ຢູມັນນີ ສະຫຼອງຄົບຮອບ 2 ປີ ສະໜອງບໍລິການສັງຄົມ

157

ພາຍໃນ 2 ປີ ການສະໜອງບໍລິການກະເປົາເງິນເອເລັກ ໂຕຣນິກ ຢູມັນນີ “ u-money ” ມີຜົນງານອັນໂດດເດັ່ນຫຼາກຫຼາຍຢ່າງ, ມີຮ້ານຕົວແທນບໍລິການຫຼາຍກວ່າ 10.000 ຮ້ານ, ມີລູກຄ້າ 5 ແສນກວ່າຄົນ ແລະ ຮ້ານຄ້າຮັບຊຳລະ QR code ຫຼາຍກວ່າ 6 ພັນຮ້ານໃນທົ່ວປະເທດ

ໃນວັນທີ 9 ທັນວາ 2020 ທີ່ສຳນັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ຈັດພິທີສະເຫຼີມສະຫຼອງ ຄົບຮອບ 2 ປີ ທີ່ສະໜອງການບໍລິການກະເປົາເງິນເອເລັກໂຕຣນິກ ຫຼື ຢູມັນນີ “ u-money ” ຂອງບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດລູກຂອງ ບໍລິສັດ ສະຕາໂທລະຄົມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ຈີ້ງ ທິ ເຕີມ ອັກຄະລັດຖະທູດ ສສ ຫວຽນນາມ ປະຈຳລາວ, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີວ່າການ ກະຊວງ ໄປສະນີໂທລະຄົມມະນາຄົມ, ທ່ານ ພົນຕີ ວົງຄຳ ພົມມະກອນ ຫົວໜ້າ ກົມໃຫ່ຍ ພາລາທິການ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ອຸລະຫາ ທອງວັນທາ ຜູ້ອໍານວຍການໃຫ່ຍ ລັດວິສາຫະກິດ ລາວ – ເອເຊຍໂທລະຄົມ, ທ່ານ ລິວ ແມ່ງ ຮ່າ ຜູ້ອໍານວຍການໃຫ່ຍ ບໍລິສັດ ສະຕາໂທລະຄົມທັງເປັນ ຜູ້ອຳນວຍການໃຫ່ຍ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ພ້ອມດ້ວຍແຂກການນໍາ ຕະຫຼອດຮອດບັນດາບໍລິສັດວິສາກິດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ລິວ ແມ່ງ ຮ່າ ກ່າວວ່າ: ດ້ວຍຈຸດປະສົງເປົ້າໝາຍວ່າ ບ່ອນໃດທີ່ມີສັນຍານ ຂອງຢູນີເທວ ບ່ອນນັ້ນມີການເຂົ້າເຖີງບໍລິການ ດ້ານດີຈີຕອນ. ກ່ອນໜ້ານັ້ນ ຢູນີເທວ ໄດ້ສຳເລັດການປະຕິບັດດ້ານພາລະກິດ ສະໜອງບໍລິການດ້ານໂທລະຄົມມະນາຄົມໃຫ້ກັບ ພໍ່ແມ່ປະຊາຊົນຢ່າງທົ່ວເຖິງ ເຊິ່ງຕໍ່ໄປການສະໜອງບໍລິການດ້ານການເງິນເອເລັກໂຕຣນິກ, ການຊຳລະເອເລັກໂຕຣນິກ ຢ່າງທົ່ວເຖີງນັບແຕ່ ເທດສະບານ ຫາເຂດຫ່າງໄຫກສອກຫຼີກ ໂດຍຜ່ານບໍລິການ u-money ແລະ ແຜ່ນເປົ້າໝາຍແຕ່ນີ້ເຖິງປີ 2025, 80% ຂອງລູກຄ້າ ທີ່ນຳໃຊ້ໂທລະສັບມືຖື ຢູ່ລາວແມ່ນໃຫ້ມີບັນຊີ Mobile Money , ຂະຫຍາຍຮ້ານຕົວແທນບໍລິການ 1 ບ້ານໃຫ້ໄດ້ 1 – 3 ຮ້ານຕົວແທນບໍລິການ, ເພື່ອສ້າງເງື່ອນໄຂເຊື່ອມຕໍ່ປະຊາຊົນນຳໃຊ້ການບໍລິການໂອນເງິນ, ຊຳລະທີ່ສະດວກຍິ່ງຂື້ນ, ເປີດກ້ວາງການເຂົ້າເຖິງແຫຼ່ງທືນຂອງປະຊາຊົນ ພິເສດແມ່ນປະຊາຊົນໃນເຂດຫ່າງໄກສອກຫຼີກ ເພື່ອເປັນພື້ນຖານໃນການເສີມສ້າງພັດທະນາເສດຖະກິດ – ສັງຄົມ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນດີຂື້ນເທື່ອລະກ້າວ.

