Monthly Archives: November, 2020

ເປີດນຳໃຊ້ສະຖານີສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ບ້ານຫາດ-ຊາຍແດນກຳປູເຈຍ

ໃນວັນທີ 1 ພະຈິກ 2020 ທີ່ບ້ານຫາດ ເມືອງໂຂງ ແຂວງຈໍາປາສັກ ໄດ້ຈັດພິທີເປີດການນໍາໃຊ້ສາຍສົ່ງ-ສະຖານີໄຟຟ້າແຮງສູງ 500 ກິໂລໂວນ ບ້ານຫາດ ຫາ ຊາຍແດນລາວ-ກໍາປູເຈຍ ໂດຍການເຂົ້າຮ່ວມຕັດແຖບຜ້າ ແລະ ລັ່ນກ້ອງ 9 ບາດ ຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ...

ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ ແລະ ນ້ຳເບີ 23 ສາມາດກັບບ້ານໄດ້ແລ້ວ

ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ, 2 ພະຈິກ ນ້ຳເບີ 23 ແມ່ນສາມາດກັບບ້ານເພື່ອສືບຕໍ່ຕິດຕາມອາການອີກ 14 ວັນ ພ້ອມທັງປະຕິບັດ ວິຖີການດຳລົງຊີວິດປົກກະຕິແບບໃໝ່ new normal. ຂອບໃຈພາບປະກອບຈາກສູນຂ່າວສານການແພດສຸຂະສຶກສາ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງສະພາບການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ...

ຊາວໜຸ່ມອ້ອມຂ້າງກະຊວງ ອຄ ຈັດກິດຈະກໍາເຕະບານຊີງຂັນລັດຖະມົນຕີ

ປະຕິບັດຕາມມະຕິຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ສະບັບເລກທີ 030/ຄບພ.ອຄ, ລົງວັນທີ 4 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ອະນຸກຳມະການຕ່າງໆ ເພື່ອກະກຽມກອງປະຊຸມຜູ້ແທນອົງຄະນະພັກ ກະຊວງ ອຄ ຄັ້ງທີ V ໂດຍສະເພາະແມ່ນອະນຸກຳມະການໂຄສະນາ, ຂະບວນການ ແລະ ແຂ່ງຂັນຍ້ອງຍໍ...

ແບ່ງສາຍແລ້ວ! ບານເຕະຊີງຂັນ ຮອງປະທານປະເທດ ມີ 22 ພາກສ່ວນຮ່ວມຊີງໄຊ

ການແຂ່ງຂັນບານເຕະຊີງຂັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງສປປລາວ ຈະເປີດຂຶ້ນລະຫວ່າງວັນທີ 11 ພະຈິກ ຫາ 18 ທັນວາ 2020 ທິີ່ສະໜາມລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ; ຫຼ້າສຸດໃນວັນທີ 30 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 3 ສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ ໄດ້ມີການຈັບສະຫຼາກແບ່ງສາຍຢ່າງເປັນທາງການ. ພິທີດັ່ງກ່າວເຂົ້າຮ່ວມໂດຍ ທ່ານ...

ຊາຄອມແບັງ ຮ່ວມກັບ ສະຫະພັນກ໊ອຟແຫ່ງຊາດລາວ ກຽມການແຂ່ງຂັນກ໊ອຟສະຫຼອງວັນຊາດ

ທະນາຄານ ຊາຄອມແບັງ ( Sacombank ) ຜູ້ອຸປະຖໍ້າຫຼັກ ຮ່ວມກັບ ສະຫະພັນກ໊ອຟແຫ່ງຊາດລາວ, ບໍລິສັດ PV oil, ຮ້ານສຸບິນ ຕັດຫຍິບ, ໂຮງໝໍ ຮ່າໂນ້ຍວຽງຈັນ ແລະ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ VANGTAT MINING ກຽມຈັດການແຂ່ງຂັນກ໊ອຟມິດຕະພາບສະເຫຼີມສະຫຼອງວັນຊາດທີ 2 ທັນວາ...

