ໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ

145

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ຄັດເລືອກບໍລິສັດໃນ ສປປ ລາວ ເຂົ້າຮ່ວມຊີງລາງວັນທຸລະກິດອາຊຽນດີເດັ່ນປະຈຳປີ 2020 ເຊິ່ງມີ 16 ບໍລິສັດຂອງລາວໄດ້ຮັບລາງວັນດັ່ງກ່າວ. ໃນນັ້ນມີໂຮງງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ຈາກແຂວງສະຫວັນນະເຂດ ໄດ້ຮັບລາງວັນໃນຂະແໜງການບຸລິມະສິດດີເດັ່ນ, ຂະແໜງການອາຫານ ແລະ ເຄື່ອງດື່ມ ຈາກຜົນງານ, ປະສົບການ ແລະ ຄວາມສາມາດໃນການດໍາເນີນທຸລະກິດ.

ທີມຂ່າວໄດ້ມີໂອກາດສໍາພາດ ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ໃນງານຮັບລາງວັນທຸລະກິດອາຊຽນດີເດັ່ນ ປີ 2020 ເຊິ່ງທ່ານກ່າວ: ເປັນຄວາມພາກພູມໃຈທີ່ໂຮງງານຜະລິດນໍ້າດື່ມ – ນໍ້າກ້ອນໂລມາຄໍາໄດ້ຮັບລາງວັນຊະນະເລີດ ປະຈໍາປີ 2020 ຂອງ ສປປ ລາວ ໃນຂະແໜງບຸລິມະສິດດີເດັ່ນ ຂະແໜງອາຫານ ແລະ ເຄື່ອງດື່ມ ເຊິ່ງປີນີ້ເປັນປີທີ 3 ຜ່ານມາກໍໄດ້ຮັບລາງວັນການຜະລິດສິນຄ້າດີເດັ່ນ, ລາງວັນໂຮງງານໃນການຈ້າງງານດີເດັ່ນ, ໂຮງງານທີ່ມີຄວາມເຂັ້ມແຂງ ແລະ ຍືນຍົງ.

ສໍາລັບລາງວັນດັ່ງກ່າວ, ທ່ານ ເກຍ ອູ໊ສິດທິເດດ ໃຫ້ທັດສະນະ ແລະ ເຊີນຊວນທຸລະກິດພາຍໃນຂອງພວກເຮົາ ເຊິ່ງທີ່ຜ່ານມາບັນດານັກທຸລະກິດ ກໍ່ໄດ້ມີການທຸ່ມເທສະຕິປັນຍາໃນຂະບວນການຜະລິດປະກອບສ່ວນຊ່ວຍພັດທະນາ ແລະ ສ້າງສາປະເທດຊາດ ບໍ່ວ່າໃນຂະແໜງການຜະລິດຕ່າງໆ ໂອກາດທີ່ເຂົ້າມາຈຸດນີ້ກໍມີການແຂ່ງຂັນ, ມີການຄັດເລືອກຈາກຄະນະກໍາມະການຫຼາຍຂັ້ນຕອນ, ສໍາລັບການຮັບລາງວັນບໍ່ໝາຍຄວາມວ່າຈະຊີ້ຂາດວ່າທຸລະກິດຈະເດັ່ນພຽງຢ່າງດຽວ ບາງຄັ້ງທຸລະກິດກໍເດັ່ນດ້ານໃດດ້ານໜຶ່ງ ແລະ ມີທັງຈຸດອ່ອນ ແຕ່ເຖິງຢ່າງໃດກໍຕາມໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ກໍຕ້ອງໄດ້ຖອດຖອນບົດຮຽນ ແລະ ມີການປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆຢ່າງບໍ່ຢຸດຢັ້ງ ເຊິ່ງໃນແຜນການດໍາເນີນທຸລະກິດ ທາງໂຮງງານມີເປົ້າໝາຍໃນການຂັບເຄື່ອນຕົນເອງຈາກທີ່ເປັນຫົວໜ່ວຍທຸລະກິດເອັສເອັມອີ ກໍຈະກ້າວໄປສູ່ການຜະລິດແບບອຸດສາຫະກໍາ, ນໍາໃຊ້ເຄື່ອງຈັກທັນສະໄໝ ແລະ ການດໍາເນີນທຸລະກິດທີ່ເຕີບໃຫຍ່ເປັນກ້າວໆ.

“ ເພາະຂ້າພະເຈົ້າມີມູນເຊື້ອໃນການດໍາເນີນທຸລະກິດແຕ່ນ້ອຍຢູ່ແລ້ວ, ການເຮັດທຸລະກິດມັນຄືອາຊີບຂອງຂ້າພະເຈົ້າ ເພາະມັນເປັນຊາຕາກໍາຂອງເຮົາຖ້າເຮົາບໍ່ເຮັດໃຫ້ດີ ທຸລະກິດກໍບໍ່ຍືນຍົງ ແລະ ຢືນໄດ້ໃນສັງຄົມ. ສໍາລັບໂຮງງານຂອງພວກເຮົາກໍເຊັ່ນກັນ ຖ້າພາກລັດ ເອື້ອອໍານວຍໃນການແຂ່ງຂັນໃນເວທີສາກົນ ຫຼື ລະດັບພາກພື້ນເຮົາກໍຕ້ອງໄດ້ພະຍາຍາມແຂ່ງຂັນໃຫ້ໄດ້ ”, ທ່ານ ເກຍ ອູ໊ສິດທິເດດ ກ່າວ.

ທ່ານກ່າວອີກວ່າ: ໃນໄລຍະຜ່ານມາ ທາງໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ກໍໄດ້ເຂົ້າໄປມີສ່ວນຮ່ວມນໍາອົງການຈັດຕັ້ງແຂວງສະຫວັນນະເຂດ ໃນການເຂົ້າໄປແກ້ໄຂຊີວິດການເປັນຢູ່ຂອງຄົນຂໍທານຢູ່ບ້ານຄໍາປ່າແໜ ແລະ ບ້ານປ່າກ້ວຍ ເມືອງຈໍາພອນ ໃນໄລຍະ 3 ປີ. ປັດຈຸບັນກໍເປີດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງຂ້າພະເຈົ້າ ແລະ ທ່ານ ສາຍສະໝອນ ກວນເມືອງຈັນ ກໍຕັດສິນໃຈເຂົ້າມີສ່ວນຮ່ວມໄປຊ່ວຍປະຊາຊົນ 2 ບ້ານ ທຸກຍາກທີ່ແຂວງຂຶ້ນເປັນເປົ້າໝາຍ ເພື່ອຊ່ວຍປະຊາຊົນ ໂດຍສະເພາະສ້າງພື້ນຖານໂຄງລ່າງ ເຊິ່ງໃສ່ຫົວຂໍ້ວ່າຊຸກຍູ້ສົ່ງເສີມສ້າງເສດຖະກິດຄອບຄົວ ໂດຍການສະໜັບສະໜູນພື້ນຖານໂຄງລ່າງດ້ານການຜະລິດ, ເຕັກນິກການຜະລິດ, ແນວພັນພືດຫຼາຍຊະນິດ ທັງໃຫ້ຜົນຜະລິດໄລຍະສັ້ນ, ກາງ ແລະ ຍາວ ເພື່ອເປັນແຫຼ່ງອາຫານໃຫ້ປະຊາຊົນ.