ທຸລະກິດຮ້ານຄໍາພູວົງເຕີບໂຕຈາກຄວາມມານະອົດທົນ ແລະ ສູ້ຊົນຢ່າງມີເປົ້າໝາຍ

401

ເປັນຫຍັງຮ້ານຄໍາພູວົງ ຈຶ່ງປະສົບຜົນສໍາເລັດໃນການດໍາເນີນທຸລະກິດການຊື້ – ຂາຍຄໍາ ເພາະເຈົ້າຂອງຮ້ານເບິ່ງກວ້າງເຫັນໄກ ຕັດສິນໃຈຍ້າຍຮ້ານຈາກແຂວງໄຊຍະບູລີເຂົ້າມາເລີ່ມຕົ້ນໃໝ່ທີ່ນະຄອນຫຼວງວຽງຈັນ ມຸ່ງຫວັງເຮັດໃຫ້ຮ້ານມີຊື່ສຽງ ແລະ ສັງຄົມເມືອງໃຫຍ່ຍອມຮັບ.

ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄໍາພູວົງ ໄດ້ກ່າວວ່າ: ການດໍາເນີນທຸລະກິດຮ້ານຄໍາພູວົງ ກໍາເນີດຂຶ້ນກ່ອນປີ 1983 ເຊິ່ງໃນໄລຍະນັ້ນແມ່ນເປັນພຽງຮ້ານຕີເງິນ – ຄໍານ້ອຍໆດໍາເນີນກິດຈະການຢູ່ໃນນະຄອນຫຼວງວຽງຈັນ. ຫຼັງຈາກນັ້ນ, ກໍກັບຄືນໄປຢູ່  ແຂວງໄຊຍະບູລີ ແລະ ສ້າງຕັ້ງຮ້ານຄໍາພູວົງຂຶ້ນ ດໍາເນີນກິດຈະການຕີ ເງິນ – ຄໍາ ແລະ ຊື້ – ຂາຍຄໍາ ມື້ລະ 1 – 2 ສະຫຼຶງ. ການເລີ່ມຕົ້ນທຸລະກິດໃນໄລຍະນັ້ນມີຄວາມຫຍຸ້ງຍາກທີ່ສຸດໂດຍສະເພາະການຄົມມະນາຄົມບໍ່ສະດວກ ເຮັດໃຫ້ການຄ້າຂາຍກໍຫຍຸ້ງຍາກ ສະເພາະຮ້ານຄໍາພູວົງ ໃນໄລຍະນັ້ນກໍຍັງເປັນຮ້ານນ້ອຍໆ ຮອດຊຸມປີ 1990 ຮ້ານຄໍາພູວົງ ກໍໄດ້ຍ້າຍຈາກແຂວງໄຊຍະບູລີ ກັບຄືນມາດໍາເນີນທຸລະກິດຢູ່ນະຄອນຫຼວງວຽງຈັນ.

ສາເຫດທີ່ກັບມາຢູ່ນະຄອນຫຼວງ ວຽງຈັນ ຍ້ອນເຫັນຄວາມສໍາຄັນຂອງທຸລະກິດ ແລະ ຢາກໃຫ້ທຸລະກິດມີການເຕີບໃຫຍ່ ກໍຕ້ອງໄດ້ດໍາເນີນໃນຕົວເມືອງໃຫຍ່ ເຊິ່ງເວລາຈະຍ້າຍມາຢູ່ນະຄອນຫຼວງວຽງຈັນ ໃນເບື້ອງຕົ້ນຄອບຄົວກໍບໍ່ເຫັນດີນໍາ ເນື່ອງຈາກດໍາເນີນທຸລະກິດຢູ່ແຂວງໄຊຍະເວລານັ້ນກໍເລີ່ມດີຢູ່ແລ້ວ ຜະລິດຕະພັນຈາກຮ້ານຄໍາພູວົງ ກໍມີຊື່ສຽງເປັນທີ່ຍອມຮັບຂອງສັງຄົມ ໂດຍສະເພາະໃນແຂວງໄຊຍະບູລີ ຖ້າກັບມາຢູ່ນະຄອນຫຼວງວຽງຈັນ ກໍຈະເລີ່ມຕົ້ນໃໝ່. ແຕ່ເຖິງແນວໃດກໍຕັດສິນໃຈຍ້າຍ ແລະ ໃຊ້ເວລາພຽງ 5 ປີ ກໍສາມາດດໍາເນີນທຸລະກິດ ສ້າງຜະລິດຕະພັນ ແລະ ສ້າງຊື່ສຽງໃຫ້ສັງຄົມຍອມຮັບຜະລິດຕະພັນຈາກຮ້ານຄໍາພູວົງ ທຽບເທົ່າກັບໄລຍະທີ່ຢູ່ແຂວງໄຊຍະບູລີ ເຊິ່ງແມ່ນການໃຊ້ຄວາມອົດທົນສູງ ແລະ ມີການສຶກສາຖອດຖອນບົດຮຽນ ປັບປຸງຕົນເອງຢູ່ຕະຫຼອດ ທີ່ສໍາຄັນແມ່ນການຕັດສິນໃຈເຮັດແລ້ວຕ້ອງສູ້ບໍ່ທໍ້ຖອຍ.

