ເຟສບຸ໊ກເລັ່ງກຳຈັດຂ່າວປອມກ່ຽວກັບວັກແຊັງໂຄວິດ – 19

143

ສື່ສັງຄົມອອນລາຍເຟສບຸ໊ກ ( Facebook) ປະກາດຈະເລີ່ມກໍາຈັດ ຫຼື ຫຼຸດຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບວັກແຊັງໂຄວິດ- 19 ອອກຈາກໜ້າເຟສບຸ໊ກ ເນື່ອງຈາກເປັນການເຜີຍແຜ່ຂໍ້ມູນທີ່ບໍ່ເປັນຄວາມຈິງ.

ເຟສບຸ໊ກ ລະບຸວ່າຈະເລີ່ມລົບຂໍ້ມູນກ່ຽວກັບວັກແຊັງໂຄວິດ – 19 ເຊິ່ງຜູ້ຊ່ຽວຊານດ້ານສາທາລະນະສຸກອອກມາ    ຢືນຢັນແລ້ວວ່າບໍ່ແມ່ນຄວາມຈິງໃນສື່ຕ່າງໆຂອງບໍລິສັດລວມທັງອິນສະຕາແກຣມ ( INSTAGRAM ) ຫຼັງຈາກທີ່ລັດຖະບານອັງກິດ ໄດ້ຮັບຮອງໃຫ້ວັກແຊັງຈາກບໍລິສັດ Pfizer-BioNTech  ແລະ ອາດຈະເລີ່ມແຈກຢາຍວັກແຊັງໃຫ້ປະຊາຊົນກຸ່ມທໍາອິດໃນອີກບໍ່ທໍ່ໃດມື້ຂ້າງໜ້ານີ້.

ໃນໄລຍະສອງສາມເດືອນທີ່ຜ່ານມາ ເຟສບຸ໊ກ ໄດ້ລົບໂພສ ຕ່າງໆທີ່ມີຂໍ້ມູນບໍ່ຖືກຕ້ອງ ຫຼື ບໍ່ໄດ້ຮັບການຢືນຢັນກ່ຽວກັບເຊື້ອໂຄວິດ – 19 ໄປຫຼາຍກວ່າ 12 ລ້ານໂພສ ລະຫວ່າງເດືອນມີນາເຖິງເດືອນຕຸລາ. ນອກນີ້ທາງ ເຟສບຸ໊ກ ຍັງໄດ້ຫ້າມການໂຄສະນາທີ່ສະໜັບສະໜູນໃຫ້ປະຊາຊົນບໍ່ໃຫ້ໄປສີດວັກແຊັງ ແລະ ຫ້າມໂພສບົດຄວາມທີ່ມີເນື້ອຫາ ຫຼື ຂໍ້ມູນຜິດໆກ່ຽວກັບພະຍາດໂຄວິດ – 19 ນຳອີກ.