Monthly Archives: October, 2020

ທຸລະກິດກະສິກໍາຍັງສາມາດຂະຫຍາຍຕົວໄດ້ດີໃນໄລຍະການລະບາດຂອງພະຍາດໂຄວິດ – 19

ການລະບາດຂອງພະຍາດໂຄວິດ - 19 ອາດຈະກະທົບຕໍ່ທຸລະກິດຂະແໜງການດ້ານບໍລິການ ແຕ່ສໍາລັບທຸລະກິດກະສິກໍາເຫັນວ່າຍັງມີທ່າແຮງ ແລະ ໂອກາດສູງ ໂດຍສະເພາະແມ່ນການສົ່ງເສີມການຜະລິດພາຍໃນເພື່ອບໍລິໂພກ ແລະ ສົ່ງອອກໄປຕ່າງປະເທດ. ທ່ານ ນາງ ອິນແປງ ຊາມົນຕີ ປະທານ ບໍລິສັດ ສາລະວັນ ພັດທະນາຂາອອກ - ຂາເຂົ້າຈໍາກັດ, ບໍລິສັດປາກຊ່ອງພັດທະນາຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ ທັງສອງບໍລິສັດຫຼັກໆແມ່ນສົ່ງເສີມ...

ໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ຄັດເລືອກບໍລິສັດໃນ ສປປ ລາວ ເຂົ້າຮ່ວມຊີງລາງວັນທຸລະກິດອາຊຽນດີເດັ່ນປະຈຳປີ 2020 ເຊິ່ງມີ 16 ບໍລິສັດຂອງລາວໄດ້ຮັບລາງວັນດັ່ງກ່າວ. ໃນນັ້ນມີໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ຈາກແຂວງສະຫວັນນະເຂດ ໄດ້ຮັບລາງວັນໃນຂະແໜງການບຸລິມະສິດດີເດັ່ນ, ຂະແໜງການອາຫານ ແລະ ເຄື່ອງດື່ມ ຈາກຜົນງານ, ປະສົບການ...

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ມອບເຄື່ອງກິລາໃຫ້ກອງບັນຊາການ ປກສ ນວ

ພິທີມອບ-ຮັບອຸປະກອນເຄື່ອງກິລາໄດ້ມີຂຶ້ນ ທີ່ສະໜາມກີລາບານເຕະຫຍ້າທຽມ ທະນົງອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໃນຄັ້ງວັນທີ 23 ຕຸລາ 2020 ໂດຍເປັນການກ່າວມອບຂອງທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ ນະຄອນຫຼວງວຽງຈັນ ລວມມູນຄ່າ 8,500,000 ກີບ ໃນນີ້ມີເຄື່ອງກິລາບານເຕະ 71 ຊຸດ, ບານເຕະ 3 ໜ່ວຍ, ກະຕໍ້...

ບົ່ງຕົວແຕ່ງຕັ້ງກອງສີ ວົງສີ ເປັນເລຂາຄະນະບໍລິຫານງານພັກເມືອງປາກລາຍ ເຈົ້າເມືອງປາກລາຍ ຄົນໃໝ່

ໃນຕອນເຊົ້າຂອງວັນທີ 27 ຕຸລາ ປີນີ້, ທີ່ຫ້ອງປະຊຸມໃຫຍ່ເມືອງ ປາກລາຍ, ແຂວງ ໄຊຍະບູລີ, ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ລະຫວ່າງເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າ ແລະ ເຂລາພັກເມືອງ, ເຈົ້າເມືອງຜູ້ໃໝ່ຂຶ້ນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກຄະນະບໍລິຫານງານແຂວງ, ເຈົ້າແຂວງ ໄຊຍະບູລີ, ມີ...

ແຈ້ງເຕືອນ! ກຽມຮັບມື ໂມລາເວ ຈະພັດເຂົ້າສູ່ພາກກາງ ແລະ ພາກໃຕ້ ຕອນບ່າຍຂອງວັນທີ 28 ຕຸລານີ້

ພາຍຸໄຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ 18 ປະຈໍາປີ 2020, ຊຶ່ງໃນເວລາ 07 ໂມງ 45 ນາທີ ຂອງວັນທີ 27 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 13.3 ອົງສາເໜືອ ແລະ ເສັ້ນແວງທີ 114.8 ອົງສາຕາເວັນອອກ...

