ຊາວໜຸ່ມອ້ອມຂ້າງກະຊວງ ອຄ ຈັດກິດຈະກໍາເຕະບານຊີງຂັນລັດຖະມົນຕີ

138

ປະຕິບັດຕາມມະຕິຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ສະບັບເລກທີ 030/ຄບພ.ອຄ, ລົງວັນທີ 4 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ອະນຸກຳມະການຕ່າງໆ ເພື່ອກະກຽມກອງປະຊຸມຜູ້ແທນອົງຄະນະພັກ ກະຊວງ ອຄ ຄັ້ງທີ V ໂດຍສະເພາະແມ່ນອະນຸກຳມະການໂຄສະນາ, ຂະບວນການ ແລະ ແຂ່ງຂັນຍ້ອງຍໍ ຈຶ່ງໄດ້ຈັດການແຂ່ງຂັນກີລາມິດຕະພາບຊີງຂັນເລຂາຄະນະບໍລິຫານງານພັກກະຊວງ ອຄ ໂດຍແມ່ນຄະນະບໍລິຫານງານຊາວໜຸ່ມກະຊວງ ເປັນເຈົ້າການໃນການຈັດການແຂ່ງຂັນ.

ການຈັດງານໃນຄັ້ງນີ້ຈັດຂຶ້ນໃນວັນສຸກອາທີດທີ່ຜ່ານມາ ໂດຍໄດ້ຮັບກຽດການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງ ອຄ; ທ່ານ ສົມຈິດ ອິນທະມິດ ຮອງເລຂາຄະນະບໍລິຫານງານພັກກະຊວງ,ຮອງລັດຖະມົນຕີ ກະຊວງ ອຄ. ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອຳນວຍການລັດວິສາຫະກິດ-ບໍລິສັດ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຫົວໜ້າພະແນກ ອຄ ນະຄອນຫຼວງວຽງຈັນ, ຫົວໜ້າກົມຂະບວນການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາກຸ່ມບໍລິສັດທີ່ຂຶ້ນກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພະນັກງານຫຼັກແຫຼ່ງທົ່ວກະຊວງ ອຄ ພ້ອມດ້ວຍນັກກິລາທີ່ເຂົ້າຮ່ວມການແຂ່ງຂັນຈາກພາກສ່ວນຕ່າງໆ ຫຼາຍກວ່າ 500 ທ່ານ.
ໝາກຜົນການແຂ່ງຂັນກິລາບານເຕະຊິງຂັນ ເລຂາຄະນະບໍລິຫານງານພັກ ກະຊວງ ອຄ ມີດັ່ງນີ້:
-ລາງວັນຊະນະເລີດປະເພດ ບານເຕະຍິງ:
ອັນດັບ 1: ກະຊວງອຸດສາຫະກຳ ແລະ ການຄ້າ;
ອັນດັບ 2: ບໍລິສັດຢາສູບລາວ;

ອັນດັບ 3: ບໍລິສັດເບຍລາວ.
-ລາງວັນຊະນະເລີດປະເພດ ບານເຕະຊາຍ:
ອັນດັບ 1: ບໍລິສັດເບຍລາວ;
ອັນດັບ 2: ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ;
ອັນດັບ 3: ກະຊວງອຸດສາຫະກຳ ແລະ ການຄ້າ (ທີມ A).