Monthly Archives: October, 2020

ບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ຄວ້າ 2 ລາງວັນທຸລະກິດອາຊຽນດີເດັ່ນ ປະຈໍາປີ 2020

ບໍລິສັດ ອິນຊີພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໜຶ່ງໃນບັນດາທຸລະກິດກ່ຽວກັບການກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນ: ຮັບເໝົາກໍ່ສ້າງຂົວ - ທາງ, ຊົນລະປະທານ, ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ລະບົບນໍ້າປະປາ ແລະ ອື່ນໆ ທີ່ເປັນການລົງທຶນຂອງລັດ ແລະ ຂອງອົງການຈັດຕັ້ງສາກົນຢູ່ ສປປ ລາວ ເຊິ່ງໄລຍະຜ່ານມາໄດ້ຮັບການຍ້ອງຍໍຊົມເຊີຍກ່ຽວກັບຜົນສໍາເລັດໃນຫຼາຍໆດ້ານ ແລະ...

ວິທີຮັບມືກັບເພື່ອນຮ່ວມງານ 6 ປະເພດ

ໃນອົງກອນໃດໜຶ່ງ ແນ່ນອນວ່າຈະມີພະນັກງານຫຼາຍຄົນທີ່ມາຈາກຫຼາຍທ້ອງຖິ່ນມາຢູ່ຮ່ວມກັນ. ດັ່ງນັ້ນ, ສຳນຽງສຽງປາກເວົ້າ, ນິດໄສໃຈຄໍ ແລະ ກິລິຍາການສະແດງອອກຕ່າງໆ ແຕ່ລະຄົນຕ້ອງໄດ້ພະຍາຍາມປັບຕົວເຂົ້າຫາກັນ ເພື່ອທີ່ຈະເຮັດໃຫ້ສາມາດຮ່ວມວຽກງານນໍາກັນຢ່າງມີ ຄວາມສຸກ ພ້ອມຫຼີກລຽງສິ່ງທີ່ອາດຈະພາໃຫ້ເກີດຄວາມຂັດແຍ່ງ. ດັ່ງນັ້ນ,ພວກເຮົາມາສຶກສາ 6 ປະເພດເພື່ອນຮ່ວມງານທີ່ທ່ານອາດຈະພົບເຫັນ ຄື: ຢືນຢັດເປັນຝ່າຍຄ້ານ: ຄົນປະເພດນີ້ແມ່ນຢ້ານການປ່ຽນແປງ ຈຶ່ງຕ້ອງຂັດຄ້ານເອົາໄວ້ກ່ອນ ເຊັ່ນ: ເມື່ອເກີດມີການສະເໜີຄວາມຄິດໃໝ່, ການມອບໜ້າວຽກໃຫ້ຮັບຜິດຊອບໃໝ່, ການແນະນຳໃຫ້ເຮັດວຽກ, ການແນະນຳວິທີການເຮັດວຽກໃໝ່ເຂົາຈະປະຕິເສດໄວ້ກ່ອນ ເຊິ່ງຄົນປະເພດນີ້ແມ່ນເຮົາຕ້ອງໃຫ້ເວລາເຂົາໄດ້ຮຽນຮູ້ປະໂຫຍດຂອງການປ່ຽນແປງ ແລະ...

ສທໜ ເປີດກອງປະຊຸມໃຫຍ່ ຄັ້ງທີ IV ສະຫຼຸບຜົນງານ 5 ປີ 2015-2020 ພ້ອມວາງແຜນວຽກງານ 5 ປີຕໍ່ໜ້າ

ໃນວັນທີ 29 ຕຸລາ 2020 ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜ) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ສະມາຄົມນກທຸລະກິດໜຸ່ມແຫ່ງຊາດລາວ ຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ...

