Monthly Archives: December, 2020

ຄັ້ງທໍາອິດໃນລາວ ກຽມຈັດການແຂ່ງຂັນດອກປີກໄກ່ທົ່ວປະເທດ ປະເພດທີມ ຊີງຂັນທ່ານນາຍົກລັດຖະມົນຕີ

ພິທີຖະແຫຼງຂ່າວຈັດຂຶ້ນໃນວັນທີ 30 ພະຈິກ 2020 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄດ່ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກຜູ້ສະໜັບສະໜູນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ...

5 ປີຜ່ານມາ ເສດຖະກິດແຂວງຄຳມ່ວນ ຂະຫຍາຍຕົວໄດ້ໃນລະດັບ 6,69%

ໃນວັນທີ 29 ພະຈິກ 2020 ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະແຂວງຄຳມ່ວນ ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ, ຮັກສາການເຈົ້າແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາການນໍາຂອງແຂວງ,...

ສປ ຈີນ ຊ່ວຍເຫຼືອອຸປະກອນວິເຄາະຫາເຊື້ອພະຍາດໂຄວິດ – 19 ໃຫ້ແກ່ກະຊວງສາທາລະນະສຸກ

ພິທີມອບເຄື່ອງອຸປະກອນ ວິເຄາະຫາເຊື້ອພະຍາດໂຄວິດ - 19 ໃຫ້ແກ່ກະຊວງສາທາລະນະສຸກ ມີຂຶ້ນໃນທ້າຍອາທິດຜ່ານມາທີ່ສູນວິເຄາະ ແລະ ລະບາດວິທະຍາ ໂດຍການມອບຂອງ ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ຄຳພອນ ພຸດທະວົງ...

ທີມບານເຕະຊາຍແຂວງຫຼວງພະບາງ ບໍ່ພ້ອມ ເຮັດໃຫ້ນັດລ້າງຕາກັບ ແຂວງຈໍາປາສັກ ຕ້ອງໂຈະ

ກ່ອນໜ້ານີ້ ທ່ານ ສຸບິນ ແກ້ວເພັດ ເລຂາທິການສະຫະພັນບານເຕະແຂວງຈໍາປາສັກ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ຈາກການກອງປະຊຸມ (ເມື່ອທ້າຍອາທິດທີ່ຜ່ານມາ) ທີ່ແຂວງຈໍາປາສັກ ເຊິ່ງທ່ານເຈົ້າແຂວງໄດ້ມີທິດຊີ້ນໍາໃຫ້ມີການແຂ່ງຂັນບານເຕະມິດຕະພາບ ເຊິ່ງຈະເຊີນ ແຂວງຫຼວງພະບາງ ຮອງແຊັມ ແລະ ທີມນະຄອນຫຼວງ ລວມເຖິງທີມອື່ນໆ ມາແຂ່ງຂັນທີ່ແຂວງຈໍາປາສັກ ເພື່ອຖອດຖອນບົດຮຽນ ແລະ ສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຂອງຊາດກໍຄືວັນຊາດທີ 2 ທັນວາຄົບຮອບ 45...

ບໍລິສັດ ບົວລະພາ ພ້ອມເດີນເຄື່ອງຈັກໂຮງງານໄມ້ອັດ ຕົ້ນປີໜ້າ

ການເຕີບໃຫຍ່ຂະຫຍາຍຕົວໃນການດໍາເນີນທຸລະກິດຂອງ ບໍລິສັດ ບົວລະພາ ຕະຫຼອດ 30 ກວ່າປີຜ່ານມາ ເຫັນໄດ້ຜົນງານປະຈັກຕາໃນການສ້າງອາຊີບ ແລະ ລາຍຮັບຂອງປະຊາຊົນ ລວມທັງດຶງເມັດເງິນຕາຕ່າງປະເທດເຂົ້າມາລາວ ຜ່ານການຈໍາໜ່າຍຜະລິດຕະພັນຈາກໄມ້ປູກທີ່ສົ່ງອອກໄປຫຼາຍກວ່າ 20 ປະເທດ. ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ ບໍລິສັດ ບົວລະພາກະສິກໍາ - ປ່າໄມ້ ຈໍາກັດ ໄດ້ກ່າວວ່າ: ບໍລິສັດ...

