ຜົນກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 9

97

ຕອນເຊົ້າວັນທີ 9 ທັນວາ 2020, ພະນະທ່ານ ທອງລຸນ  ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ – ແມ່ນໍ້າເຈົ້າພະຍາ – ແມ່ນໍ້າຂອງ ( ACMECS ) ຄັ້ງທີ 9 ພາຍໃຕ້ຄຳຂວັນ “ ຄູ່ຮ່ວມມື ເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ ” ຜ່ານຮູບແບບວິດີໂອທາງໄກ ໂດຍການເປັນປະທານຂອງ ສົມເດັດ ເຕໂຊ ຮຸນເຊັນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍ ເຊິ່ງໄດ້ມີປະມຸກລັດ ແລະ ຫົວໜ້າລັດຖະບານ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກ ( ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ) ແລະ ທ່ານເລຂາທິການໃຫຍ່ອາຊຽນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສຸດຍອດໄດ້ທົບທວນຄວາມຄືບໜ້າ ການຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຜ່ານມາ ກໍຄືການຈັດຕັ້ງປະຕິບັດຖະແຫຼງການບາງກອກ ແລະ ແຜນແມ່ບົດ ACMECS ( 2019 – 2023 ) ໂດຍສະເພາະການກະກຽມສ້າງຕັ້ງກອງທຶນພັດທະນາແອັກແມັກ, ການກະກຽມສ້າງຕັ້ງຄະນະກຳມະການປະສານງານໃນ 3 ເສົາຄ້ຳ ພາຍໃຕ້ແຜນແມ່ບົດແອັກແມັກ ແລະ ການລະດົມທຶນຈາກບັນດາຄູ່ຮ່ວມພັດທະນາຊຸດທີ່ໜຶ່ງ ເຊິ່ງລວມມີ: ຍີ່ປຸ່ນ, ສ.ເກົາຫຼີ, ສປ ຈີນ, ອາເມຣິກາ, ອິນເດຍ ແລະ ອົສຕຣາລີ ເຂົ້າໃນການຮ່ວມມືແອັກແມັກ ທີ່ກຳລັງສຸມທຸກກຳລັງແຮງເພື່ອການພັດທະນາເສດຖະກິດ – ສັງຄົມ, ການເຊື່ອມຈອດທາງດ້ານຄົມມະນາຄົມຂົນສົ່ງ ແລະ ການພັດທະນາສີຂຽວ ແລະ ຍືນຍົງ.

ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືເພື່ອຟື້ນຟູເສດຖະກິດ – ສັງຄົມຂອງພາກພື້ນໃນໄລຍະແຜ່ລະບາດ ແລະ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍສະເພາະໃນຂະແໜງການການຄ້າ, ການທ່ອງທ່ຽວ ແລະ ການໄປ – ມາຫາສູ່ກັນ ແລະ ອື່ນໆ. ພ້ອມດຽວກັນນີ້, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການພະນົມເປັນ ຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພາລະບົດບາດຂອງກອງທຶນພັດທະນາ ACMECS, ກົນໄກການປະຕິບັດວຽກງານຂອງຄະນະກຳມະການປະສານງານ ACMECS ແລະ ບັນດາໂຄງການບຸລິມະສິດ ເພື່ອເປັນເອກະສານພື້ນຖານໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ACMECS ໃຫ້ເປັນຮູບປະທໍາຂຶ້ນເທື່ອລະກ້າວ.

ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຢ່າງຈົບງາມ ໃນການປະຕິບັດໜ້າທີ່ການເປັນປະທານ ACMECS ຂອງຣາຊະອານາຈັກກໍາປູເຈຍ ( 2018 – 2020 ) ແລະ ໄດ້ມອບຕໍ່ໜ້າທີ່ດັ່ງກ່າວໃຫ້ແກ່ ສປປ ລາວ ໃນໄລຍະ 2 ປີຂ້າງໜ້າ ເຊິ່ງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບບັນດາປະເທດສະມາຊິກ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ນີ້ ໃຫ້ປາກົດຜົນເປັນຈິງ.