ແຊັມກີລາແຫ່ງຊາດຄັ້ງທີ 10 ໃຊ້ນັກກີລາຊຸດເກົ່າປະສົມປະສານກັບຊຸດໃໝ່ ລຸຍບານເຕະທົ່ວປະເທດ

ທີມບານເຕະຊາຍ ແຂວງຄໍາມ່ວນ ແຊັມກີລາແຫ່ງຊາດຄັ້ງທີ 10 ທີ່ແຂວງອຸດົມໄຊ ໃນປີ 2014 ຈະຍັງໃຊ້ນັກເຕະຈາກຊຸດດັ່ງກ່າວ ຈໍານວນ 5 ຄົນປະສົມປະສານກັບນັກເຕະອະດີດທີມຊາດ ແລະ ນັກກີລາໜ້າໃໝ່ພາຍໃນແຂວງ ກຽມເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ຕຸລາ 2020. ທ່ານ...

ພົງສະຫວັນ ປະກັນໄພ ຈັບມື ສະຕາຟິນເທັກ ສ້າງຄວາມສະດວກໃຫ້ລູກຄ້າຜ່ານບໍລິການ ຢູມັນນີ

ຕັ້ງແຕ່ນີ້ໄປລູກຄ້າ ບໍລິສັດພົງສະຫວັນ ປະກັນໄພ ( ເອພີເອ ) ຈໍາກັດ ແມ່ນສາມາດເຮັດທຸລະກໍາປະກັນໄພແບບດິຈິຕອນ ຜ່ານລະບົບບໍລິການຂອງ ບໍລິສັດ ສະຕາຟິນເທັກ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ ( u-money ). ພິທີເຊັນສັນຍາ ຮ່ວມມືວ່າດ້ວຍ “ ການເຮັດທຸລະກໍາປະກັນໄພແບບດິຈິຕອນ ຂອງພົງສະຫວັນ ປະກັນໄພ ( ເອພີເອ )...

ກະຊວງ ກປ ກຽມສະເຫຼີມສະຫຼອງ 2ວັນສໍາຄັນ ພ້ອມວາງສະແດງ, ຈໍາໜ່າຍສິນຄ້າ 28-30ຕຸລານີ້

ຄືດັ່ງຮູ້ນໍາກັນແລ້ວວ່າ ຄວາມທຸກຍາກ ແລະ ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກມາເປັນເວລາຫຼາຍສັດຕະວັດແລ້ວ. ຕະຫລອດໄລຍະຜ່ານມາ ໂລກຂອງພວກເຮົາ ຍັງໄດ້ພົບກັບຫຼາຍໆບັນຫາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງທາງດ້ານດິນຟ້າອາກາດຂອງໂລກ ພາໃຫ້ເກີດໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ເສິກສົງຄາມ, ການລະບາດໂຄວິດ-19 ທີ່ກຳລັງຄຸກຄາມໃນທົ່ວໂລກ ໄດ້ສຶບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນເກືອບ 700 ລ້ານຄົນ ຂາດສານອາຫານ ແລະ ຄາດຄະເນວ່າ...

ບໍລິຄໍາໄຊ ມາດີບຸກຊະນະ ນະຄອນຫຼວງ ຫວຸດຫວິດນັດອຸ່ນເຄື່ອງ ກຽມລຸຍບານເຕະທົ່ວປະເທດ

ທີມບານເຕະຊາຍຂອງແຂວງບໍລິຄໍາໄຊ ສ້າງຜົນງານໄດ້ໂດດເດັ່ນ ບຸກເອົາຊະນະ ນະຄອນຫຼວງວຽງຈັນ 2-1 ການແຂ່ງຂັນນັດອຸ່ນເຄື່ອງ ປະຈໍາວັນທີ 28 ຕຸລາ 2020 ທີ່ສະໜາມກາງ ມະຫາວິທະຍາໄລແຫ່ງຊາດລາວ ນັດດັ່ງກ່າວ ແຂວງບໍລິຄໍາໄຊ 2 ປະຕູຂຶ້ນນໍາຢ່າງໄວວາຈາກການຍິງຂອງ ເພັດສະຫມອນ ​ອີນທະວົງ ຈຸດໂທດນາທີໆ 6 ແລະ ບຸນເນົາ​ ນາທີໆ 12 ກ່ອນທີ່...

