ແບ່ງສາຍແລ້ວ! ບານເຕະຊີງຂັນ ຮອງປະທານປະເທດ ມີ 22 ພາກສ່ວນຮ່ວມຊີງໄຊ

127

ການແຂ່ງຂັນບານເຕະຊີງຂັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງສປປລາວ ຈະເປີດຂຶ້ນລະຫວ່າງວັນທີ 11 ພະຈິກ ຫາ 18 ທັນວາ 2020 ທິີ່ສະໜາມລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ; ຫຼ້າສຸດໃນວັນທີ 30 ຕຸລາ 2020 ທີ່ຫ້ອງປະຊຸມຊັ້ນ 3 ສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ ໄດ້ມີການຈັບສະຫຼາກແບ່ງສາຍຢ່າງເປັນທາງການ.

ພິທີດັ່ງກ່າວເຂົ້າຮ່ວມໂດຍ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາໂຄໂປເຣຊັ່ນ ຈໍາກັດຜູ້ດຽວ ພ້ອມນັ້ນກໍຍັງມີຕ່າງໜ້າບໍລິສັດ ໂຄຄາ ໂຄລາ ກັບ ຮຸ່ງອາລຸນ ຂົນສົ່ງ 2 ຜູ້ສະໜັບສະໜູນ ລວມເຖິງຜູ້ຮ່ວມສະໜັບສະໜູນອີກ 10 ພາກສ່ວນ ພ້ອມດ້ວຍຕົວແທນຂອງແຕ່ລະທີມ.

ທ່ານ ບຸນຕາ ເທບພະວົງ ກ່າວວ່າ: ການກະກຽມການສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ຂະບວນການໃຫຍ່ຕ້ອນຮັບວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິບັດລາວ ລວມເຖິງວັນສໍາຄັນອື່ນໆ. ດັ່ງນັ້ນ ຈິ່ງຈັດການແຂ່ງຂັນຄັ້ງນີ້ຈັດຂຶ້ນ ເພື່ອກະຕຸກຊຸກຍູ້, ເຕົ້າໂຮມຄວາມສາມັກຄີລະຫວ່າງລັດຖະກອນ, ສົ່ງເສິີມການອອກກໍາລັງກາຍໃຫ້ຊາວໜຸ່ມໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ເປັນການປຸກລະດົມບໍລິຈາກ ເພື່ອສົມທົບວັດຖຸຈິດໃຈ ຊ່ວຍພີ່ນ້ອງບັນດາເຜົ່າລາວ ທີ່ປະສົບການໄພນໍ້າຖ້ວມໃນລາວ ຫຼື ປະເທດໃນໂລກ.

ສໍາລັບ ຊະນະເລີດຈະໄດ້ຮັບຂັນແຊັມ 1 ໜ່ວຍມູນຄ່າ 3 ລ້ານກີບ, ເງິນລາງວັນ 12 ລ້ານກີບ, ຫຼຽນ 30 ໜ່ວຍມູນຄ່າ 3 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບ 2 ໄດ້ຮັບເງິນສົດ 9 ລ້ານກີບ, ຫຼຽນ 30 ໜ່ວຍມູນຄ່າ 3 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບ 3 ໄດ້ຮັບເງິນສົດ 7 ລ້ານກີບ, ຫຼຽນ 30 ໜ່ວຍມູນຄ່າ 3 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບ 4 ໄດ້ຮັບເງິນສົດ 5 ລ້ານກີບ, ຫຼຽນ 30 ໜ່ວຍມູນຄ່າ 3 ລ້ານກີບ ແລະ ໃບຍ້ອງຍໍ.

ນອກນັ້ນ ກໍຍັງມີລາງວັນ ທີມມາລະຍາດດີເດັ່ນໄດ້ຂັນ 1 ໜ່ວຍ ພ້ອມໃບຍ້ອງຍໍ, ນັກເຕະດີເດັ່ນ ໄດ້ຮັບຂັນ 1 ໜ່ວຍພ້ອມໃບຍ້ອງຍໍ, ນັກເຕະເດັ່ນຮອບດ້ານ ໄດ້ຂັນ 1 ໜ່ວຍ ພ້ອມໃບຍ້ອງຍໍ, ທີມກອງເຊຍດີເດັ່ນ ໄດ້ຮັບຂັນ 1 ໜ່ວຍ ພ້ອມໃບຍ້ອງຍໍ ແລະ ຜູ້ຮັກສາປະຕູດີເດັ່ນໄດ້ຮັບຂັນ 1 ໜ່ວຍ ພ້ອມໃບຍ້ອງຍໍ.

ການແຂ່ງຂັນຄັ້ງນີ້ມີທີມເຂົ້າຮ່ວມ 22 ທີມໂດຍຜົນການຈັບສະຫຼາກມີດັ່ງຮູບລຸ່ມນີ້:

ຂ່າວ: ຄໍາສອນ; ຮູບ: Neung Liverpool