ທ່ານ ໄຊສົງຄາມ ວໍລະຈິດ ໄດ້ຮັບການບົງຕົວແຕ່ງຕັ້ງເປັນປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຄຳມ່ວນ ອີກສະໄໝ

410

ສະມາຄົມນັກທຸລະກິດຫນຸ່ມ (ສທໜ) ແຂວງຄຳມ່ວນ ໄດ້ສະຫລຸບການເຄື່ອນໄຫວວຽກງານ ສະໄຫມທີ II ພ້ອມທັງປະກາດບົ່ງຕົວຄະນະສະມາຄົມ ຊຸດໃໝ່ ສະໄຫມທີ III ຂຶ້ນທີ່ຫ້ອງວ່າການແຂວງຄໍາມ່ວນ ວັນທີ 24 ຕຸລາ 2020 ໂດຍການເປັນປະທານຂອງທ່ານ ໄຊສົງຄາມ ວໍລະຈິດ ປະທານ ສທໜ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ, ມີຄະນະສູນກາງ ຊປປ ລາວ, ເລຂາຊາວໜຸ່ມແຂວງຄຳມ່ວນ, ຄະນະ ສທໜ ແຫ່ງຊາດ ຕະຫລອດເຖິງບັນດາພະແນກການ, ຂະແຫນງການກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ພັນທະຈິດ ອິນທິລາດ ຄະນະສະມາຄົມນັກທຸລະກິດຫນຸ່ມ ແຂວງ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານ ໃນໄລຍະ 5 ປີຜ່ານມາວ່າ: ໃນໄລຍະຜ່ານມາໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດຫນ້າທີ່ຂອງຕົນ ເປັນຕົ້ນແມ່ນປຸກລະດົມເຕົ້າໂຮມ ແລະ ສຶກສາອົບຮົມບັນດາຊາວຫນຸ່ມທີ່ປະກອບອາຊີບທຸລະກິດ ຢູ່ພາຍໃນແຂວງຄຳມ່ວນ ໃຫ້ມີຄວາມສາມັກຄີ ປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ແກ່ຊາວຫນຸ່ມບັນດາເຜົ່າໃຫ້ນັບມື້ຫລາຍຂຶ້ນ ທັງເປັນຕົວແທນໃຫ້ແກ່ຊາວໜຸ່ມປະຊາຊົນປະຕິວັດລາວ ໃນການພົວພັນ, ຮ່ວມມື ແລະ ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານໃນດ້ານທຸລະກິດ ຂອງນັກທຸລະກິດຫນຸ່ມຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອນມິດໃນພາກພື້ນ ແລະ ໃນໂລກ.


ໂອກາດດັ່ງກ່າວ ຕາງໜ້າພະແນກພາຍໃນແຂວງ ຍັງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຍ້ອງຍໍສັນລະເສີນບຸກຄົນ ທີ່ມີຜົນງານປະກອບສ່ວນເຂົ້າໃນການພັດທະນາອົງການຈັດຕັ້ງຊາວໜຸ່ມແຂວງຄຳມ່ວນ ໃນໄລຍະ 5 ປີຜ່ານມາ ຈຳນວນ 9 ທ່ານ. ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານ ງານສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ສະໄໝທີ III ປະກອບມີ 29 ທ່ານ.

ໃນນັ້ນມີຄະນະປະຈຳ 9 ທ່ານ ແລະ ຄະນະປະທານ 4 ທ່ານ ໂດຍແມ່ນທ່ານ ໄຊສົງຄາມ ວໍລະຈິດ ເປັນປະທານ ສທໜ ແຂວງ, ທ່ານ ພັນທະຈິດ ອິນທິລາດ ເປັນຮອງປະທານ ທັງເປັນປະທານກວດກາ, ທ່ານນາງ ພະນົມພອນ ຢ້ຽມພະບູ່ ແລະ ທ່ານ ອຸດົມພົງ ແກ້ວສີສະໂນ ເປັນຮອງປະທານ ສທໜ ແຂວງຄຳມ່ວນ ສະໄໝທີ III