ເປີດນຳໃຊ້ສະຖານີສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ບ້ານຫາດ-ຊາຍແດນກຳປູເຈຍ

275

ໃນວັນທີ 1 ພະຈິກ 2020 ທີ່ບ້ານຫາດ ເມືອງໂຂງ ແຂວງຈໍາປາສັກ ໄດ້ຈັດພິທີເປີດການນໍາໃຊ້ສາຍສົ່ງ-ສະຖານີໄຟຟ້າແຮງສູງ 500 ກິໂລໂວນ ບ້ານຫາດ ຫາ ຊາຍແດນລາວ-ກໍາປູເຈຍ ໂດຍການເຂົ້າຮ່ວມຕັດແຖບຜ້າ ແລະ ລັ່ນກ້ອງ 9 ບາດ ຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ທ່ານ ຮຈ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ຈັນທະບູນ ສຸກອາລຸນ ວ່າການຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຜູ້ອຳນວຍການບໍລິສັດ YEIG ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂຄງການກໍ່ສ້າງສະຖານີໄຟຟ້າ ແລະ ສາຍສົ່ງແຮງສູງ 500 Kv ແມ່ນເປັນໂຄງການໜຶ່ງທີ່ນອນໃນຍຸດທະສາດ ແລະ ແຜນພັດທະນາສະຖານີ ແລະ ສາຍສົ່ງແຮງສູງຂອງ ສປປ ລາວ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການກະກຽມຢ່າງຮອບດ້ານການສົ່ງອອກກະແສໄຟຟ້າໄປຫາ ຣາຊະອານາຈັກ ກຳປູເຈຍ ເຊິ່ງເປັນຍຸດທະສາດສຳຄັນຂອງ ສປປ ລາວ ໃນການແລກປ່ຽນ-ຊື້-ຂາຍ ໄຟຟ້າ ກັບປະເທດເພື່ອນບ້ານ.
ມາຮອດປະຈຸບັນ ສປປ ລາວ ໄດ້ສົ່ງອອກກະແສໄຟຟ້າໄປຕ່າງປະເທດທັງໝົດ 6.000 ກວ່າເມກາວັດ.

ໃນນີ້, ສົ່ງອອກໄປ ຣາຊະອານາຈັກໄທ 5.000 ເມກາວັດ, ສສ ຫວຽດນາມ 500 ເມກາວັດ, ກຳປູເຈຍ ແລະ ມຽນມາ 500 ກວ່າເມກາວັດ. ພິເສດສຳເລັດສົ່ງຂາຍໄຟຟ້າໄປ ມາເລເຊຍ ຜ່ານໄທ 100 ເມກາວັດ ແລະ ໃນປີໜ້າ ຈະສົ່ງຕື່ມ 300 ເມກາວັດ; ພ້ອມກັນນີ້ ຈະສືບຕໍ່ເຈລະຈາສົ່ງອອກໄປ ສິ່ງກະໂປ ຕື່ມອີກ.


ທັງນີ້, ໂຄງການກໍ່ສ້າງສະຖານີໄຟຟ້າ ແລະ ສາຍສົ່ງແຮງສູງ 500 Kv ບ້ານຫາດ ເປັນໂຄງການທີ່ ລັດວິສາຫະກິດໄຟຟ້າລາວ ລົງທຶນເອງ 100% ໂດຍແມ່ນ ບໍລິສັດ YEIG ເຊິ່ງເປັນບໍລິສັດ ຍັກໃຫຍ່ຂອງ ຢຸນນານ, ສປ ຈີນ ທີ່ດຳເນີນທຸລະກິດດ້ານພະລັງງານແບບສີຂຽວ ແລະ ຍືນຍົງ ໃນທົ່ວໂລກ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງມີຈຸດປະສົງເພື່ອຮອງຮັບພະລັງງານຈາກບັນດາແຫຼ່ງຜະລິດພະລັງງານແຫ່ງຕ່າງໆຢູ່ພາກກາງ ແລະ ພາກໃຕ້ ເພື່ອສົ່ງຂາຍອອກໄປ ປະເທດກຳປູເຈຍ.

ຂໍ້ມູນ: ກະຊວງພະລັງງານ ແລະ ບໍ່ແຮ່