ເຊື່ອຜິດໆທີ່ຫຼາຍຄົນເຮັດໃນການສາກແບັດໂທລະສັບມືຖືມາຕະຫຼອດ

146

ຄວາມເຊື່ອຜິດໆກ່ຽວກັບແບັດເຕີຣີໂທລະສັບມືຖືມັກຈະເກີດໂດຍບໍ່ໄດ້ຕັ້ງໃຈໃຫ້ເກີດ ແລະ ມັກຈະສົ່ງຜົນເສຍຕ່າງໆທີ່ເກີດຂຶ້ນຫຼາຍຢ່າງ ແລະ ເຮົາມາຕິດຕາມກັນວ່າ ຄວາມເຊື່ອໃດທີ່ໄດ້ເຮັດ ແລະ ມັນດີ ຫຼື ບໍ່ດີ?.

1.ປ່ອຍໃຫ້ແບັດເຕີຣີໝົດແລ້ວສາກ: ການຫຼິ້ນໂທລະສັບຈົນແບັດເຕີຣີໝົດ ຈຶ່ງສາກນັ້ນແມ່ນຄວາມເຊື່ອທີ່ຜິດຢ່າງຮ້າຍແຮງເພາະແບັດເຕີຣີແບບ lithium-ion ( ລີທຽມ ໄອອອນ ) ຈະບໍ່ມັກໃຫ້ໄຟໝົດແລ້ວສາກ ເພາະມັນຈະເຮັດໃຫ້ເສຍເລື່ອງຂອງ Cycle, ການປ່ອຍໃຫ້ແບັດເຕີຣີໝົດຕະຫຼອດກໍຈະຍິ່ງເຮັດໃຫ້ແບັດເຕີຣີນັ້ນເສື່ອມໄວຂຶ້ນ, ສຸດທ້າຍຄວາມເຊື່ອນີ້ເປັນສິ່ງທີ່ຜິດ ແຕ່ວິທີທີ່ຄວນເຮັດໃຫ້ຖືກຕ້ອງນັ້ນຄືບໍ່ຄວນປ່ອຍໃຫ້ໄຟໝົດແລ້ວຈຶ່ງສາກ ແຕ່ຄວນສາກເມື່ອແບັດເຕີຣີຍັງມີເປີເຊັນ ( % ) ຢ່າງໜ້ອຍ 20%.

2.ສາກມືຖືດ້ວຍອຸປະກອນທີ່ຈ່າຍໄຟແຮງຈະເຮັດໃຫ້ສາກໄຟເຂົ້າໄດ້ໄວຂຶ້ນ: ມີ ຄວາມຖືກຕ້ອງຢູ່ສ່ວນໜຶ່ງເພາະກໍາລັງໄຟຂອງອຸປະກອນສາກໄຟນັ້ນຍິ່ງມີກໍາລັງແຮງກໍຈະເຮັດໃຫ້ການຈ່າຍໄຟໄດ້ໄວຂຶ້ນ ແຕ່ຖ້າອຸປະກອນມີການຕິດຕັ້ງເຕັກໂນໂລຊີສາກໄຟດ້ວຍຄວາມໄວກໍຈະເຮັດໃຫ້ດີຍິ່ງຂຶ້ນໄປອີກ.

3.ຊື້ອຸປະກອນສາກໄຟໃນລາຄາທີ່ຖືກ ກໍສາມາດສາກໄຟໄດ້ໄວຂຶ້ນເຊັ່ນກັນ: ເປັນ ຄວາມເຊື່ອທີ່ຜິດທີ່ຮ້າຍແຮງ ເພາະອຸປະກອນສາກໄຟທີ່ລາຄາຖືກມັກຈະບໍ່ໄດ້ຖືກຮອງຮັບມາດຕະຖານພຽງພໍ ແລະ ເຮັດໃຫ້ລະບົບສາກໄຟບໍ່ໄດ້ຮອງຮັບຫຍັງຫຼາຍ ເຊິ່ງບາງຄັ້ງອາດຈະເຮັດໃຫ້ອາຍຸແບັດເຕີຣີຂອງໂທລະສັບນັ້ນສັ້ນລົງ, ຄວນສຶກສາ ແລະ ເລືອກໃຊ້ອຸປະກອນທີ່ມີຍີ່ຫໍ້ ແລະ ຂໍ້ມູນຕິດແປະທີ່ຊັດເຈນຈະດີກວ່າ ເພາະລາຄານັ້ນເປັນພຽງສ່ວນໜຶ່ງຂອງການຕັດສິນໃຈຊື້.

ສຳລັບຄຳແນະນຳກ່ຽວກັບການສາກແບັດເຕີຣີໃຫ້ເໝາະສົມງ່າຍໆ ພຽງແຕ່ຢ່າປ່ອຍໃຫ້ໄຟໝົດ, ໃຊ້ອຸປະກອນສາກທີ່ໄດ້ມາດຕະຖານ ແລະ ຢ່າຫຼິ້ນໄປສາກໄປພຽງເທົ່ານີ້ມັນກໍຈະດີຕໍ່ກັບໂທລະສັບມືຖືຂອງທ່ານ ແລະ ເພື່ອຄວາມປອດໄພຂອງຕົວທ່ານເອງ.