ທ່ານ ລິວ ແມ່ງ ຮ່າ ກ່າວຕື່ມອີກວ່າ: ຜ່ານໄລຍະເວລາ 2 ປີ ແຫ່ງການສະໜອງບໍລິການ u-money ໄດ້ປາກົດເຫັນວ່າມີຜົນງານອັນໂດດເດັ່ນຫຼາກຫຼາຍຢ່າງເກີດຂຶ້ນ ເຊັ່ນ: ໄດ້ມີຮ້ານຕົວແທນບໍລິການໃນທົ່ວປະເທດ ຫຼາຍກວ່າ 10.000 ຮ້ານ, ມີລູກຄ້າຫຼາຍກວ່າ 500.000 ຄົນ ແລະ ຮ້ານຄ້າຮັບຊຳລະ QR code ຫຼາຍກວ່າ 6.000 ຮ້ານໃນທົ່ວປະເທດ. ນອກຈາກນີ້, ຍັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍຄືຄັງເງິນແຫ່ງຊາດ ໄດ້ປະຕິບັດການເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານ – ລັດຖະກອນຢູ່ບັນດາເມືອງຫ່າງໄກສອກຫຼີກ. ພ້ອມດຽວກັນນີ້, ບັນດາເມືອງຕ່າງໆຍັງໄດ້ໃຊ້ຜະລິດຕະພັນດັ່ງກ່າວນີ້ເຂົ້າໃນການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນໃຫ້ກັບນາຍບ້ານອີກ

ພາຍໃນພິທີສະເຫຼີມສະຫຼອງ, ຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ກໍຄື ທະນາຄານ ແຫ່ງ ສປປ ລາວ ໃນຖານະຄຸ້ມຄອງໂດຍກົງດ້ານການເງິນ, ທ່ານ ສອນໄຊ ສິດພະໄຊ ໄດ້ກ່າວຊົມເຊີຍຕໍ່ກັບຜົນງານຕະຫຼອດ ໄລຍະເວລາ 2 ປີ ຜ່ານມາ ຂອງບໍລິສັດ ສະຕາ ຟີນເທັກ ທີ່ປະສົບຜົນສຳເລັດ ໃນການໃຫ້ບໍລິການເງິນເລັກໂຕຣນິກຢ່າງກ້າວກະໂດດຂັ້ນ, ສາມາດເຂົ້າສູ່ ຕະຫຼາດໄດ້ຢ່າງທົ່ວເຖີງ ແລະ ມີປະສິດທິພາບ. ແຕ່ເຖີງຢ່າງໃດກໍ່ຕາມ ທ່ານໄດ້ເນັ້ນ ບໍລິສັດ ໃຫ້ເອົາໃຈໃສ່ຕໍ່ການຂະຫຍາຍເຄືອຂ່າຍໃຫ້ກ້ວາງຂວາງ ຂະຫຍາຍຊ່ອງທາງໃຫ້ບໍລິການ ຮ່ວມກັບ ຜູ້ໃຫ້ບໍລິການຊຳລະອື່ນ ເພື່ອໃຫ້ລະບົບນິເວດ ການຊຳລະທົ່ວເຖີງ ທັງເປັນການສົ່ງເສີມໃຫ້ສັງຄົມກ້າວໄປສູ່ສັງຄົມໄຮ້ເງິນສົດ, ເອົາໃຈໃສ່ ການບໍລິການລູກຄ້າ, ການໃຫ້ຄວາມຮູ້ທາງດ້ານ Fintech ລວມທັງການຄຸ້ມຄອງຕົວແທນ ເພື່ອໃຫ້ບໍລິການດັ່ງກ່າວມີຄວາມປອດໄພ, ມີປະສິດທິພາບ ໃນນາມຜູ້ຄຸ້ມຄອງ ກໍ່ຂະໃຫ້ການສະໜັບສະໜູນ, ຕິດຕາມການບໍລິການ ແລະ ການພັດທະນາຜະລິດຕະພັນໃໝ່