ແຂວງບໍ່ແກ້ວ ຢຶດສານເສບຕິດໄດ້ 7 ກວ່າໂຕນ

53

ໃນວັນທີ 4 ທັນວາ 2020 ຄະນະສະເພາະກິດກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວວ່າ ຈະມີກຸ່ມຄົນບໍ່ດີເຄື່ອນໄຫວລັກລອບຂົນສົ່ງສານເສບຕິດ ທີ່ຂອບເຂດຊາຍແດນລາວ – ມຽນມາ. ດັ່ງນັ້ນ, ທາງກອງບັນຊາການທະຫານແຂວງບໍ່ແກ້ວ ຈຶ່ງອອກຄຳສັ່ງໃຫ້ບັນດາປ້ອມທະຫານຊາຍແດນອອກເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບ.

ເວລາປະມານ 23:00 ໂມງ, ປ້ອມທະຫານຊາຍແດນ 121 ທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ພົບເຫັນເຮືອບັນທຸກສິນຄ້າຈອດຢູ່ເຂດບ້ານປຸງເລາະ ເມືອງເມິງ ແຂວງບໍ່ແກ້ວ, ດັ່ງນັ້ນອ້າຍນ້ອງທະຫານຂອງພວກເຮົາ ຈຶ່ງໄດ້ສະແດງຕົວເຂົ້າກວດຄົ້ນໄດ້ພົບເຫັນສິ່ງທີ່ຜິດກົດໝາຍ ຄື: ແປ້ງຝຸ່ນສີຂາວ ( ຄາເຟອິນ ) ຈໍານວນ 290 ເປົາ ເທົ່າກັບ 7.250 ກິໂລກຣາມ, ເຮືອບັນທຸກສິນຄ້າ ຈຳນວນ 1 ລຳ, ພ້ອມທັງກັກຕົວຜູ້ຖືກຫາໄດ້ ຈໍານວນ 3 ຄົນ ຄື: ທ້າວ ນວນ ອາຍຸ 32 ປີ ອາຊີບເຮັດນາ, ທ້າວ ໜານມາ ອາຍຸ 35 ປີ ອາຊີບເຮັດນາ, ທ້າວ ອິນ ອາຍຸ 65 ປີ ອາຊີບຂັບເຮືອ ຜູ້ກ່ຽວທັງ 3 ແມ່ນສັນຊາດມຽນມາ, ຊົນເຜົ່າລື້, ຢູ່ບ້ານຊຽງລາບ ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ.

ປັດຈຸບັນໄດ້ມອບຂອງກາງ ແລະ ຜູ້ຖືກຫາໃຫ້ເຈົ້າໜ້າທີ່ຕຳຫຼວດແຂວງ ບໍ່ແກ້ວ ດໍາເນີນການສືບສວນ – ສອບສວນຂະຫຍາຍຜົນຫາກຸ່ມແກ້ງ – ພັກພວກທີ່ຮ່ວມຂະບວນການຄ້າຂາຍໃນຄັ້ງນີ້ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.