ທຄຕລ ຈະເປັນຜູ້ສະໜອງການບໍລິການທະນາຄານໃຫ້ແກ່ໂຄງການພັດທະນາເມືອງໃໝ່ ທັນສະໄໝ

89

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການບໍລິການທະນາຄານໃຫ້ແກ່ ໂຄງການພັດທະນາເມືອງໃໝ່ ທັນສະໄໝ ອຳມະຕະ ຊິດຕີ້ ລະຫວ່າງ ບໍລິສັດ ອຳມະຕະ ຊິດຕີ້ ລາວ ຈຳກັດຜູ້ດຽວ ແລະ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ      ( ທຄຕລ ) ຂຶ້ນໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ

ຕາງໜ້າລົງນາມລະຫວ່າງ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ກັບ ທ່ານ ວະລົງ ຕັງປະພິດກຸນ ຜູ້ອຳນວຍການໃຫຍ່ ບໍລິສັດ ອຳມະຕະ ຊິດຕີ້ ລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ; ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຊຳລະສະສາງ ທະນາຄານ ແຫ່ງ ສປປ ລາວ. ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ອໍານວຍການ, ຄະນະພະແນກ, ສູນ ແລະ 3 ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ພູຂົງ ຈັນທະຈັກ ກ່າວວ່າ: ທຄຕລ ພວກເຮົາມີຄວາມຍິນດີທີ່ຈະໄດ້ໃຫ້ບໍລິການດ້ານການພັດທະນາໃຫ້ແກ່ໂຄງການພັດທະນາເມືອງໃໝ່ ທັນສະໄໝ ອຳມະຕະ ຊິດຕີ້ ເຊິ່ງເປັນໂຄງການລົງທຶນຂະໜາດໃຫຍ່ອີກໂຄງການໜຶ່ງຂອງ ກຸ່ມບໍລິສັດ ອຳມະຕະ, ເປັນບໍລິສັດທີ່ດຳເນີນທຸລະກິດອະສັງຫາລິມະຊັບ ທີ່ມີຊື່ສຽງທີ່ສຸດຂອງປະເທດໄທ ແລະ ພາກພື້ນອາຊີ ເຊິ່ງການໃຫ້ບໍລິການຂອງ ທຄຕລ ໃນໂຄງການດັ່ງກ່າວຈະປະກອບມີ:

1). ການບໍລິການເປີດບັນຊີເງິນຝາກ; 2). ການບໍລິການໂອນເງິນຊຳລະ ເຊິ່ງສາມາດປະຕິບັດໄດ້ທາງເອເລັກໂຕຣນິກ ໂດຍຜ່ານຊ່ອງທາງຂອງ ທຄຕລ; 3). ການໃຫ້ບໍລິການໂອນເງິນທັງພາຍໃນ ແລະ ຕ່າງປະເທດ ສຳລັບໂຄງການ ແລະ 4). ການເບີກຈ່າຍເງິນທົດແທນໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກໂຄງການ ແລະ ລວມໄປເຖິງ ຄວາມເປັນໄປໄດ້ໃນການສະໜອງແຫຼ່ງທຶນ ອີງຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງ ທຄຕລ.

ທ່ານ ວະລົງ ຕັງປະພິດກຸນ ກ່າວວ່າ: ໃນນາມຕາງໜ້າ ບໍລິສັດ ອຳມະຕະ ຊິດຕີ້ ລາວ ຂໍຂອບໃຈເປັນຢ່າງສູງມາຍັງ ທຄຕລ ທີ່ຈະມາເປັນຜູ້ເຮັດວຽກກ່ຽວກັບທຸລະກຳດ້ານການເງິນທັງໝົດ ເຊິ່ງກຸ່ມບໍລິສັດພວກເຮົາເປັນບໍລິສັດທີ່ມີປະສົບການດຳເນີນທຸລະກິດອະສັງຫາລິມະຊັບໃນປະເທດໄທ ຫຼາຍກວ່າ 40 ແລະ ມີໂຄງການຢູ່ ສສ ຫວຽດນາມ 20 ກວ່າໂຄງການ, ແຕ່ສຳລັບ ສປປ ລາວ ທາງບໍລິສັດຖືວ່າເປັນນ້ອງໃໝ່ ເພາະຫາກໍເຂົ້າມາລົງທຶນໄດ້ພຽງ 2 ປີເທົ່ານັ້ນ. ສະນັ້ນ, ການທີ່ມີ ທຄຕລ ເປັນຜູ້ຊ່ວຍໃນເລື່ອງການເຮັດທຸລະກຳຕ່າງໆຖືເປັນກ້າວສຳຄັນຂອງບໍລິສັດທີ່ຈະມາລົງທຶນໃນ ສປປ ລາວ ໂດຍສະເພາະເລື່ອງການຊົດເຊີຍຈ່າຍເງິນໃຫ້ກັບປະຊາຊົນ ເນື່ອງຈາກ ທຄຕລ ມີສາຂາ, ໜ່ວຍບໍລິການຢູ່ທຸກເມືອງ, ທຸກແຂວງ ແລະ ໂຄງການຈະໄປລົງທຶນຢູ່ແຂວງອຸດົມໄຊ ແລະ ຫຼວງນ້ຳທາ ພາຍໃນຕົ້ນປີ 2021 ໂດຍຈະເລີ່ມການກໍ່ສ້າງທັງ 2 ແຫ່ງ ແລະ ຄາດວ່າຈະໃຫ້ສາມາດເປີດໃຊ້ໄດ້ພາຍໃນທ້າຍປີ 2021 – 2022.

ທັງນີ້, ໂຄງການພັດທະນາເມືອງໃໝ່ທັນສະໄໝ ອຳມະຕະ ຊິດຕີ້ ແມ່ນໂຄງການໜຶ່ງທີ່ມີ ຄວາມສຳຄັນໃນການສ້າງແຜນຜັງເມືອງຕາມເຂດລ່ອງທາງລົດໄຟລາວ – ຈີນ ໂດຍສະເພາະທີ່ແຂວງອຸດົມໄຊ ແລະ ຫຼວງນໍ້າທາ ໃຫ້ກາຍເປັນເຂດເສດຖະກິດ, ສົ່ງເສີມການລົງທຶນທັງພາຍໃນ ແລະ ຈາກຕ່າງປະເທດ, ໂຄງການແມ່ນຈະຊ່ວຍໃນການພັດທະນາເສດຖະກິດ – ສັງຄົມ ໃຫ້ມີຄວາມຈະເລີນຂຶ້ນໃນຕໍ່ໜ້າ ເຊິ່ງຈະເປັນປະໂຫຍດ ໂດຍລວມຕໍ່ປະເທດ ແລະ ພໍ່ແມ່ປະຊາຊົນລາວ.