ຣັດເຊຍ – ເຢຍລະມັນ ສືບຕໍ່ໂຄງການທໍ່ສົ່ງອາຍແກ໊ສທຳມະຊາດ

214

ສຳນັກຂ່າວຕ່າງປະເທດລາຍ ງານວ່າ: ໂຄງການກໍ່ສ້າງທໍ່ສົ່ງອາຍແກ໊ສທຳມະຊາດຈາກຣັດເຊຍ ໄປເຢຍລະມັນ ສືບຕໍ່ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ມູນຄ່າການກໍ່ສ້າງ 1 ຕື້ກວ່າໂດລາສະຫະລັດ ມີຄວາມຍາວ 1.200 ກິໂລແມັດ ເພື່ອເພີ່ມປະລິມານການສົ່ງອາຍແກ໊ສທຳມະຊາດ ຈາກຣັດເຊຍ ໄປເຢຍລະມັນ ເພີ່ມຂຶ້ນອີກ 2 ເທົ່າ.

ຂະນະທີ່ເຢຍລະມັນ ໄດ້ເຕືອນກຳປັ່ນບໍ່ໃຫ້ແລ່ນຜ່ານເຂດທະເລ ບອລຕິກ ( Baltic ) ໃນລະຫວ່າງວັນທີ 5 – 31 ທັນວານີ້ ເພື່ອສະໜັບສະໜູນໂຄງການກໍ່ສ້າງດັ່ງກ່າວໃຫ້ສຳເລັດຕາມແຜນທີ່ວາງໄວ້.