ພ້ອມແລ້ວງານວາງສະແດງລົດນາໆຊາດວຽງຈັນ ຄັ້ງທີ 5

ທ່ານ ພອນຈັນ ເພັງສຸວັນ ປະທານ ບໍລິສັດ ພີພີ ເອັນເຕີເທັນເມັນ ແອນ ອີເວັນ ອໍກາໄນເຊີ ຜູ້ຈັດງານວາງສະແດງລົດກ່າວວ່າ: ງານວາງສະແດງລົດນາໆຊາດວຽງຈັນ ຄັ້ງທີ 5 ປີ 2020 ປີນີ້ຈະຈັດຂຶ້ນໃນລະ ຫວ່າງວັນທີ 7 - 15 ພະຈິກ 2020 ທີ່ສູນການຄ້າລາວ...

ຮອງນາຍົກ ສົມດີ ດວງດີ ຊີ້ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄໍາຖາມເຈາະຈີ້ມ ຂອງສະມາຊິກສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2020 ວ່າໃນເວລາທີ່ຍັງເຫຼືອຈະພະຍາຍາມສູ້ຊົນສຸດຄວາມສາມາດເກັບລາຍຮັບໃຫ້ໄດ້ຕາມແຜນ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຕໍ່ຄໍາຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 29 ຕຸລາ 2020 ວ່າ: ສະພາບລວມຂອງການຈັດຕັ້ງປະຕິບັດແຜນງົບປະມານ 2020 ແມ່ນມີຄວາມຫຍຸ້ງຍາກແທ້ດ້ວຍຫຼາຍສາເຫດ ດັ່ງທີ່ໄດ້ນໍາສະເໜີໃນບົດລາຍງານໄປກ່ອນໜ້ານີ້.ຍ້ອນສາເຫດເຫຼົ່ານີ້...

ຕານ້ອຍ ML31 ຈາກນັກກີລາບ້ານສົ່ງທີມມຊ ຂຶ້ນສູ່ເວທີປະກວດນາງສາວລາວ 2020

ມາທໍາຄວາມຮູ້ຈັກກັບສາວນ້ອຍ 100 ຄວາມສາມາດ ພິມມະສອນ ວໍລະສັກ (ຕານ້ອຍ) 1 ໃນຜູ້ເຂົ້າປະກວດນາງສາວລາວ 2020 ໝາຍເລກ ML31 ເປັນສາວງາມຈາກ ເເຂວງໄຊຍະບູລີອາຍຸ 21 ປີ ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຕະຫຼາດ ປີທີ 4 (ປະລິນຍາຕີ) ແລະ...

ນັບຖອຍຫຼັງສູ່ການເລືອກຕັ້ງປະທານາທິບໍດີອາເມຣິກາ

ທ່ານໂນນັນ ທຣັມ ໄດ້ຫາສຽງເລືອກຕັ້ງ 3 ຄັ້ງຢູ່ 3 ລັດຕ່າງກັນຄື: Waterford Township (ລັດ Michigan), Green Bay (ລັດ Wisconsin) ແລະ Rochester (ລັດ Minnesota). ສ່ວນທ່ານ ໂຈ ໄບເດັນ ໄດ້ມີບົດກ່າວປາໄສ ຂົນຂວາຍການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງຢູ່ Milwaukee...

ກວດເບິ່ງດ່ວນ! ມາດຕະການຜ່ອນຜັນຫຼ້າສຸດ ປະຕິບັດແຕ່ນີ້ຈົນຮອດ 31 ທັນວາ

ໃນວັນທີ 1 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວ​ໜ້າກອງເລຂາຄະນະສະເພາະກິດ, ໄດ້ຖະແຫຼງຂ່າວ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະວັນທີ 1 ພະຈິກ ຫາ...
- Advertisment -
Slide
Slide

Most Read

error: Content is protected !!