ມາທໍາຄວາມຮູ້ຈັກກັບສາວນ້ອຍ 100 ຄວາມສາມາດ ພິມມະສອນ ວໍລະສັກ (ຕານ້ອຍ) 1 ໃນຜູ້ເຂົ້າປະກວດນາງສາວລາວ 2020 ໝາຍເລກ ML31
ເປັນສາວງາມຈາກ ເເຂວງໄຊຍະບູລີອາຍຸ 21 ປີ ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຕະຫຼາດ ປີທີ 4 (ປະລິນຍາຕີ) ແລະ ກຳລັງສຶກສາຢູ່ທີ່ ວິທະຍາໄລ ໂລໂກສ ສາຂາ ພາສາອັງກິດທົ່ວໄປ ປີທີ 2 (ຊັ້ນສູງ).
ບອກເລີຍວ່າຄົນນີ້ສາຍກິລາ ແຕ່ຂໍມາຂຶ້ນເມທີນາງງາມຄັ້ງທຳອິດ ເວທີທຳອິດອີກໜຶ່ງບົດບາດທີ່ໃຜກໍບໍ່ເຄີຍເຫັນມາກ່ອນ ເພາະສາວ ຕານ້ອຍ ເປັນຫົວໜ້າທີມ ນັກກີລາບານສົ່ງມະຫາວິທະຍາໄລເເຫ່ງຊາດ
ຕານ້ອຍ ໄດ້ໃຫ້ສຳພາດວ່າ: ຢາກລອງປະກວດນາງງາມ ເວທີອັນຊົງກຽດນີ້ເບິ່ງ ວ່າຕົນເອງຈະເຮັດໄດ້ດີຊ່ຳໃດ ເພາະກຽມຄວາມພ້ອມມາເຕັມ ພ້ອມຄວາມຮູ້ ຄວາມສາມາດໃນການປະກວດ ເຖິງເວທີນີ້ເປັນເວທີທໍາອິດໃນຊີວິດ ແລະ ເປັນຄັ້ງທໍາອິດທີ່ຢຽບສູ່ເສັ້ນທາງເກີບສົ້ນສູງກໍຕາມ (ຍິ້ມ)
ນ້ອງຄິດວ່າ ເວທີນາງສາວລາວຄືເວທີເເຫ່ງຄວາມຝັນຂອງນາງສາວລາວທົ່ວປະເທດ ເເລະ ຄຸນສົມບັດຂອງຄໍາວ່າເເມ່ຍິງລາວ ນ້ອງມີພຽງພໍ ເເລະ ພຽບພ້ອມໃນການປະກວດ ໃນການເປັນໃບໜ້າໃບຕາໃຫ້ເເກ່ເເມ່ຍິງລາວສະໄໝໃໝ່
ຖ້າຖາມຄວາມແຕກຕ່າງລະຫວ່າງການເປັນນາງງາມ ເເລະ ນັກກິລາ ຕານ້ອຍຄິດວ່າ ມີບ່ອນຄ້າຍຄືກັນ ເພາະຕ້ອງໄດ້ເເຂ່ງຂັນເພື່ອເປັນ 1 ແລະ ໄຊຊະນະ ເເຕ່ກໍຍັງຄົງເຕັມໄປດ້ວຍມິດຕະພາບ
ສ່ວນຈຸດຕ່າງກັນຄື ບົດບາດ ເເລະ ໜ້າທີ່ ຂອງທັງ 2 ຢ່າງ ເພາະນາງງາມຄືຕ້ອງເປັນຄົນທີ່ມີຄວາມງາມ ພຽບພ້ອມທັງຄວາມຮູ້ຄວາມສາມາດ ທີ່ຈະເປັນຜູ້ຍິງທີ່ກ້າເວົ້າ, ກ້າສະເເດງອອກ ເປັນຕົນເເບບຂອງຜູ້ຍິງຍຸກໃໝ່ຢ່າງເເທ້ຈິງ
ສໍາລັບນັກກິລາ ເເມ່ນຕ້ອງເເຂ່ງຂັນຢ່າງເຕັມທີ່ ເພື່ອໄດ້ຮັບໄຊຊະນະ ຕ້ອງໄດ້ຝຶກຝົນທັກສະ ເພື່ອໃຫ້ເເຂງເເຮງໃນການລົງເເຂ່ງທຸກຮອບ
ໃນທາງດ້ານການກຽມຄວາມພ້ອມເເມ່ນເຕັມທີ່ເຊັ່ນດຽວກັນ ທາງດ້ານຮ່າງກາຍ ກໍຄືອອກກໍາລັງກາຍໃຫ້ພ້ອມສໍາລັບການເຮັດແຕ່ລະກິດຈະກໍາ
ການປະກວດແມ່ນໄດ້ເລີ່ມຂຶ້ນແລ້ວ ຕານ້ອຍເປັນ 1 ໃນ 40 ຄົນທີ່ຜ່ານເຂົ້າຮອບ ການປະກວດນາງສາວລາວ 2020 ນັບຈາກນນີ້ ຖ້າຕິດຕາມການປະກວດ ແລະ ທຸກກິດຈະກຳໄດ້ເລີຍ ແລະ ຝາກເຊຍແນ່ເດີ້ ຕານ້ອຍ ພິມມະສອນ ວໍລະສັກ ML31
.
ຂ່າວ: ເມລີ , ພາບ: Tanoy Vorlasack