ພ້ອມແລ້ວງານວາງສະແດງລົດນາໆຊາດວຽງຈັນ ຄັ້ງທີ 5

167

ທ່ານ ພອນຈັນ ເພັງສຸວັນ ປະທານ ບໍລິສັດ ພີພີ ເອັນເຕີເທັນເມັນ ແອນ ອີເວັນ ອໍກາໄນເຊີ ຜູ້ຈັດງານວາງສະແດງລົດກ່າວວ່າ: ງານວາງສະແດງລົດນາໆຊາດວຽງຈັນ ຄັ້ງທີ 5 ປີ 2020 ປີນີ້ຈະຈັດຂຶ້ນໃນລະ ຫວ່າງວັນທີ 7 – 15 ພະຈິກ 2020 ທີ່ສູນການຄ້າລາວ – ໄອເຕັກ ເຊິ່ງເປັນຄັ້ງທີ 5 ທີ່ຈັດວາງສະແດງລົດ ໂດຍແຕ່ລະຄັ້ງໄດ້ສຽງຕອບຮັບຈາກລູກຄ້າກໍຄືບັນດາບໍລິສັດລົດເປັນຢ່າງດີ ບາງບໍລິສັດກໍໄດ້ຂາຍຕາມເປົ້າ, ບາງບໍລິສັດກໍເກີນເປົ້າ. ທັງນີ້, ກໍຂຶ້ນກັບ   ໂປຣໂມຊັນ ຫຼື ນະໂຍບາຍຂອງແຕ່ລະບໍລິສັດ.

ທ່ານກ່າວອີກວ່າ: ສະເພາະປີ 2019 ຈໍານວນຜູ້ເຂົ້າທ່ຽວຊົມງານຫຼາຍກວ່າ 2 ແສນເທື່ອຄົນ, ຍອດຂາຍລົດລວມໃນງານສູງເຖິງ 300 ກວ່າຄັນ. ສ່ວນປີ 2020 ນີ້ ຄາດຄະເນ ຍອດຄົນເຂົ້າມາທ່ຽວງານ ແລະ ຍອດຂາຍ – ຈອງລົດເພີ່ມຂຶ້ນ ໂດຍພວກເຮົາທຸ່ມໃສ່ການປະຊາສໍາພັນຜ່ານຈຸດຕ່າງໆ ບໍ່ວ່າຈະເປັນຕະຫຼາດເປົ້າໝາຍຫຼັກກໍແມ່ນຊາວຄ້າຂາຍ. ພ້ອມນັ້ນ, ຍັງລົງປະຊາສໍາພັນຕາມຊຸມຊົນ, ສະຖານທີ່ສໍາຄັນຕ່າງໆ ແລະ ໂປຣໂມຊັນຂອງບັນດາບໍລິສັດລົດທີ່ເຂົ້າຮ່ວມງານ, ບໍລິສັດປະກັນໄພ, ບໍລິສັດສິນເຊື່ອຕ່າງໆ.

ສໍາລັບຫົວຂໍ້ການຈັດງານພວກເຮົາກໍໄດ້ປ່ຽນກັນໃນແຕ່ລະປີ ເຊິ່ງປີນີ້ແມ່ນເນັ້ນໃຫ້ແຕ່ລະບໍລິສັດລົດມີໂປຣໂມຊັນທີ່ຫຼາກຫຼາຍຂຶ້ນ ເພື່ອເປັນທາງເລືອກໃຫ້ລູກຄ້າ ແລະ ສະດວກໃນການຕັດສິນໃຈຊື້ລົດ, ລວມທັງການຈັດກິດຈະກໍາແຈກ – ແຖມໃຫ້ຫຼາຍ. ພາຍໃນງານກໍຍັງມີຫຼາຍບໍລິສັດທີ່ມີຈຸດປະສົງເປີດໂຕລົດໃໝ່ໆ ເຊິ່ງຈະເປັນໄຮໄລຂອງງານກໍວ່າໄດ້, ພ້ອມນັ້ນກໍນໍາໃຊ້ນາງແບບ – ຊາຍແບບ, ສິລະປິນພາຍໃນປະເທດເພື່ອສົ່ງເສີມເຊິ່ງກັນ ແລະ ກັນ, ສ່ວນກິດຈະກໍາກາງແຈ້ງຈະເນັ້ນໃຫ້ທົດລອງຂັບລົດ, ໃຫ້ບັນດາຄ້າຍລົດຕ່າງໆຕັ້ງບູ໊ດບໍລິການກວດເຊັກລົດຟຣີ.

ປັດຈຸບັນຄວາມພ້ອມຂອງການຈັດງານ 100% ເນື່ອງຈາກທີມງານກະກຽມມາໄດ້ 5 ເດືອນແລ້ວ, ການວາງຜັງຫ້ອງວາງສະແດງ, ຈໍານວນບໍລິສັດລົດທີ່ເຂົ້າມາຮ່ວມ 10 ກວ່າບໍລິສັດ, ມີລົດໄຟຟ້າຍີ່ຫໍ້MG, BYD, ອຸປະກອນຫົວສາກ. ນອກນັ້ນ, ຍັງມີຕົວແທນຈໍາໜ່າຍອາໄຫຼ່, ເຄື່ອງຕົກແຕ່ງລົດ, ບໍລິສັດປະກັນໄພ, ຜູ້ໃຫ້ບໍລິການສິນເຊື່ອຕ່າງໆ.

ພິເສດຍັງມີການວາງສະແດງຜົນງານການຄິດຄົ້ນ – ປະດິດເຄື່ອງໃຊ້ໃນຄົວເຮືອນ ຂອງນ້ອງໆນັກສຶກສາ ແລະ ກຽມ ຄວາມພ້ອມຈັດຈໍາໜ່າຍ ໃນສັງຄົມ.