ສິ່ງທີ່ອາດຈະໄດ້ຂາຍດີໃນລະດູໜາວທີ່ຈະມາເຖິງນີ້

ອາກາດໜາວກຳລັງມາຢາມ ເຊິ່ງໃນຕອນເຊົ້າ ແລະ ຕອນຄ່ຳຈະຮູ້ສຶກເຢັັນໆ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດແຕ່ນີ້ຫາທ້າຍປີ, ເດືອນພະຈິກ ອາກາດຈະເຢັນ ຫາ ໜາວເຢັນຢູ່ບັນດາແຂວງພາກເໜືອ ແລະ ພາກກາງ. ສ່ວນເດືອນທັນວາ ອາກາດຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ໂດຍສະເພາະກາງຫາທ້າຍເດືອນ ເມື່ອລົມໜາວມາຢາມບັນດາພໍ່ຄ້າ, ແມ່ຄ້າ ຫຼື ຜູ້ທີ່ສົນໃຈຢາກຫາລາຍໄດ້ເສີມກໍເລັ່ງຫາສິນຄ້າ...

ອີອອນ ຊ່ວຍລາງວັນດາວຍິງສູງສຸດ, ອີໂວ້ ຊ່ວຍເຄື່ອງນຸ່ງ ສົມທົບງານບານເຕະທົ່ວປະເທດ ຊີງຂັນວັນຊາດ

ບໍລິສັດ ອີອອນ ບໍລິການເຊົ່າສິນເຊື່ອ ( ລາວ ) ຈໍາກັດ ຈະມາຊ່ວຍເລື່ອງລາງວັນດາວຍິງສູງສຸດ ແລະ ຄູຝຶກດີເດັນ ທັງສອງປະເພດບານເຕະຊາຍ ແລະ ຍິງ, ສ່ວນບໍລິສັດ ອີໂວ້ ຈໍາກັດ ຈະມາຊ່ວຍເລື່ອງເຄື່ອງນຸ່ງຈໍາໜຶ່ງໃຫ້ກັບ ຄະນະຮັບຜິດຊອບການແຂ່ງຂັນ ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45...

ທ່ານ ໄຊສົງຄາມ ວໍລະຈິດ ໄດ້ຮັບການບົງຕົວແຕ່ງຕັ້ງເປັນປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຄຳມ່ວນ ອີກສະໄໝ

ສະມາຄົມນັກທຸລະກິດຫນຸ່ມ (ສທໜ) ແຂວງຄຳມ່ວນ ໄດ້ສະຫລຸບການເຄື່ອນໄຫວວຽກງານ ສະໄຫມທີ II ພ້ອມທັງປະກາດບົ່ງຕົວຄະນະສະມາຄົມ ຊຸດໃໝ່ ສະໄຫມທີ III ຂຶ້ນທີ່ຫ້ອງວ່າການແຂວງຄໍາມ່ວນ ວັນທີ 24 ຕຸລາ 2020 ໂດຍການເປັນປະທານຂອງທ່ານ ໄຊສົງຄາມ ວໍລະຈິດ ປະທານ ສທໜ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ໂອໄດ ສຸດາພອນ...

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ຕຸລາ 2020 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ; ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ; ທ່ານ ທອງລຸນ...

ເຈົ້າແຂວງສະຫວັນນະເຂດ ລົງມອບເຄື່ອງຊ່ວຍເຫລືອປະຊາຊົນ 2 ບ້ານຂອງເມືອງສອງຄອນ

ວັນທີ 24 ຕຸລານີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນະນະເຂດພ້ອມດ້ວຍ ຫົວໜ້າ ຮອງຫົວໜ້າ ພະແນກກການທີ່ກ່ຽວຂ້ອງລົງມອບເຄື່ອງຊ່ວຍເຫລືອ ບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນ 2 ບ້ານຂອງເມືອງ ສອງຄອນ ຄື:ບ້ານສິງທ່າ ແລະ ບ້ານ ວິໄຊສົງ ທີ່ຂຶ້ນກັບເມືອງ ສອງຄອນ ເຊິ່ງເປັນອີກບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຈົນໄດ້ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຍ້າຍຄອບຄົວໄປຢູ່ດົງຢູ່ປ່າ. ໃນການມາຢ້ຽມຢາມ ແລະ ລົງເບິ່ງສະພາບການເປັນຢູ່ຂອງພໍ່ແມ່ປະຊາຊົນໃນຄັ້ງນີ້...
- Advertisment -
Slide
Slide

Most Read

error: Content is protected !!