ບໍລິສັດ ບົວລະພາ ພ້ອມເດີນເຄື່ອງຈັກໂຮງງານໄມ້ອັດ ຕົ້ນປີໜ້າ

183

ການເຕີບໃຫຍ່ຂະຫຍາຍຕົວໃນການດໍາເນີນທຸລະກິດຂອງ ບໍລິສັດ ບົວລະພາ ຕະຫຼອດ 30 ກວ່າປີຜ່ານມາ ເຫັນໄດ້ຜົນງານປະຈັກຕາໃນການສ້າງອາຊີບ ແລະ ລາຍຮັບຂອງປະຊາຊົນ ລວມທັງດຶງເມັດເງິນຕາຕ່າງປະເທດເຂົ້າມາລາວ ຜ່ານການຈໍາໜ່າຍຜະລິດຕະພັນຈາກໄມ້ປູກທີ່ສົ່ງອອກໄປຫຼາຍກວ່າ 20 ປະເທດ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ ບໍລິສັດ ບົວລະພາກະສິກໍາ – ປ່າໄມ້ ຈໍາກັດ ໄດ້ກ່າວວ່າ: ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ ສ້າງຕັ້ງໃນປີ 1989 ລົງທຶນລະຫວ່າງນັກທຸລະກິດຊູແອັດ ແລະ ນັກທຸລະກິດລາວ ດໍາເນີນກິດຈະການປູກໄມ້ອຸດສາຫະກຳ ເຊິ່ງໄດ້ລົງທຶນມາຮອດປັດຈຸບັນ30 ກວ່າລ້ານໂດລາສະຫະລັດ ແລະ ມີທຶນໝູນວຽນທັງໝົດ 50 ກວ່າລ້ານໂດລາສະຫະລັດ. ພ້ອມນັ້ນ, ຍັງມີແຜນສືບຕໍ່ລົງທຶນເພີ່ມຂຶ້ນເລື້ອຍໆຕາມກົນໄກເສດຖະກິດ ແລະ ຄວາມຕ້ອງການຂອງຕະຫຼາດ.

ປັດຈຸບັນ ບໍລິສັດ ບົວລະພາ ໄດ້ມີໂຮງງານເຟີນີເຈີຢູ່ບ້ານແສນອຸດົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຜະລິດເຄື່ອງເຟີນີເຈີຮັບໃຊ້ສັງຄົມທັງພາຍໃນ ແລະ ສົ່ງອອກຂາຍໄປຕ່າງປະເທດ ຫຼາຍກວ່າ 20 ປະເທດໃນໂລກ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ກ່າວຕື່ມວ່າ: ປັດຈຸບັນ ບໍລິສັດ ບົວລະພາ ມີເນື້ອທີ່ປູກໄມ້ຢູ່ໃນ 4 ແຂວງຄື ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊຍະບູລີ ແລະ ແຂວງໄຊສົມບູນ ເຊິ່ງຖືວ່າມາຮອດປັດຈຸບັນເນື້ອທີ່ສວນປູກ ມີ 5 ພັນເຮັກຕາ. ໃນນີ້, ເນື້ອທີ່ຈໍານວນໜຶ່ງແມ່ນດິນປະຊາຊົນມີສ່ວນຮ່ວມນໍາບໍລິສັດ ເຊິ່ງຈະສ້າງຜົນປະໂຫຍດໂດຍສະເພາະໃນໄລຍະ 1 – 2 ປີ ປະຊາຊົນສາມາດປູກພືດກະສິກໍາສັບວ່າງໄມ້ອຸດສາຫະກຳໄດ້ ຮອດປີທີ 3 – 4 ປະຊາຊົນສາມາດນໍາເອົາສັດໃຫຍ່ເຂົ້າມາລ້ຽງໄດ້ ແຕ່ຕ້ອງຢູ່ໃນລະບຽບການຂອງບໍລິສັດ ຫຼັງຈາກຮອດປີທີ 7 ສາມາດຕັດໄມ້ ແລະ ປະຊາຊົນກໍສາມາດປູກເຂົ້າຄືນໄດ້ອີກ ເຊິ່ງເປັນລະບົບໝູນວຽນ.

ສໍາລັບໂຮງງານໄມ້ອັດຢູ່ເມືອງຫີນເຫີບ ແຂວງວຽງຈັນ ໄດ້ເລີ່ມສ້າງຕັ້ງແຕ່ກາງປີ 2018 ລົງທຶນທັງໝົດ 15 ລ້ານໂດລາສະຫະລັດ, ມາຮອດປັດຈຸບັນການກໍ່ສ້າງສໍາເລັດ 80% ແລ້ວ ຄາດວ່າເດືອນມັງກອນ 2021 ຈະສາມາດທົດລອງຜະລິດໄມ້ອັດ ແລະ ຈະເປີດການຜະລິດເຕັມຮູບແບບໃນເດືອນເມສາ 2021.

ປັດຈຸບັນກໍາລັງປະກາດຮັບສະໝັກພະນັກງານ ຄາດວ່າໃນເບື້ອງຕົ້ນຈະໃຫ້ໄດ້ 350 ຄົນ ໂດຍຜູ້ທີ່ມີຄວາມສົນໃຈສາມາດເຂົ້າສະໝັກໄດ້ທີ່ຫ້ອງການ ບໍລິສັດ ບົວລະພາ ເມືອງຫີນເຫີບໄດ້ເລີຍ.

ສໍາລັບການດໍາເນີນທຸລະກິດຂອງ ບໍລິສັດ ບົວລະພາ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສ້າງວຽກເຮັດງານທໍາ, ສົ່ງເສີມປະຊາຊົນປູກຝັງ ແລະ ລ້ຽງສັດ, ສ້າງຕານ່າງເສັ້ນທາງໃຫ້ປະຊາຊົນເຂົ້າເຖິງເຂດທໍາການຜະລິດ ໂດຍສະເພາະບໍລິສັດບຸກເບີກເນື້ອທີ່ປູກໄມ້ແບບມີສ່ວນຮ່ວມປະຊາຊົນກໍໄດ້ນໍາໃຊ້ເສັ້ນທາງທີ່ສະດວກເຂົ້າເຂດການຜະລິດຂອງເຂົາເຈົ້າ, ພ້ອມນັ້ນບໍລິສັດຍັງຊ່ວຍປະກອບສ່ວນສ້າງໂຮງຮຽນ, ຫ້ອງການບ້ານໃນເຂດທີ່ບໍລິສັດໄປສົ່ງເສີມ.