ການຢາ ມິດຕະພາບເຕີບໂຕຄຽງຄູ່ກັບການພັດທະນາເສດຖະກິດ – ສັງຄົມຂອງຊາດ

402

ບໍລິສັດ ການຢາມິດຕະພາບ ດໍາເນີນທຸລະກິດນໍາເຂົ້າຢາ ແລະ ຜະລິດຕະພັນການແພດ ມາແລ້ວເປັນເວລາຫຼາຍກວ່າ 30 ປີ ສິ່ງໜຶ່ງທີ່ຜູ້ບໍລິຫານພູມໃຈກໍແມ່ນການປະກອບສ່ວນສໍາຄັນໃນວຽກງານສາທາລະນະສຸກ ໂດຍສະເພາະສະໜອງຜະລິດຕະພັນຢາ, ເຄື່ອງມືການແພດ ມີສ່ວນສໍາຄັນຊ່ວຍປະກອບສ່ວນສະໜອງຂໍ້ມູນຕ່າງໆໃຫ້ພາກລັດເຂົ້າໃນຂະບວນການພັດທະນາ.

ທ່ານ ນາງ ວາລີ ເວດສະພົງ ອໍານວຍການບໍລິສັດການຢາມິດຕະພາບ ກ່າວວ່າ: ໃນເມື່ອກ່ອນເປັນວິສາຫະກິດຮຸ້ນສ່ວນກັບລັດຖະບານສ້າງຕັ້ງໃນປີ 1989 ພາຍຫຼັງດໍາເນີນທຸລະກິດມາຮອດປີ 1993 ກໍໄດ້ຫັນມາເປັນເອກະຊົນ 100% ໂດຍໄດ້ດໍາເນີນການນໍາເຂົ້າຢາ ແລະ ອຸປະກອນການແພດຈາກຕ່າງປະເທດ ເຊິ່ງເປັນບໍລິສັດທີ 2 ຂອງປະເທດທີ່ດໍາເນີນທຸລະກິດນໍາເຂົ້າຢາ ອັນໄດ້ປະກອບສ່ວນສໍາຄັນໃນວຽກງານສາທາລະນະສຸກໂດຍສະເພາະ ເຮັດໃຫ້ລາຄາຢາໃນປະເທດຫຼຸດລົງຫຼາຍ ເນື່ອງຈາກບໍ່ມີການຜູກຂາດລາຄາ.

ຕະຫຼອດ 30 ກວ່າປີຜ່ານມາ ການດໍາເນີນທຸລະກິດມີການຂະຫຍາຍຕົວຄຽງຄູ່ກັບການພັດທະນາປະເທດຊາດ ໂດຍໄດ້ຮັບແຮງສະໜັບສະໜູນຈາກລັດຖະບານ ໂດຍສະເພາະນະໂຍບາຍ, ລະບຽບການ ກໍຄືນະໂຍບາຍສົ່ງເສີມຕ່າງໆ ເຊິ່ງມີສ່ວນສໍາຄັນທີ່ເຮັດໃຫ້ນັກລົງທຶນ ຫຼື ນັກທຸລະກິດ ມີຄວາມເຊື່ອໝັ້ນ ແລະ ກ້າຕັດສິນໃຈມາລົງທຶນ. ສະນັ້ນ, ຈຶ່ງຂໍຂອບໃຈທີ່ພາກລັດທີ່ຍາມໃດກໍໄດ້ມີການປັບປຸງບັນດາລະບຽບຫຼັກການເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ ແລະ ການພັດທະນາ ເຊິ່ງປະເທດລາວເຮົາກໍເປັນປະເທດໜຶ່ງທີ່ພະຍາຍາມປັບຕົນເອງມາຕະຫຼອດ. ໃນນາມຜູ້ບໍລິຫານການຢາມິດຕະພາບ ກໍມີຄວາມພາກພູມໃຈທີ່ເຫັນຂະບວນວິວັດແຫ່ງການປ່ຽນແປງມາແຕ່ລະໄລຍະ ການດໍາເນີນທຸລະກິດໃນເວລານັ້ນໄດ້ຮຽນຮູ້ຈາກຂະບວນການທີ່ເກີດຂຶ້ນຕົວຈິງ, ການແກ້ໄຂບັນຫາ ພ້ອມຖອດຖອນບົດຮຽນໄປນໍາກັນ.

ທ່ານກ່າວວ່າ: ມາຮອດປັດຈຸບັນ  ການຢາມິດຕະພາບຖືວ່າເປັນກົກ ເຫງົ້າທີ່ສໍາຄັນ ເຮັດໃຫ້ຕົນເອງກ້າຂະຫຍາຍທຸລະກິດມາເປັນ ເວດສະພົງ ຄລີນິກ ໃນປີ 2014 ແລະ ປັດຈຸບັນກໍກ້າວມາຮ່ວມລົງທຶນສ້າງໂຮງໝໍກະເສມລາດ ອິນເຕີເນຊັ່ນແນລ ຮອສປີຕອລ ວຽງຈັນ ທີ່ເລີ່ມລົງມືກໍ່ສ້າງກາງປີ 2018 ຄາດວ່າຈະເປີດໃຫ້ບໍລິການໃນເດືອນເມສາ ປີ 2021.

ທ່ານ ນາງ ວາລີ ເວດສະພົງ ຍັງເຜີຍບົດຮຽນການດໍາເນີນທຸລະກິດວ່າ: ຜູ້ທີ່ຢາກດໍາເນີນທຸລະກິດຕ້ອງໄດ້ລົງເລິກວຽກນັ້ນໆໃຫ້ຮູ້ສາກ່ອນ ເຖິງບໍ່ຮູ້ຫຼາຍກໍໃຫ້ຮູ້ໜ້ອຍໜຶ່ງ ເພື່ອໃຫ້ສາມາດເຂົ້າໃຈ, ສາມາດນໍາສະເໜີຜະລິດຕະພັນ ຫຼື ໂຄງການໃຫ້ຮຸ້ນສ່ວນ ຫຼື ຜູ້ທີ່ຈະມາລົງທຶນ ແລະ ທີ່ສໍາຄັນແມ່ນເລີ່ມແຕ່ນ້ອຍຫາໃຫຍ່ ເພື່ອເຮັດໃຫ້ໂອກາດຜິດພາດມີໜ້ອຍ.

ສໍາລັບການຕໍ່ຍອດທຸລະກິດໃນຍຸກນີ້ ຖ້າຢາກເຕີບໃຫຍ່ຕ້ອງໄດ້ຫາຮຸ້ນສ່ວນມາເສີມທັບ ວິທີນີ້ຈະເຮັດໃຫ້ທຸລະກິດຂະຫຍາຍຕົວໄດ້ ແລະ ໄວທີ່ສຸດ ບໍ່ຕ້ອງເນັ້ນທີ່ຮຸ້ນຈະນ້ອຍ ຫຼື ໃຫຍ່ ເມື່ອໃດຫາກໄດ້ຮຽນຮູ້ ເກີດຄວາມຊໍານານແລ້ວ ເຮົາຢາກໄປຕັ້ງທຸລະກິດເພີ່ມອີກກໍໄດ້ ຫຼື ຈະໄປລົງທຶນໃນຂະແໜງການອື່ນໆກໍບໍ່ເສຍຫາຍຫຍັງ, ທ່ານ ນາງ ວາລີ ກ່າວ.