ສະຫວັນນະເຂດ ກຳນົດ 22 ແຜນວຽກຈຸດສຸມ ພັດທະນາເສດຖະກິດ 5 ປີຕໍ່ໜ້າ

308

ແຂວງສະຫວັນນະເຂດ ໄດ້ກຳນົດເປັນ 6 ເປົ້າໝາຍໃຫຍ່ ແລະ 22 ແຜນວຽກຈຸດສຸມ ໃນການພັດທະນາເສດຖະກິດ – ສັງຄົມ 5 ປີຕໍ່ໜ້າ ໂດຍສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ, ລວມຍອດຜະລິດຕະພັນພາຍໃນ ( GDP ) ເພີ່ມຂຶ້ນໃນລະດັບສະເລ່ຍ 7,5 – 8% ຕໍ່ປີ ດ້ວຍມູນຄ່າ 31.887 ຕື້ກວ່າກີບ.

ສະຫາຍ ທ່ອນແກ້ວ ພຸດທະໄກຍະລາດ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນະເຂດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ( 2016 – 2020 ) ແລະ ທິດທາງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ( 2021 – 2025 ) ຂອງແຂວງສະຫວັນນະເຂດ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ເມື່ອວັນທີ 20 ພະຈິກ 2020 ວ່າ: ການເຕີບໂຕເສດຖະກິດຂອງແຂວງ ສະເລ່ຍໃນ 5 ປີ ເພີ່ມຂຶ້ນປະມານ 8,53% ຕໍ່ປີ, ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 59,76% ສະເລ່ຍ GDP ຕໍ່ພົນລະເມືອງໄດ້ 2.136 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ປີ 2015 ເພີ່ມຂຶ້ນ 351 ໂດລາ.

ເພື່ອສືບຕໍ່ນໍາພາພັດທະນາແຂວງ ເພື່ອເຮັດໃຫ້ແຕ່ລະເມືອງຮັ່ງມີຂຶ້ນ, ປະຊາຊົນມີວຽກເຮັດງານທໍາ, ຊີວິດການເປັນຢູ່ໄດ້ຮັບການປັບປຸງ, ມີກິນມີໃຊ້ດີຂຶ້ນ, ຜາສຸກ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ແລະ ຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວໃຫ້ມີປະສິດທິຜົນ. ດັ່ງນັ້ນ, ທິດທາງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ( 2021 – 2025 ) ແຂວງໄດ້ກຳນົດເປັນ 6 ເປົ້າໝາຍໃຫຍ່ ແລະ 22 ແຜນວຽກຈຸດສຸມ ຄື: ເຮັດໃຫ້ເສດຖະກິດຂອງແຂວງເຕີບໂຕຢ່າງມີຄຸນນະພາບ, ສົມດຸນ ແລະ ຍືນຍົງ ປະກອບມີ 6 ແຜນວຽກຈຸດສຸມ, ສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ, ລວມຍອດຜະລິດຕະພັນພາຍໃນ ( GDP ) ເພີ່ມຂຶ້ນໃນລະດັບສະເລ່ຍ 7,5 – 8% ຕໍ່ປີ ດ້ວຍມູນຄ່າ 31.887 ຕື້ກວ່າກີບ.

ໃນນັ້ນ, ຂະແໜງກະສິກໍາ ເພີ່ມຂຶ້ນ 3,9%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 9,6%, ຂະແໜງບໍລິການ ເພີ່ມຂຶ້ນ 8,2% ສະເລ່ຍໃສ່ພົນລະເມືອງ ໄດ້ 28 ລ້ານກວ່າກີບ ຫຼື ເທົ່າກັບ 3.153 ໂດລາສະຫະລັດຕໍ່ຄົນຕໍ່ປີ, ສູ້ຊົນຫັນປ່ຽນໂຄງປະກອບເສດຖະກິດໄປຕາມທິດທີ່ມີຄຸນນະພາບ, ຍືນຍົງ ແລະ ສີຂຽວ, ຮອດປີ 2025 ຂະແໜງກະສິກຳ ຈະກວມ 25,54%; ຂະແໜງອຸດສາຫະກຳ ກວມ 39,63% ແລະ ຂະແໜງບໍລິການ ກວມ 34,83% ຂອງລວມຍອດຜະລິດຕະພັນພາຍໃນ ( GDP ).

ຕັ້ງໜ້າພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນ, ສາມາດຕອບສະໜອງ ຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະຍາ ສາດ – ເຕັກໂນໂລຊີ ແລະ ເສີມຂະຫຍາຍພູມປັນຍາ ເພື່ອຍົກສູງປະສິດທິພາບໃນການຜະລິດ ແລະ ການບໍລິການໃຫ້ມີມູນຄ່າເພີ່ມສູງຂຶ້ນ ປະກອບມີ 4 ແຜນວຽກຈຸດສຸມ, ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໂດຍສະເພາະໃນເຂດຊົນນະບົດໃຫ້ສາມາດທຳການຜະລິດທີ່ໝັ້ນຄົງ, ມີລາຍຮັບຂອງຄອບຄົວໃຫ້ສູງຂຶ້ນເທື່ອລະກ້າວ ປະກອບມີ 5 ວຽກຈຸດສຸມ.

ສຸມໃສ່ການພັດທະນາພາຍໃນແຂວງໃຫ້ໄປຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ ປະກອບມີ 3 ແຜນວຽກຈຸດສຸມ, ເປີດກວ້າງການຮ່ວມ ມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃຫ້ມີ ຄວາມເຂັ້ມແຂງ ແລະ ທັນສະໄໝ ມີ 3 ແຜນວຽກຈຸດສຸມ ແລະ ເປົ້າໝາຍທີ 6 ແມ່ນເພີ່ມທະວີການຄຸ້ມຄອງ – ບໍລິການລັດ ໃຫ້ມີປະສິດທິພາບ ແລະ ສັງຄົມ ໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດ ປະກອບມີ 3 ແຜນວຽກຈຸດສຸມ.