ຮອງນາຍົກ ສົມດີ ດວງດີ ຊີ້ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນ

217

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄໍາຖາມເຈາະຈີ້ມ ຂອງສະມາຊິກສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2020 ວ່າໃນເວລາທີ່ຍັງເຫຼືອຈະພະຍາຍາມສູ້ຊົນສຸດຄວາມສາມາດເກັບລາຍຮັບໃຫ້ໄດ້ຕາມແຜນ.


ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຕໍ່ຄໍາຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 29 ຕຸລາ 2020 ວ່າ: ສະພາບລວມຂອງການຈັດຕັ້ງປະຕິບັດແຜນງົບປະມານ 2020 ແມ່ນມີຄວາມຫຍຸ້ງຍາກແທ້ດ້ວຍຫຼາຍສາເຫດ ດັ່ງທີ່ໄດ້ນໍາສະເໜີໃນບົດລາຍງານໄປກ່ອນໜ້ານີ້.ຍ້ອນສາເຫດເຫຼົ່ານີ້ ທັງພາຍໃນ ແລະ ສາກົນ ໂດຍສະເພາະແມ່ນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສະພາບງົບປະມານ ໂດຍສະເພາະແມ່ນລາຍຮັບຂອງພວກເຮົາຕົກໄປຢູ່ໃນລະດັບດຽວກັບປີ 2017 ເຫັນໄດ້ວ່າສະພາບຖືກດຶງຖອຍຫຼັງຫຼາຍສົມຄວນ. ສະນັ້ນ ສິ່ງເຫຼົ່ານີ້ມັນມີຜົນກະທົບຕໍ່ການຂຶ້ນແຜນງົບປະມານປີ 2021 ຢ່າງຫຼີກລຽງບໍ່ໄດ້.


ແນວໃດກໍຕາມ ດ້ານລາຍລະອຽດທີ່ຕ້ອງການຊີ້ແຈງໃນມື້ນີ້ແມ່ນມີຫຼາຍປະເດັນຈາກບັນດາສະມາຊິກສະພາແຫ່ງຊາດ ເປັນຕົ້ນເລື່ອງການເກັບລາຍຮັບທີ່ປັດຈຸບັນຍັງຕ້ອງສືບຕໍ່ເດີນໜ້າ ໂດຍຂໍ້ມູນຫຼ້າສຸດຈາກລະບົບຄັງເງິນເກັບລາຍຮັບຮອດວັນທີ 26 ຕຸລາ 2020 ນີ້ ໄດ້ປະມານ 68% ຂອງແຜນການ;ໃນນີ້ສະເພາະລາຍຮັບພາຍໃນ 74% ຖືວ່າຍັງບໍ່ທັນສູງເທົ່າທີ່ຄວນ ແຕ່ຖ້າທຽບໃສ່ປີຜ່ານມາ ຫາກຍັງອີກປະມານ 2ເດືອນທ້າຍປີ ພວກເຮົາກໍສາມາດເລັ່ງເກັບໄດ້ຕາມແຜນ, ແຕ່ປີນີ້ຈະສາມາດເຮັດໄດ້ແທ້ຫຼືບໍ່ກໍບໍ່ສາມາດຕອບໄດ້ ແຕ່ຈະພະຍາຍາມສູ້ຊົນສຸດຄວາມສາມາດໃຫ້ໄດ້ຕາມແຜນ ແຕ່ຫາກບໍ່ບັນລຸແທ້ກໍຈະໃຫ້ຫຼຸດໜ້ອຍທີ່ສຸດ.


ດ້ານການດຸ່ນດ່ຽງ ເປັນຫຍັງຈຶ່ງຕ້ອງການແຫຼ່ງທຶນເພື່ອມາດຸ່ນດ່ຽງ 20ພັນຕື້ນັ້ນ, ຄວາມຈິງແລ້ວ ການຂາດດຸນຂອງງົບປະມານຢູ່ທີ່ 10ພັນຕື້ກີບຈາກ 6ພັນກວ່າຕື້ເພາະຂາດດຸນເພີ່ມ, ແຕ່ສ່ວນທີ່ເຫຼືອນັ້ນ ແມ່ນການກູ້ຢືມເພື່ອມາໃຊ້ໜີ້ຕົ້ນທຶນເງິນກູ້ຕ່າງປະເທດ. ສະນັ້ນ ໃນ 20ພັນຕື້ນີ້ ມີ 11.500ກວ່າຕື້ກີບ ທີ່ເຮົາກູ້ຢືມຈາກຕ່າງປະເທດ ໂດຍຢືມຕາມໂຄງການເງິນກູ້ຕາມໂຄງການປະມານ 5.838ຕື້ ເຊິ່ງເປັນໂຄງການທີ່ມີລັກສະນະຜ່ອນຜັນ; ກູ້ຢຶມຈາກຕ່າງປະເທດເພື່ອມາໃຊ້ໜີ້ຕົ້ນທຶນເງິນກູ້ ປະມານ 5.700ຕື້ກີບ, ສ່ວນອີກ 9.122ຕື້ກີບ ແມ່ນກູ້ຢືມພາຍໃນ ໂດຍຕົ້ນຕໍແມ່ນການອອກພັນທະບັດພາຍໃນ.

ໃນນີ້ມີອອກພັນທະບັດຜ່ານຕະຫຼາດຫຼັກຊັບ, ອອກພັນທະບັດຂອງຄັງເງິນແຫ່ງຊາດຜ່ານທະນາຄານ; ນອກນີ້ກໍໄດ້ມີກົນໄກປຶກສາຫາລືກັບທະນາຄານກາງ ແລະ ບັນດາທະນາຄານທຸລະກິດ ແຕ່ນີ້ຫາທ້າຍປີຄາດຈະລະດົມແຫຼ່ງທຶນພາຍໃນດ້ວຍການອອກພັນທະບັດໃຫ້ໄດ້ຄາດໝາຍ. ແຕ່ທັງນີ້ທັງນັ້ນ ສິ່ງທີ່ຍັງເປັນຫ່ວງທີ່ສຸດແມ່ນການລະດົມຈາກຕ່າງປະເທດເພື່ອຊໍາລະໜີ້ຕ່າງປະເທດ ເພາະຫຼາຍແຫຼ່ງຍັງມີຄວາມຫຍຸ້ງຍາກ ບໍ່ແມ່ນແຕ່ປະເທດເຮົາ ແຕ່ກໍ່ຈະພະຍາຍາມສູ້ຊົນຊໍາລະໃຫ້ທັນກໍານົດ.