ໃນວັນທີ 1 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າກອງເລຂາຄະນະສະເພາະກິດ, ໄດ້ຖະແຫຼງຂ່າວ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະວັນທີ 1 ພະຈິກ ຫາ 31 ທັນວາ 2020.
ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ເພື່ອສືບຕໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂ ການລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະວັນທີ 1 ພະຈິກ ຫາ ວັນທີ 31 ທັນວາ 2020, ລັດຖະບານ ໄດ້ຕົກລົງ ແລະ ຊີ້ນໍາ ດັ່ງນີ້: ເຫັນດີໃຫ້ສືບຕໍ່ປະຕິບັດ ບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຄືກັນກັບມາດຕະການ ທີ່ໄດ້ປະຕິບັດໃນເດືອນຕຸລາ 2020 ຜ່ານມາ ຕາມທີ່ໄດ້ລະບຸໄວ້ ໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1049/ຫສນຍ, ລົງວັນທີ 30 ກັນຍາ 2020 ຢ່າງເຂັ້ມງວດ, ໃນນັ້ນ ສະເພາະມາດຕະການ ທີ່ສືບຕໍ່ປິດ ມີດັ່ງນີ້:
1 ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສຶບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.
2 ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສຳລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ ໂຄວິດ-19, ຍົກເວັ້ນ ນັກທ່ອງທ່ຽວເປັນກຸ່ມ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວ ຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ.
ສ່ວນຂັ້ນຕອນໃນການປະຕິບັດຕົວຈິງ ແມ່ນໃຫ້ສືບຕໍ່ປະຕິບັດ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ສະບັບເລກທີ 2336/ສພກ, ລົງວັນທີ 31 ກໍລະກົດ 2020 ຢ່າງເຂັ້ມງວດ.
ສຳລັບມາດຕະການທີ່ເຫັນດີໃຫ້ຜ່ອນຜັນເພີ່ມ ແຕ່ວັນທີ 1 ພະຈິກ ຫາ ວັນທີ 31 ທັນວາ 2020 ມີດັ່ງນີ້:
1 ເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາຣາໂອເກະ ເພື່ອຫຼຸດຜ່ອນຜົນກະທົບ ທາງດ້ານການດຳເນີນທຸລະກິດ ໂດຍໃຫ້ກຳນົດເວລາປິດ ຕາມດຳລັດ ວ່າດ້ວຍການບັນເທິງ ສະບັບເລກທີ 315/ລບ, ລົງວັນທີ 02 ຕຸລາ 2017 ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ, ການແຜ່ເຊື້ອ ແລະ ຮັກສາຄວາມສະອາດສະຖານທີ່ ຢ່າງເຂັ້ມງວດ.
2 ເຫັນດີ ໃຫ້ສືບຕໍ່ປືກສາຫາລືນະໂຍບາຍຜ່ອນຜັນ ການເດີນທາງເຂົ້າ-ອອກ ປະເທດ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ, ສປປ ລາວ ແລະ ຍີ່ປຸ່ນ ແລະ ກັບບັນດາປະເທດອາຊຽນ ທີ່ສະເໜີເຂົ້າມາໃໝ່.
3 ສະເໜີໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີການຕິດຕາມກວດກາ ການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນ ບໍ່ໃຫ້ມີການເຂົ້າ-ອອກ ແບບຊະຊາຍ ຫຼື ມີການລັກລອບເຂົ້າອອກ ບໍ່ຜ່ານດ່ານຊາຍແດນ ເພື່ອຮັບປະກັນ ບໍ່ໃຫ້ມີຄວາມສ່ຽງໃນການນໍາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ.
ມາດຕະການທີ່ກໍານົດໄວ້ຂ້າງເທິງນີ້ ມີຜົນສັກສິດ ນັບແຕ່ວັນທີ 01 ພະຈິກ ຫາ ວັນທີ 31 ທັນວາ 2020. ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບ ໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.