ທີມບານເຕະຊາຍແຂວງຫຼວງພະບາງ ບໍ່ພ້ອມ ເຮັດໃຫ້ນັດລ້າງຕາກັບ ແຂວງຈໍາປາສັກ ຕ້ອງໂຈະ

195

ກ່ອນໜ້ານີ້ ທ່ານ ສຸບິນ ແກ້ວເພັດ ເລຂາທິການສະຫະພັນບານເຕະແຂວງຈໍາປາສັກ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ຈາກການກອງປະຊຸມ (ເມື່ອທ້າຍອາທິດທີ່ຜ່ານມາ) ທີ່ແຂວງຈໍາປາສັກ ເຊິ່ງທ່ານເຈົ້າແຂວງໄດ້ມີທິດຊີ້ນໍາໃຫ້ມີການແຂ່ງຂັນບານເຕະມິດຕະພາບ ເຊິ່ງຈະເຊີນ ແຂວງຫຼວງພະບາງ ຮອງແຊັມ ແລະ ທີມນະຄອນຫຼວງ ລວມເຖິງທີມອື່ນໆ ມາແຂ່ງຂັນທີ່ແຂວງຈໍາປາສັກ ເພື່ອຖອດຖອນບົດຮຽນ ແລະ ສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຂອງຊາດກໍຄືວັນຊາດທີ 2 ທັນວາຄົບຮອບ 45 ປີ ລວມເຖິງວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ

“ ເຊິ່ງຫຼັງຈາກກອງປະຊົມດັ່ງກ່າວ ທາງຄະນະສະຫະພັນບານເຕະແຂວງຈໍາປາສັກ ໄດ້ປຶກສາຫາລື ແລະ ໄດ້ຂຽນໜັງສືເຊີນບັນດາທີມທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະມິດຕະພາບໄປແລ້ວຍັງລໍຖ້າການຕອບຮັບ ເຊິ່ງແນ່ນອນນັດດັ່ງກ່າວມີໂອກາດເປັນໄປໄດ້ສູງ ໂດຍກໍານົດຈັດໃນວັນທີ 12 ທັນວາ 2020 ຫຼັງຈາກທີ່ແຂວງຈໍາປາສັກ ແຂ່ງຂັນບານເຕະຊີງຂັນວັນຊາດ ທີ່ແຂວງຈໍາປາສັກ ສໍາເລັດໃນວັນທີ 6 ທັນວາ 2020 ( ປັດຈຸບັນແມ່ນກຽມແຂ່ງຮອບ 4 ທີມໃນວັນທີ 1 ທັນວາ 2020 ) ເລຂາທິການສະຫະພັນບານເຕະແຂວງຈໍາປາສັກ ກ່າວ.

ຫຼ້າສຸດເພຈ໌ທາງຂອງວົງການບານເຕະແຂວງຈໍາປາສັກ ຊື່: F.C.Champasak ອອກມາໂພສວ່າ: ເລື່ອງການແຂ່ງຂັນນັດມິດຕະພາບ ລະຫວ່າງ​ ແຂວງຈຳປາສັກ​ ກັບ​ ແຂວງ​ຫຼວງພະບາງ​ ແມ່ນໂຈະການແຂ່ງຂັນແລ້ວ​ ເນື່ອງຈາກບໍ່ພ້ອມຫຼາຍຢ່າງ​ ແລະ​ ທາງແຂວງຫຼວງພະບາງເອງ ກໍ່ບໍ່ທັນມີຄວາມພ້ອມທີ່ຈະເດີນທາງມາ​ຮ່ວມໄດ້ ດັ່ງນັ້ນຈື່ງຂໍອະໄພມາຍັງແຟນບານຂອງທັ້ງ2ທິມມາໃນໂອກາດນີ້.

ສໍາລັບ ທີມບານເຕະຊາຍ ແຂວງຈໍາປາສັກ ສ້າງຜົນງານຢ່າງໂດດເດັ່ນໃນການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020 ປາກົດວ່າ: ແຂວງຈໍາປາສັກ ສ້າງຜົນງານໂດດເດັ່ນຊະນະ 4 ນັດລວດໃນຮອບແບ່ງກຸ່ມ, ຊະນະ ແຂວງຫົວພັນ 5-0 ໃນຮອບ 8 ທີມ, ຮອບ 4 ທີມຊະນະ ນະຄອນຫຼວງ 2-1 ແລະ ຮອບຊີງຊະນະເລີດ ຊະນະ ຫຼວງພະບາງ ໃນການດວນຈຸດໂທດ 3-2 ຫຼັງສະເໝີກັນ 1-1 ຄວ້າຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ.