ແຈ້ງເຕືອນ! ກຽມຮັບມື ໂມລາເວ ຈະພັດເຂົ້າສູ່ພາກກາງ ແລະ ພາກໃຕ້ ຕອນບ່າຍຂອງວັນທີ 28 ຕຸລານີ້

256

ພາຍຸໄຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ 18 ປະຈໍາປີ 2020, ຊຶ່ງໃນເວລາ 07 ໂມງ 45 ນາທີ ຂອງວັນທີ 27 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 13.3 ອົງສາເໜືອ ແລະ ເສັ້ນແວງທີ 114.8 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ.


ພາບປະກອບ

ຄາດຄະເນວ່າ, ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມໃນຕອນເຊົ້າຂອງວັນທີ 28 ຕຸລາ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານແຂວງເຊກອງ ແລະ ສາລະວັນ ໃນເວລາ 15 ໂມງ ຂອງວັນດຽວກັນ ຊຶ່ງຈະເປັນຫົວທີ 6 ທີ່ເຄື່ອນທີ່ຜ່ານ ສປປ ລາວ ປະຈໍາປີນີ້.

ຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປຼ່ຊັນ ແລະ ຍ່ອມຄວາມກົດດັນອາກາດຕໍ່າ ເຄື່ອນທີ່ຜ່ານປະເທດໄທ ຕາມລຳດັບ. ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 28 ຫາ 29 ຕຸລາ 2020 ນີີ້.

ພາບປະກອບ

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງ ບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນໍ້າສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.