ສະຫາຍ ວັນໄຊ ພອງສະຫວັນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ

187

ສະຫາຍ ວັນໄຊ ພອງສະຫວັນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ສະຫາຍ ບຸນມີ ພິມມະສອນ ແລະ ສະຫາຍ ວົງເພັດ ຈິດປັນຍາ ເປັນຮອງເລຂາ.


ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄຳມ່ວນ ຄັ້ງທີ X ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 30 ພະຈິກ 2020 ທີ່ສະໂມສອນແຂວງ ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ, ຮັກສາການເຈົ້າແຂວງໆຄຳມ່ວນ;  ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີບັນດາ ການນໍາແຂວງ, ພະນັກງານປະຕິວັດ-ອະວຸໂສບຳນານ, ບັນດານັກທຸລະກິດ, ຜູ້ປະກອບການ, ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນ, ສຳຮອງ ຈຳນວນ 335 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ ທັງໝົດ 20 ພັນກ່ວາສະຫາຍເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບ ພ້ອມກັນຄົ້ນຄວ້າພິຈາລະນາ ແລະປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແຜນພັດທະນາເສດຖະກິດ-ສັງຄົມ, ພ້ອມທັງໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການຊີ້ນຳໆພາ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີຜ່ານມາ.

ນອກນັ້ນ, ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ( 2021-2025).ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຄຳມ່ວນ ຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງ ທັງໝົດ 40ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາ 35 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ໄດ້ເປັນເອກະສັນເລືອກເອົາ ຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ ໂດຍເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ບຸນມີ ພິມມະສອນ ແລະ ສະຫາຍ ວົງເພັດ ຈິດປັນຍາ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ຄຳສອນ ອ້ວນທະວີ ເປັນປະທານກວດກາພັກ; ສະຫາຍ ສີສຸກ ພິມມະສອນ, ສະຫາຍ ສະເຫຼີມສັກ ແກ້ວຈັນທະລາ ແລະ ສະຫາຍ ນາງ ໂພໄຊ ຮົ່ມສະຫວັນ ເປັນຮອງປະທານກວດກາພັກ.

ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ເອົາຜູ້ແທນສົມບູນ ຈຳນວນ 26 ສະຫາຍ ແລະ ສໍາຮອງ 3 ສະຫາຍ.


ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງຄໍາໂອ້ລົມຈາກ ສະຫາຍ ຄໍາພັນ ພົມມະທັດ ເຊິ່ງໄດ້ຊີ້ທິດເຍືອງທາງໃຫ້ກັບຄະນະບໍລິຫານງານພັກແຂວງຊຸດໃໝ່ ກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຊົມເຊີຍຜົນງານອັນໃຫຍ່ຫຼວງ ແລະ ຫຼາຍດ້ານ ທີ່ຄະນະພັກແຂວງ ແລະ ອົງການປົກຄອງຂັ້ນຕ່າງໆ ຍາດມາໄດ້ ໃນໄລຍະ 5 ປີຜ່ານມາ.

ຈາກນັ້ນ ສະຫາຍໄດ້ເນັ້ນໜັກບາງບັນຫາສໍາຄັນວ່າ: ໃນຊຸມປີຕໍ່ໜ້າ ສະພາບແວດລ້ອມສາກົນ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປໄປຢ່າງສັບສົນ, ມີທັງໂອກາດ, ສິ່ງທ້າທາຍໃນການສ້າງສາພັດທະນາປະເທດພວກເຮົາ, ທັງປັດໄຈທາງທໍາມະຊາດ, ພະຍາດລະບາດ ແລະ ອື່ນໆທີ່ເກີດຂຶ້ນ ຈາກສະພາບຄືດັ່ງກ່າວຮຽກຮ້ອງໃຫ້ບັນດາສະຫາຍ ຕ້ອງໄດ້ຢືນຢູ່ບົນຈິດໃຈບຸກທະລຸຢ່າງແຂງແຮງ ເພື່ອນຳພາແຂວງຄໍາມ່ວນ ໃຫ້ກ້າວຂຶ້ນຕາມທິດທີ່ກຳນົດໄວ, ແນໃສ່ໃຫ້ແຂວງຄໍາມ່ວນມີສະຖຽນລະພາບດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນບາດກ້າວໜັ້ນທຽ່ງ, ດ້ານວັດທະນະທຳ – ສັງຄົມ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕ້ອງໄປຕາມທິດສີຂຽວ ແລະ ຍືນຍົງແທ້ຈິງ ຕິດພັນກັບການຈັດສັນເຂດຈຸດສຸມ ການພັດທະນາຂຸດຄົ້ນເສີມຂະຫຍາຍທ່າແຮງບົ່ມຊ້ອນ ກຳລັງແຮງ ແລະ ເງື່ອນໄຂຕົວຈິງທີ່ມີຢູ່ໃນແຕ່ລະພື້ນທີ່-ແຕ່ລະເຂດ, ການແກ້ໄຂປະກົດການຫຍໍ້ທໍ້ ແລະ ບັນຫາສຳຄັນອື່ນໆ

ຂ່າວ-ພາບ: ສັນຕິ