ນັບຖອຍຫຼັງສູ່ການເລືອກຕັ້ງປະທານາທິບໍດີອາເມຣິກາ

130

ທ່ານໂນນັນ ທຣັມ ໄດ້ຫາສຽງເລືອກຕັ້ງ 3 ຄັ້ງຢູ່ 3 ລັດຕ່າງກັນຄື: Waterford Township (ລັດ Michigan), Green Bay (ລັດ Wisconsin) ແລະ Rochester (ລັດ Minnesota).


ສ່ວນທ່ານ ໂຈ ໄບເດັນ ໄດ້ມີບົດກ່າວປາໄສ ຂົນຂວາຍການສະໜັບສະໜູນຂອງຜູ້ມີສິດເລືອກຕັ້ງຢູ່ Milwaukee ຂອງລັດ Wisconsin ກ່ອນທີ່ຈັດການຫາສຽງ ຕາມຮູບການ “drive-in” ຢູ່ Des Moines, ລັດ Iowa ແລະ ສິ້ນສຸດການຂົນຂວາຍຕາມຮູບການນີ້ຢູ່ St. Paul, ລັດ Minnesota.

ໃນເຫດການທີ່ກ່ຽວຂ້ອງ, ຢູ່ຫຼາຍລັດຂອງປະເທດອາເມລິກາ ໄດ້ນຳໃຊ້ຮູບການປ່ອນບັດກ່ອນກຳນົດເວລາ, ທັງປ່ອນບັດໂດຍກົງ ແລະ ຜ່ານທາງໄປສະນີ, ກ່ອນວັນເລືອກຕັ້ງຄືວັນທີ 3 ພະຈິກ, ເພື່ອຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ສາມາດໄປປ່ອນບັດເລືອກຕັ້ງຢ່າງປອດໄພ ໃນສະພາບການພະຍາດ ໂຄວິດ -19 ຍັງຄຸກຄາມ.

.