ບານສົ່ງຫາຍຊາຍ ແລະ ບານສົ່ງໃນຮົ່ມ ຍ້າຍໄປແຂ່ງທີ່ສະໜາມບານສົ່ງກອງທັບ ມີຂໍ້ສະດວກຫຼາຍໆດ້ານ

75

ບານສົ່ງ ທົ່ວປະເທດ ຊີງຂັນປະທານບານສົ່ງແຫ່ງຊາດລາວ ທັງ 2 ລາຍການຄື ບານສົ່ງຫາດຊາຍ ລະຫວ່າງວັນທີ 10-13 ທັນວາ 2020 ແລະ ບານສົ່ງໃນຮົ່ມ ລະຫວ່າງວັນທີ 19-26 ທັນວາ 2020 ຈະຍ້າຍມາແຂ່ງຂັນທີ່ສະໜາມກີລາບານສົ່ງ ໃນເຂດສະໜາມບານເຕະກີລາກອງທັບ ( ຫຼັກ 5 ).

ບານສົ່ງຫາດຊາຍປີທີ 2019 ແມ່ນແຂ່ງຂັນທີ່ສະໜາມບານສົ່ງຫາດຊາຍຂອງ ມະຫາວິທະຍາໄລແຫ່ງຊາດ, ສ່ວນການແຂ່ງຂັນບານສົ່ງໃນຮົ່ມ ແມ່ນໃຊ້ສະໜາມກີລາບານສົ່ງແຫ່ງຊາດ ( ຫຼັກ 16 ), ແຕ່ປີ 2020 ແມ່ນຈະຍ້າຍມາແຂ່ງຂັນທີ່ສະໜາມກີລາບານສົ່ງ ກອງທັບ ( ຫຼັກ 5 ).

ຕໍ່ກັບຄວາມຂ້ອງໃຈດັ່ງກ່າວ ທ່ານ ຈັນສະໝອນ ຜອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ໄດ້ໃຫ້ຄໍາເຫັນວ່າ: ໄລຍະ 1-2 ປີທີ່ຜ່ານມາ ເຫັນວ່າແຟນບານສົ່ງ ແມ່ນໄດ້ເຂົ້າຮ່ວມຊົມກັນຫຼາຍ ເຫດຜົນທີ່ຍ້າຍມາແຂ່ງຂັນທີ່ສະໜາມກີລາກອງທັບ ແມ່ນຈະເປັນຈຸດຍຸດທະສາດໜຶ່ງທີ່ສາມາດດືງແຟນໆເຂົ້າເຖິງງ່າຍ, ສະຖານທີ່ໃໝ່ ແລະ ມີຄວາມສະດວກເພີ່ມຂຶ້ນ ເນື່ອງຈາກບໍລິເວນສະໜາມດັ່ງກ່າວໃກ້ກັບພື້ນຖານຂອງນັກກີລາບານສົ່ງຫຼາຍທີ່ສຸດ ເພາະເຄີຍມີທີມຢ່າງຫຼວງຫຼາຍ ເພື່ອອະນາຄົດຈະຈັດການແຂ່ງຂັນໃຫ້ໄດ້ຫຼາຍໆສະໜາມຂຶ້ນກວ່າເກົ່າ.

“ ສະໜາມບານສົ່ງຫາດຊາຍ ທີ່ຈະໃຊ້ໃນຄັ້ງນີ້ ແມ່ນສ້າງຂຶ້ນຢູ່ທາງຂ້າງຂອງສະໜາມກີລາບານເຕະກອງທັບ ຫຼັກ 5 ເຊິ່ງໄດ້ມີການສ້າງຜາມໄຊ ຂຶ້ນໃໝ່ ເພື່ອຮອງຮັບກອງເຊຍ ລວມເຖິງມີສະຖານທີ່ສໍາລັບຈອດລົດໄດ້ຢ່າງກວ້າງຂວາງ ແລະ ສະດວກສະບາຍ. ສ່ວນສະໜາມບານສົ່ງໃນຮົ່ມແມ່ນໃຊ້ສະໜາມທີ່ ກະຊວງປ້ອງກັນປະເທດ ສ້າງຂຶ້ນມາໃໝ່ ເພື່ອຮັບໃຊ້ງານກີລາຂອງກະຊວງດັ່ງກ່າວ ສາມາດບັນຈຸທີ່ນັ່ງ ໄດ້ເຖິງ 700 ກວ່າທີ່ນັ່ງ ຖ້ານັບຈໍານວນທີ່ຢືນແມ່ນສາມາດຮອງຮັບໄດ້ 1.000 ກວ່າຄົນໃນສະໜາມດັ່ງກ່າວ ” ປະທານສະຫະພັນບານສົ່ງແຫ່ງຊາດລາວ ກ່າວ.

ທ່ານກ່າວອີກວ່າ: ຢ່າງໃດກໍຕາມ ໃນໄລຍະນີ້ກໍຄືຢູ່ໃນໄລຍະທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ເຊິ່ງພວກເຮົາກໍມີມາດຕະການປ້ອງກັນ ແລະ ຮັບມືໂຄວິດ-19 ພວກເຮົາກໍໄດ້ມີການຂຽນໜັງສືປະສານກັບ ຄະນະສະເພາະກິດ ໄດ້ຄໍາແນະນໍາ, ແລະ ໄດ້ວິທີໃນການກະກຽມ ເຊິ່ງກໍຈະບໍ່ແຕກຕ່າງຫຍັງຫຼາຍກັບ ການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດ ເມື່ອເດືອນພະຈິກທີ່ຜ່ານມາ ທີ່ມີແຟນບານເຂົ້າຊົມຢ່າງຫຼວງຫຼາຍ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ເພື່ອໃຫ້ກອງເຊຍເຂົ້າມາຊົມການແຂ່ງຂັນໄດ້ອຸ່ນໃຈ ແລະ ປອດໄພ.

ສໍາລັບ ການແຂ່ງຂັນບານສົ່ງຫາດຊາຍ ປະເພດທີມຊາຍປີນີ້ມີເຖິງ 16 ທີມເຂົ້າຮ່ວມຊີງໄຊ ແລະ ທີມຍິງມີເຖິງ 14 ທີມ ເຊິ່ງຈະໃຊ້ໄລຍະເວລາໃນການແຂ່ງຂັນ 4 ມື້ລະຫວ່າງວັນທີ 10-13 ທັນວາ 2020 ທີ່ສະໜາມເດີ່ນບານສົ່ງຫາດຊາຍ ສະໜາມກີລາກອງທັບ ( ຫຼັກ 5 ), ສ່ວນບານສົ່ງໃນຮົ່ມ ປະເພດທີມຊາຍແມ່ນເປັນປະຫວັດສາດ ເພາະມີເຖິງ 16 ທີມເຂົ້າຮ່ວມແຂ່ງຂັນສູງທີ່ສຸດໃນລາຍການນີ້. ຂະນະທີ່ ທີມບານສົ່ງຍິງປີນີ້ມີ 8 ທີມເຂົ້າຮ່ວມຊີງໄຊ ໂດຍຈະແຂ່ງຂັນລະຫວ່າງວັນທີ 16-26 ທັນວາ 2020 ທີ່ສະໜາມໃນຮົ່ມທີ່ຫາກໍ່ສ້າງສໍາເລັດ ທີ່ສະໜາມກີລາກອງທັບ ( ຫຼັກ 5 ) ”

ຂ່າວ-ພາບ: ຄໍາສອນ ແລະ Thipphongphat Manivong