ຊາຄອມແບັງ ຮ່ວມກັບ ສະຫະພັນກ໊ອຟແຫ່ງຊາດລາວ ກຽມການແຂ່ງຂັນກ໊ອຟສະຫຼອງວັນຊາດ

163

ທະນາຄານ ຊາຄອມແບັງ ( Sacombank ) ຜູ້ອຸປະຖໍ້າຫຼັກ ຮ່ວມກັບ ສະຫະພັນກ໊ອຟແຫ່ງຊາດລາວ, ບໍລິສັດ PV oil, ຮ້ານສຸບິນ ຕັດຫຍິບ, ໂຮງໝໍ ຮ່າໂນ້ຍວຽງຈັນ ແລະ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ VANGTAT MINING ກຽມຈັດການແຂ່ງຂັນກ໊ອຟມິດຕະພາບສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ສະໜາມກ໊ອຟລອງແທ່ງ ໃນວັນທີ 21 ພະຈິກ 2020.

ທ່ານ ກອງສີ ແສງມະນີ ປະທານສະຫະພັນກ໊ອຟແຫ່ງຊາດລາວ ກ່າວໃນພິທີຖະແຫຼງຂ່າວເມື່ອວັນທີ 30 ຕຸລາ ທີ່ຮ້ານອາຫານ ສາຍໃຈ ບ້ານໂພນຕ້ອງ ວ່າ: ເນື່ອງໃນໂອກາດທີ່ສະຫະພັນກ໊ອຟແຫ່ງຊາດລາວ ທີ່ຫາກໍໄດ້ຄະນະບໍລິຫານຊຸດໃໝ່ ຈິ່ງຕົກລົງຈັດການແຂ່ງຂັນກ໊ອຟມິດຕະພາບຕ້ອນຮັບວັນຊາດທີ 2 ທັນວາ ເຊິ່ງເປັນລາຍການທໍາອິດຂອງຄະນະບໍລິຫານງານສະຫະພັນຊຸດໃໝ່ ເພື່ອສ້າງຂະບວນການສະຫຼອງວັນສໍາຄັນດັ່ງກ່າວ ລວມເຖິງການສ້າງໂອກາດໃຫ້ກັບນັກກ໊ອຟລາວໄດ້ມີການເຄື່ອນໄຫວ ແລະ ພັດທະນາຕົວເອງກ້າວສູ່ສາກົນ.
ທ່ານ ຟານ ແທັງ ຕວັນ ( Phan Thangh Tuan ) ຮອງອໍານວຍການ ທະນາຄານ ຊາຄອມແບັງ ກ່າວວ່າ: ທະນາຄານພວກເຮົາ ໄດ້ສົມທົບກັບ ສະຫະພັນກ໊ອຟແຫ່ງຊາດລາວ ແລະ ອີກ 4 ພາກສ່ວນ ຈັດການແຂ່ງຂັນກ໊ອຟຄັ້ງນີ້ຂຶ້ນມາ ເພື່ອສົ່ງເສີມການພົວພັນລາວ-ຫວຽດນາມ ແລະ ສົ່ງເສີມບັນດານັກກ໊ອຟໃນທົ່ວປະເທດລາວ ລວມເຖິງການສົ່ງເສີມການພົວພັນກັບ ຄະນະສະຫະພັນກ໊ອຟແຫ່ງຊາດລາວ ແລະ ຜູ້ຮ່ວມສະໜັບສະໜູນຕ່າງໆ ເພື່ອຕໍ່ຍອດໃນປີຕໍ່ໆ.

ສ່ວນ ທ່ານ ສົງຄາມ ສີລາເພັດ ຮອງປະທານສະຫະພັນກ໊ອຟແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ຈະໃຊ້ກະຕິກາສາກົນ ໂດຍຈະມີ 2 ປະເພດຄື: ມີແຕ້ມຕໍ່ ແລະ ບໍ່ມີແຕ້ມຕໍ່ ຊິງເງິນລາງວັນຫຼາຍລາຍການ ໂດຍສະເພາະຊະນະເລີດຈະໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມບັດແທນເງິນສົດ 2 ລ້ານກີບ, ບົງນໍ້າມັນ PV ມູນຄ່າ 5 ແສນກີບ, ຊຸດແວັດ ສຸບິນ 1 ຊຸດ, ບັດກວດສຸຂະພາບຟຣີຈາກໂຮງໝໍ ຮາໂນ້ຍວຽງຈັນ 1 ບັດ.

ສໍາລັບ ການແຂ່ງຂັນກ໊ອຟມິດຕະພາບສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີຈະຈັດຂຶ້ນສະໜາມກ໊ອຟລອງແທ່ງ ກໍານົດນັກກີລາພຽງ 150 ທ່ານເປີດຮັບສະໝັກແຕ່ວັນທີ 30 ຕຸລາ ຈົນເຖິງ 18 ພະຈິກ 2020 ປິດຮັບສະໝັກ ເຊິ່ງຈະມີເຖິງ 11 ຂັນລາງວັນ, ບັດເງິນສົດ ແລະ ຊຸດແວັດ 4 ຊຸດ; ບົງນໍ້າມັນ 5 ລ້ານກີບ ແລະ ບັດກວດສຸຂະພາບ ສໍາລັບ ນັກກີລາຊະນະເລີດ, ຮອງຊະນະເລີດ, ອັນດັບ 3 ແລະ ອັນດັບ 4 ໃຫ້ກັບນັກກີລາໄດ້ຮ່ວມຊີງໄຊ. ນອກນັ້ນ, ກໍຍັງມີລາງວັນພິເສດຕີໃກ້, ຕີໄກ ແລະ Hole in one.