ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ ແລະ ນ້ຳເບີ 23 ສາມາດກັບບ້ານໄດ້ແລ້ວ

212

ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ, 2 ພະຈິກ ນ້ຳເບີ 23 ແມ່ນສາມາດກັບບ້ານເພື່ອສືບຕໍ່ຕິດຕາມອາການອີກ 14 ວັນ ພ້ອມທັງປະຕິບັດ ວິຖີການດຳລົງຊີວິດປົກກະຕິແບບໃໝ່ new normal.


ຂອບໃຈພາບປະກອບຈາກສູນຂ່າວສານການແພດສຸຂະສຶກສາ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງສະພາບການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ ປະຈຳວັນທີ 2 ພະຈິກ 2020 ທີ່ ກະຊວງສາທາລະນະສຸກ ວ່າ: ຮອດ 5 ໂມງແລງ ຂອງວັນທີ 01 ພະຈິກ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.326 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ 666 ຄົນ (ແຮງງານລາວກັບມາແຕ່ໄທ 83 ຄົນ); ຈຸດຜ່ານດ່ານ ລາວ – ຈີນ 110 ຄົນ, ໃນນີ້ ແຮງງານຈີນ 99 ຄົນ, ຜ່ານດ່ານບໍ່ເຕັ້ນ ແຂວງຫຼວງນໍ້າທາ, ເຫຼືອນັ້ນ ແມ່ນ ຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ – ຫວຽດນາມ 547 ຄົນ ເຊິ່ງເຂົ້າມາໂດຍຖືກອະນຸຍາດ ຈາກຄະນະສະເພາະກິດ, ໃນນັ້ນ ມີນັກສຶກສາ 39 ຄົນ, ແຮງງານຫວຽດນາມ 74 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ; ຈຸດຜ່ານດ່ານ ລາວ – ກຳປູເຈຍ ທັງໝົດ 03 ຄົນ, ທັງໝົດແມ່ນຄົນກຳປູເຈຍ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານ ທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ໃນວັນທີ 1 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 132 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 46 ຕົວຢ່າງ, ແຮງງານຫວຽດນາມ 64 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 21 ຕົວຢ່າງ ແລະ ຜູ້ຕິດເຊື້ອນ້ຳເບີ 23 ມາກວດຄືນ 1 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 1 ພະຈິກ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ສຳລັບຜູ້ຕິດເຊື້ອນໍ້າເບີ 23 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 1 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 66.366 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ.

ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ ປະຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.821 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ປະຈຸບັນ, ຜູ້ຕິດເຊື້ອນ້ຳເບີ 23 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປສືບຕໍ່ຕິດຕາມອາການຢູ່ເຮືອນຂອງຕົນຈົນຄົບ 14 ວັນ ພ້ອມທັງປະຕິບັດ ວິຖີການດຳລົງຊີວິດປົກກະຕິແບບໃໝ່ new normal; ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 24 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.