3 ລາສີນີ້ ມີໂອກາດຮັບຊັບກ້ອນໃຫຍ່ສົ່ງທ້າຍປີ

261

ຄໍລໍາທໍານາຍດວງຊາຕາ ໃນມື້ນີ້ຂໍນໍາພາທ່ານມາກວດສອບດວງຊາຕາ ສົ່ງທ້າຍປີ 2020 ໃນດ້ານວຽກງານ, ການເງິນ, ຄວາມຮັກ ເຊິ່ງທ້າຍປີນີ້ມີ 3 ລາສີທີ່ຈະໄດ້ຮັບຊັບໃຫຍ່ ການເງິນຄ່ອງແຄ້ວບໍ່ມີບັນຫາຄື ລາສີກຸມ, ລາສີມີນ ແລະ ລາສີພຶດສົກ.

ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 13 ກຸມພາ ຫາ 13 ມີນາ ) ດ້ານວຽກງານອາດມີໄລຍະທີ່ວຸ່ນວາຍໃຈເລັກໜ້ອຍ ບໍ່ວ່າຈະມາຈາກວຽກໂດຍກົງ ຫຼື ຕົວບຸກຄົນກໍແລ້ວແຕ່ ຂໍໃຫ້ເຮັດໃຈໃຫ້ເຂັ້ມແຂງ ພະຍາຍາມເບິ່ງດ້ານດີຂອງທຸກສິ່ງ ດວງພາບລວມຂອງທ່ານຍັງຄົງເປັນໄປໄດ້ດ້ວຍດີ ມີພຽງອາລົມຂອງທ່ານທີ່ຍັງບໍ່ສະຖຽນ ຈົນນໍາສູ່ເຮັດໃຫ້ຮູ້ສຶກທໍ້ຖອຍງ່າຍເທົ່ານັ້ນ; ດ້ານການເງິນ ອຸປະສັກເລື່ອງເງິນຄໍາກໍາລັງຈະໝົດໄປ ຄວາມໝັ້ນຄົງມັ່ງຄັ່ງກໍາລັງຈະຄ່ອຍໆມາໃຫ້ເຫັນ ແລະ ຈະມາແບບຍິ່ງໃຫຍ່ຕ້ອງໃຈເຢັນໆ; ສ່ວນເລື່ອງຄວາມຮັກ ຄົນໂສດມີເກນຈະໄດ້ສຶກສາເບິ່ງໃຈກັບຄົນນິດໄສດີ ສ່ວນຄົນມີຄູ່ ຄົນຮັກຖືວ່າໃຫ້ການສະໜັບສະໜູນດີ ເຮັດໃຫ້ມີກໍາລັງໃຈໃນການໃຊ້ຊີວິດ.

ລາສີມີນ ( ຜູ້ທີ່ເກີດລະ  ຫວ່າງວັນທີ 14 ມີນາ ຫາ 12 ເມສາ ) ເລື່ອງວຽກງານ: ຖືວ່າດີຫຼາຍ ເປັນໄປຕາມແຜນ ມີເປີເຊັນຈະໄດ້ເລື່ອນຕໍາແໜ່ງສົ່ງທ້າຍປີ ແລະ ຍັງມີສິດໄດ້ຍົກຍ້າຍປ່ຽນວຽກທີ່ດີຕໍ່ໃຈຕົນເອງ ຫາກຜູ້ໃດທີ່ຍື່ນໃບສະໝັກວຽກໄວ້ ກໍໃຫ້ລໍຖ້າການຕອບຮັບທີ່ເປັນຂ່າວດີໄດ້ເລີຍ; ດ້ານການເງິນຢູ່ໃນໄລຍະຂາຂຶ້ນ ມີເກນໄດ້ຮັບໂຊກກ້ອນໃຫຍ່ ມີໂຊກລາບເຂົ້າມາແບບບໍ່ທັນຕັ້ງຕົວ ລຸ້ນປ່ຽນຊີວິດແບບຂ້າມຄືນ, ສ່ວນເລື່ອງຄວາມຮັກ ສໍາລັບຄົນໂສດ ຖ້າມັກຄົນອົບອຸ່ນ ມີສິດພົບຄົນໃນຝັນ, ສໍາລັບຄົນມີຄູ່ ຢູ່ກັນແບບຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຄວາມຮັກດໍາເນີນໄປຢ່າງລາບລື່ນ.

ລາສີພຶດສົກ ( ຜູ້ທີ່ເກີດລະຫວ່າງວັນທີ 14 ພຶດສະພາ ຫາ 13 ມິຖຸນາ ) ດ້ານວຽກງານ ເປັນໄລຍະທີ່ຄວາມຮູ້ສຶກບອກຂອງທ່ານອາດແມ່ນແທ້. ດັ່ງນັ້ນ, ບໍ່ວ່າຈະເຮັດຫຍັງຂໍໃຫ້ເຊື່ອໝັ້ນໃນສັນຊາດຕະຍານຂອງຕົນເອງໄວ້ ມີສິດພິກຊີວິດ ແຕ່ອາດຈະເມື່ອຍຫຼາຍຂຶ້ນ; ດ້ານການເງິນ ຈະໄດ້ຮັບເງິນຈໍານວນມະຫາສານຈາກສິ່ງທີ່ຕົນເອງລົງແຮງໄປ ໂດດເດັ່ນເປັນພິເສດສໍາລັບຄົນທີ່ເຮັດວຽກຂາຍໄອເດຍທຸກປະເພດ. ສ່ວນຄວາມຮັກ ຄົນໂສດ ຄົນເກົ່າອາດຕິດຕໍ່ມາຂໍຄືນດີ ຫຼື ໄດ້ພົບຄົນໃໝ່ຜ່ານສື່ອອນລາຍ ສ່ວນຄົນມີຄູ່ມີເກນໄດ້ທ່ອງທ່ຽວຮັດແໜ້ນຄວາມສໍາພັນ.