ທ່ານ ພູວົງ ພະມີສິດ ກ່າວຢໍ້າວ່າ: ໃນເວລານັ້ນຕົນເອງເປັນຄົນທີ່ດຸໝັ່ນທີ່ສຸດ, ຈາກມື້ນັ້ນມາຮອດປັດຈຸບັນຖືວ່າມີຄວາມພູມໃຈທີ່ຄວາມຕັ້ງໃຈໃນການສູ້ຊີວິດປະສົບຜົນສໍາເລັດຫຼາຍຢ່າງ ແລະ ກ້າວຂຶ້ນໃນລະດັບນີ້ໄດ້ ໂດຍເນັ້ນສ້າງຄວາມເຊື່ອຖື, ມີຄວາມປະຢັດມັດທະຍັດ, ຮຽນຮູ້ສິ່ງໃໝ່ໆ ນໍາໃຊ້ນະວັດຕະກໍາທັນສະໄໝເຂົ້າໃນຂະບວນການຜະລິດ  ແລະ ມີການປະກອບສ່ວນຊ່ວຍເຫຼືອສັງຄົມ.

ໃນແຕ່ລະປີຮ້ານຄໍາພູວົງ ກໍໄດ້ຮ່ວມມືກັບໝູ່ເພື່ອນປະກອບທຶນສ້າງໂຮງຮຽນຢູ່ເຂດຊົນນະບົດ ສໍາລັບປີນີ້ຖ້າບໍ່ຄາໂຄວິດ – 19 ຈະໃຫ້ສໍາເລັດໃນການສ້າງໂຮງຮຽນ 2 ແຫ່ງ; ໃນໄລຍະການລະບາດໂຄວິດ – 19 ຮ້ານຄໍາພູວົງ ກໍໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອສັງຄົມບໍ່ວ່າຈະເປັນການຕັ້ງມູນນິທິເພື່ອລະດົມທຶນ, ປະກອບສ່ວນຊ່ວຍເຄື່ອງມືແພດ, ຜ້າອັດປາກ, ນໍ້າຢາຂ້າເຊື້ອ, ເຈວລ້າງມື ແລະ ອື່ນໆ

ໃນປັດຈຸບັນ ທ່ານ ພູວົງ ພະມີສິດ ກໍໄດ້ທຸ່ມເທທຶນຮອນມະຫາສານໃນການສ້າງ ແລະ ພັດທະນາສວນພຶກສາ ເພື່ອໃຫ້ເປັນສະຖານທີ່ທ່ອງທ່ຽວທໍາມະຊາດໃນນະຄອນຫຼວງວຽງຈັນ, ພ້ອມທັງເປັນບ່ອນຮຽນຮູ້ຂອງນັກ ຮຽນ – ນັກສຶກສາ, ຮຽນຮູ້ວິຊາຊີບຕ່າງໆ, ຮຽນຮູ້ ແລະ ສຶກສາວັດທະນາທໍາຊົນເຜົ່າຂອງລາວ, ຮຽນຮູ້ຢາສະໝຸນໄຟ, ເປັນສະຖານທີ່ໃນການຝຶກອົບຮົມຍົກລະດັບວິຊາຊີບ, ການປູກຝັງ – ລ້ຽງສັດ.

ເນື່ອງໃນໂອກາດ ຄົບຮອບ 45 ປີ ແຫ່ງການສະຖາປະນາ ສປປ ລາວ  ສວນພຶກສາ ກໍຈະມີກິດຈະກໍາ ເທສະການບຸນກິນຈຽງ ຂອງຊົນເຜົ່າມົ້ງ ເຊິ່ງຈະປະກວດສາວງາມເຜົ່າມົ້ງ, ຈັດງານແຂ່ງຂັນກີລາ, ຮ້ອງເພງ ແລະ ການຄ້າຂາຍສິນຄ້າຂອງປະຊາຊົນໃນທ້ອງຖິ່ນ ເພື່ອສ້າງຂະບວນການ ແລະ ບັນຍາກາດເບີກບານມ່ວນຊື່ນໃນໂອກາດວັນສໍາຄັນຂອງຊາດ. ພ້ອມນັ້ນ, ໃນໄລຍະທ້າຍເດືອນກຸມພາ 2021 ຈະກຽມຈັດງານຊົນເຜົ່າໃນທົ່ວປະເທດ.