ເປີດການຜະລິດ ໂຮງກັ່ນນໍ້າມັນສຳເລັດຮູບແຫ່ງທຳອິດໃນລາວ

ໂຮງງານກັ່ນນໍ້າມັນສຳເລັດຮູບແຫ່ງທຳອິດຂອງປະເທດໄດ້ເປີດການຜະລິດຢ່າງເປັນທາງການ ໂດຍມີກຳລັງການຜະລິດຂອງໂຄງການໄລຍະທີ 1 ຈຳນວນ 1 ລ້ານໂຕນຕໍ່ປີ ເຊິ່ງຈະສາມາດຜະລິດທັງນໍ້າມັນແອັດຊັງ, ນໍ້າມັນກາຊວນ, ນໍ້າມັນຍົນ, ແກ໊ສແຫຼວ ( LPG ) ແລະ ຜະລິດຕະພັນອື່ນໆອີກ. ໃນວັນທີ 30 ພະຈິກ 2020 ບໍລິສັດ ປີໂຕຼເຄມີລາວ ໄດ້ຈັດພິທີເປີດການຜະລິດໂຮງກັ່ນນໍ້າມັນ ປີໂຕຼເຄມີລາວ ໄລຍະທີ 1...

ສະຫວັນນະເຂດ ກຳນົດ 22 ແຜນວຽກຈຸດສຸມ ພັດທະນາເສດຖະກິດ 5 ປີຕໍ່ໜ້າ

ແຂວງສະຫວັນນະເຂດ ໄດ້ກຳນົດເປັນ 6 ເປົ້າໝາຍໃຫຍ່ ແລະ 22 ແຜນວຽກຈຸດສຸມ ໃນການພັດທະນາເສດຖະກິດ - ສັງຄົມ 5 ປີຕໍ່ໜ້າ ໂດຍສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ, ລວມຍອດຜະລິດຕະພັນພາຍໃນ ( GDP ) ເພີ່ມຂຶ້ນໃນລະດັບສະເລ່ຍ 7,5 - 8%...

ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ – ວັງວຽງ

ກຸ່ມບໍລິສັດ ຢູນນານ ກໍ່ສ້າງ - ລົງທຶນ ແລະ ຖືຮຸ້ນ ຈຳກັດ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ໄດ້ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ - ວັງວຽງ. ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ...

ທຄຕລ ຈະເປັນຜູ້ສະໜອງການບໍລິການທະນາຄານໃຫ້ແກ່ໂຄງການພັດທະນາເມືອງໃໝ່ ທັນສະໄໝ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການບໍລິການທະນາຄານໃຫ້ແກ່ ໂຄງການພັດທະນາເມືອງໃໝ່ ທັນສະໄໝ ອຳມະຕະ ຊິດຕີ້ ລະຫວ່າງ ບໍລິສັດ ອຳມະຕະ ຊິດຕີ້ ລາວ ຈຳກັດຜູ້ດຽວ ແລະ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ      ( ທຄຕລ ) ຂຶ້ນໃນວັນທີ 27...

ສະຫາຍ ວັນໄຊ ພອງສະຫວັນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ

ສະຫາຍ ວັນໄຊ ພອງສະຫວັນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ສະຫາຍ ບຸນມີ ພິມມະສອນ ແລະ ສະຫາຍ ວົງເພັດ ຈິດປັນຍາ ເປັນຮອງເລຂາ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄຳມ່ວນ ຄັ້ງທີ X ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 30 ພະຈິກ 2020 ທີ່ສະໂມສອນແຂວງ ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍພາຍໃຕ້ການເປັນປະທານຂອງ...
- Advertisment -
Slide
Slide

Most Read

error: Content is protected !!