລະນະສຸກ ໂດຍສະເພາະສະໜອງຜະລິດຕະພັນຢາ, ເຄື່ອງມືການແພດ ມີສ່ວນສໍາຄັນຊ່ວຍປະກອບສ່ວນສະໜອງຂໍ້ມູນຕ່າງໆໃຫ້ພາກລັດເຂົ້າໃນຂະບວນການພັດທະນາ. ທ່ານ ນາງ ວາລີ ເວດສະພົງ ອໍານວຍການບໍລິສັດການຢາມິດຕະພາບ ກ່າວວ່າ: ໃນເມື່ອກ່ອນເປັນວິສາຫະກິດຮຸ້ນສ່ວນກັບລັດຖະບານສ້າງຕັ້ງໃນປີ 1989 ພາຍຫຼັງດໍາເນີນທຸລະກິດມາຮອດປີ 1993 ກໍໄດ້ຫັນມາເປັນເອກະຊົນ 100% ໂດຍໄດ້ດໍາເນີນການນໍາເຂົ້າຢາ...

ຣັດເຊຍ – ເຢຍລະມັນ ສືບຕໍ່ໂຄງການທໍ່ສົ່ງອາຍແກ໊ສທຳມະຊາດ

ສຳນັກຂ່າວຕ່າງປະເທດລາຍ ງານວ່າ: ໂຄງການກໍ່ສ້າງທໍ່ສົ່ງອາຍແກ໊ສທຳມະຊາດຈາກຣັດເຊຍ ໄປເຢຍລະມັນ ສືບຕໍ່ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ມູນຄ່າການກໍ່ສ້າງ 1 ຕື້ກວ່າໂດລາສະຫະລັດ ມີຄວາມຍາວ 1.200 ກິໂລແມັດ ເພື່ອເພີ່ມປະລິມານການສົ່ງອາຍແກ໊ສທຳມະຊາດ ຈາກຣັດເຊຍ ໄປເຢຍລະມັນ ເພີ່ມຂຶ້ນອີກ 2 ເທົ່າ. ຂະນະທີ່ເຢຍລະມັນ ໄດ້ເຕືອນກຳປັ່ນບໍ່ໃຫ້ແລ່ນຜ່ານເຂດທະເລ ບອລຕິກ ( Baltic ) ໃນລະຫວ່າງວັນທີ 5...

ບານສົ່ງຫາຍຊາຍ ແລະ ບານສົ່ງໃນຮົ່ມ ຍ້າຍໄປແຂ່ງທີ່ສະໜາມບານສົ່ງກອງທັບ ມີຂໍ້ສະດວກຫຼາຍໆດ້ານ

ບານສົ່ງ ທົ່ວປະເທດ ຊີງຂັນປະທານບານສົ່ງແຫ່ງຊາດລາວ ທັງ 2 ລາຍການຄື ບານສົ່ງຫາດຊາຍ ລະຫວ່າງວັນທີ 10-13 ທັນວາ 2020 ແລະ ບານສົ່ງໃນຮົ່ມ ລະຫວ່າງວັນທີ 19-26 ທັນວາ 2020 ຈະຍ້າຍມາແຂ່ງຂັນທີ່ສະໜາມກີລາບານສົ່ງ ໃນເຂດສະໜາມບານເຕະກີລາກອງທັບ ( ຫຼັກ 5 ). ບານສົ່ງຫາດຊາຍປີທີ 2019...

ທຸລະກິດຮ້ານຄໍາພູວົງເຕີບໂຕຈາກຄວາມມານະອົດທົນ ແລະ ສູ້ຊົນຢ່າງມີເປົ້າໝາຍ

ເປັນຫຍັງຮ້ານຄໍາພູວົງ ຈຶ່ງປະສົບຜົນສໍາເລັດໃນການດໍາເນີນທຸລະກິດການຊື້ - ຂາຍຄໍາ ເພາະເຈົ້າຂອງຮ້ານເບິ່ງກວ້າງເຫັນໄກ ຕັດສິນໃຈຍ້າຍຮ້ານຈາກແຂວງໄຊຍະບູລີເຂົ້າມາເລີ່ມຕົ້ນໃໝ່ທີ່ນະຄອນຫຼວງວຽງຈັນ ມຸ່ງຫວັງເຮັດໃຫ້ຮ້ານມີຊື່ສຽງ ແລະ ສັງຄົມເມືອງໃຫຍ່ຍອມຮັບ. ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄໍາພູວົງ ໄດ້ກ່າວວ່າ: ການດໍາເນີນທຸລະກິດຮ້ານຄໍາພູວົງ ກໍາເນີດຂຶ້ນກ່ອນປີ 1983 ເຊິ່ງໃນໄລຍະນັ້ນແມ່ນເປັນພຽງຮ້ານຕີເງິນ - ຄໍານ້ອຍໆດໍາເນີນກິດຈະການຢູ່ໃນນະຄອນຫຼວງວຽງຈັນ. ຫຼັງຈາກນັ້ນ, ກໍກັບຄືນໄປຢູ່  ແຂວງໄຊຍະບູລີ ແລະ ສ້າງຕັ້ງຮ້ານຄໍາພູວົງຂຶ້ນ...

ແຂວງບໍ່ແກ້ວ ຢຶດສານເສບຕິດໄດ້ 7 ກວ່າໂຕນ

ໃນວັນທີ 4 ທັນວາ 2020 ຄະນະສະເພາະກິດກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວວ່າ ຈະມີກຸ່ມຄົນບໍ່ດີເຄື່ອນໄຫວລັກລອບຂົນສົ່ງສານເສບຕິດ ທີ່ຂອບເຂດຊາຍແດນລາວ - ມຽນມາ. ດັ່ງນັ້ນ, ທາງກອງບັນຊາການທະຫານແຂວງບໍ່ແກ້ວ ຈຶ່ງອອກຄຳສັ່ງໃຫ້ບັນດາປ້ອມທະຫານຊາຍແດນອອກເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບ. ເວລາປະມານ 23:00 ໂມງ, ປ້ອມທະຫານຊາຍແດນ 121 ທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ພົບເຫັນເຮືອບັນທຸກສິນຄ້າຈອດຢູ່ເຂດບ້ານປຸງເລາະ ເມືອງເມິງ ແຂວງບໍ່ແກ້ວ, ດັ່ງນັ້ນອ້າຍນ້ອງທະຫານຂອງພວກເຮົາ ຈຶ່ງໄດ້ສະແດງຕົວເຂົ້າກວດຄົ້ນໄດ້ພົບເຫັນສິ່ງທີ່ຜິດກົດໝາຍ ຄື:...
- Advertisment -
Slide
Slide

Most Read

error: Content is protected !!