3 ບໍລິສັດໃຫຍ່ ຈັບມືເຊັນສັນຍາ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money ແນ່ໃສ່ອຳນວຍໃນການຊຳລະເງິນ

ເພື່ອແນ່ໃສ່ການອຳນວຍຄວາມສະດວກ ທັງເປັນການເພີ່ມທາງເລືອກໃໝ່ ສາມາດຕອບໂຈດໃຫ້ກັບຄົນຮຸ່ນໃໝ່ໃນຍຸກດີຈິຕອລ, ບໍ່ຈຳເປັນຕ້ອງພົກເງິນສົດ ແລະ ບັດເຄດິດອີກຕໍ່ໄປ ພຽງແຕ່ຫັນມາໃຊ້ແອັບ ບໍລິການ ເອັມມັນນີ M Money ກະເປົາເງິນເທິງມືຖື. ໃນຕອນເຊົ້າ ຂອງ ວັນທີ 28 ຕຸລາ 2020 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ...

ເຫດຜົນທີ່ໂທລະພາບຊຳຊຸງ QLED ເປັນຕົວເລືອກອັນດັບໜຶ່ງ

ເມື່ອເຖິງເວລາທີ່ຕ້ອງເລືອກຊື້ໂທລະພາບມາໃຊ້ ຜູ້ຊື້ທຸກຄົນຕ່າງຕ້ອງການໂທລະພາບທີ່ສາມາດຕື່ມເຕັມໃນການຮັບຊົມ, ຕອບໂຈດໄລຟ໌ສະໄຕທຸກດ້ານ ແລະ ລ້ຳສະໄໝໃຊ້ໄດ້ເປັນເວລາດົນ. ໂທລະພາບ QLED ຈາກຊຳຊຸງຄືຄຳຕອບທີ່ລວມທຸກຄວາມຕ້ອງການໄວ້ນຳກັນ ແລະ ນີ້ຄືເຫດຜົນວ່າເປັນຫຍັງ QLED ຈາກຊຳຊຸງຈຶ່ງເປັນຕົວເລືອກທີ່ດີທີ່ສຸດ. ໝົດກັງວົນເລື່ອງ Burn-  in: ບັນຫາອາການຈໍໄໝ້ ( Burn-in ) ຫຼັງຈາກໃຊ້ໂທລະພາບໄດ້ໄລຍະໜຶ່ງ, ເຕັກໂນໂລຊີ QLED ຈາກຊຳຊຸງຄືຄຳຕອບ ເນື່ອງຈາກເຕັກໂນໂລຊີ QLED...

ອອກມາແລ້ວ 20 ລາຍຊື່ນັກເຕະແຂວງຫົວພັນ ໃນແຂວງ 100% ລຸຍບານເຕະທົ່ວປະເທດ

ເປັນອີກໜຶ່ງແຂວງທີ່ໜ້າສົນໃຈສໍາລັບ ທີມບານເຕະແຂວງຫົວພັນ ໃນພາກເໜືອຂອງ ສປປ ລາວ ທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບລະຫວ່າງວັນທີ 6-21 ພະຈິກ 2020 ເຊິ່ງມາຮອດປັດຈຸບັນແມ່ນຄັດໄດ້ແລ້ວ 20 ນັກເຕະໂດຍແມ່ນນັກກີລາພາຍໃນແຂວງ 100%. ທ່ານ ຫຼຽນສັນຕິ ໂຫຼຍຮັກ ຫົວໜ້າຄູຝຶກທີມບານເຕະຊາຍແຂວງຫົວພັນ ໃຫ້ສໍາພາດກັບທີມຂ່າວເສດຖະກິດ-ການຄ້າ...
- Advertisment -
Slide
Slide

Most Read

error: Content is protected !!