ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII

247

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ຕຸລາ 2020 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ; ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ; ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມບັນດາການນໍາພັກ-ລັດຂັ້ນສູງ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຂຶ້ນກ່າວສູນທອດພົດ ໄຂກອງປະຊຸມຢ່າງເປັນທາງການ ໂດຍມີບາງຕອນກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາບັນດາເນື້ອໃນດັ່ງນີ້:

  1. ພິຈາລະນາຮັບຮອງກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແຜນເງິນຕາປະຈໍາປີ2020 ແລະ ທິດທາງແຜນການປີຂອງ 2021;

  2. ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2020 ແລະ ທິດທາງຜແນການປະຈໍາປີ 2021; 3. ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ; 4.ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019;

  1. ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການກວດກາລັດຖະບານກ່ຽວກັບຜົນການກວດກາຕາມຜົນການກວດສອບສົກປີ 2013-2014, 2015-2016 ແລະ ປະຈໍາປີ 2018 ແລະການແກ້ໄຂຜົນການກວດສອບຕາມຜົນການກວດສອບ; 6. ພິຈາລະນາປະກອບຄໍາເຫັນຕໍ່ບົດລາຍງານຜົນການກວດກາການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ; 7. ພິຈາລະນາຮັບຮອງບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ທິດທາງແຜນການ 2021;

  1. ພິຈາລະນາຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5ປີຜ່ານມາ 2016-2020, ການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ຄາດຄະເນແຜນການປະຈໍາປີ 2021; 9. ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດຕໍ່ກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ;

  1. ພິຈາລະນາຮັບຮອງກົດໝາຍຈໍານວນ 5ສະບັບ ໃນນັ້ນ ຮ່າງກົດໝາຍສ້າງໃໝ່ ຈໍານວນ 4ສະບັບຄື ກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍຊາວໜຸ່ມລາວ, ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາດຍາ, ກົດໝາຍວ່າດ້ວຍການສຶກສາກັ້ນສູນ ແລະ ຮ່າງກົດໝາຍປັບປຸງຈໍານວນໜຶ່ງ 1ສະບັບຄື: ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ; 11. ພິຈາລະນາຮັບຮອງເອົາບັນຫາສໍາຄັນຈໍານວນໜຶ່ງ.


ນອກຈາກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ແລະ ສະພາແຫ່ງຊາດທີ່ນໍາມາທາບທາມໃນກອງປະຊຸມໃນຄັ້ງນີ້ ມີຄື: 1. ຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແຜນງົບປະມານແຫ່ງລັດ 5ປີຜ່ານມາ 2016-2020; ຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 5ປີໃນຕໍ່ໜ້າ 2021-2025; 2. ຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5ປີຕໍ່ໜ້າ 2021-2025 ຂແງສະພາແຫ່ງຊາດຊຸດທີ IX.

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະດຳເນີນໄປເຖິງວັນທີ17 ພະຈິກ 2020