ອີອອນ ຊ່ວຍລາງວັນດາວຍິງສູງສຸດ, ອີໂວ້ ຊ່ວຍເຄື່ອງນຸ່ງ ສົມທົບງານບານເຕະທົ່ວປະເທດ ຊີງຂັນວັນຊາດ

199

ບໍລິສັດ ອີອອນ ບໍລິການເຊົ່າສິນເຊື່ອ ( ລາວ ) ຈໍາກັດ ຈະມາຊ່ວຍເລື່ອງລາງວັນດາວຍິງສູງສຸດ ແລະ ຄູຝຶກດີເດັນ ທັງສອງປະເພດບານເຕະຊາຍ ແລະ ຍິງ, ສ່ວນບໍລິສັດ ອີໂວ້ ຈໍາກັດ ຈະມາຊ່ວຍເລື່ອງເຄື່ອງນຸ່ງຈໍາໜຶ່ງໃຫ້ກັບ ຄະນະຮັບຜິດຊອບການແຂ່ງຂັນ ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບລະຫວ່າງວັນທີ 6-21 ພະຈິກ 2020.

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວໃນງານຖະແຫຼງຂ່າວເມື່ອທ້າຍອາທິດ ທີ່ຜ່ານມາວ່າ: ຂໍສະແດງຄວາມຂອບໃຈມາຍັງ 2 ບໍລິສັດ ທີ່ໃຫ້ການອຸປະຖໍ້າການແຂ່ງຂັນບານເຕະທົ່ວປະເທດໃນຄັ້ງນີ້ ໂດຍ ບໍລິສັດອີອອນ ບໍລິການເຊົ່າສິນເຊື່ອ ( ລາວ ) ຈຳກັດ ຈະໃຫ້ການສະໜັບສະໜູນເງິນລາງວັນໃຫ້ກັບນັກກີລາຍິງປະຕູສູງສຸດ ແລະ ຄູຝຶກດີເດັ່ນປະຈຳການແຂ່ງຂັນທັງ 2 ປະເພດ ຍິງ-ຊາຍ, ສ່ວນບໍລິສັດ ອິໂວ ຈະໃຫ້ການສະໜັບສະໜູນອຸປະກອນເຄື່ອງນຸ່ງຈຳນວນຫນຶ່ງໃຫ້ກັບ ຄະນະຮັບຜິດຊອບການແຂ່ງຂັນ.

ຂະນະທີ່ ທ່ານ ຄູນິໂອະ ຄາວາມູຣະ ( Kunio KAWAMURA ) ຜູ້ອຳນວຍການ ບໍລິສັດ ອີອອນ ກ່າວວ່າ: ເພື່ອຢາກສະໜັບໜູນນັກກີລາໃຫ້ມີກໍາລັງໃຈໃນການພັດທະນາ ເພື່ອເຮັດໃຫ້ທຸກໆຄົນມາຮ່ວມເບິ່ງໃນງານຄັ້ງນີ້ ແລະ ເຮັດໃຫ້ນັກກີລາມີກໍາລັງໃຈ ລວມເຖິງວົງການບານເຕະຂອງລາວເຮົາໄດ້ມີຂະບວນການໃຫຍ່ນີ້ເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງອີອອນ ຂອງພວກເຮົາຈະຊອກຫານັກກີລາທີ່ສ້າງຜົນງານໂດດເດັ່ນທີ່ສຸດໃນລາຍການນີ້ ແລະ ໃຫ້ກໍາລັງໃຈ ລວມເຖິງສົ່ງເສີມພວກເຂົາຕໍ່ໆໄປ.

ສ່ວນ ທ່ານ ບູ້ສະໄຫມ ບຸດຕະວົງ ຄະນະບໍລິຫານ ບໍລິສັດ ອີໂອ ຈຳກັດ ກ່າວ: ຍິນດີທີ່ເປັນສ່ວນໜຶ່ງໃນລາຍການນີ້ ທີ່ໄດ້ຮັບໂອກາດ ແລະ ສະແດງຜະລິດຕະພັນໃນການລາຍໃຫຍ່ນີ້ ທີ່ມີການແຂ່ງຂັນຂອງຫຼາຍແຂວງ. ອີໂວ້ ແມ່ນໄດ້ຜະລິດ ແລະ ອອກແບບໃຫ້ກັບທີມຫຼາຍແຂວງທີ່ເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ ແນ່ນອນວ່າພວກເຮົາຈະເຮັດເຕັມທີ່ໃນງານຄັ້ງນີ້ ທີ່ເປັນໂອກາດເລີ່ມຕົ້ນຄັ້ງສໍາຄັນ ເພື່ອໃຫ້ ອີໂວ້ ກາຍເປັນຜະລິດຕະພັນໃຫ້ກັບ ທີມຊາດ ແລະ ຫຼາຍໆສະຫະພັນໄດ້ໃນອະນາຄົດ.

ການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ມາຮອດປັດຈຸບັນ ແມ່ນມີຫຼາຍພາກສ່ວນໃຫ້ການສະໜັບສະໜູນ ນໍາໂດຍ ບໍລິສັດ ເບຍລາວ ສະໜັບສະໜູນຫຼັກຂອງການແຂ່ງຂັນ 600 ລ້ານກີບ, ລາວໂທລະຄົມ ສະໜັບສະໜູນດ້ານອິນເຕີເນັດໃນການຖ່າຍທອດສົດ ມູນຄ່າ 504.848.000 ກີບ ແລະ ຫຼ້າສຸດ ອີອອນ ຈະມາຊ່ວຍເລື່ອງລາງວັນນັກດາວຍິງສູງສຸດ ແລະ ຄູຝຶກດີເດັ່ນ, ສ່ວນ ອີໂວ້ ຈະມາຊ່ວຍເລື່ອງເຄື່ອງນຸ່ງ.

ການແຂ່ງຂັນຄັ້ງນີ້ມີທີມເຂົ້າຮ່ວມທັງໝົດ 18 ທີມຂອງບານເຕະຊາຍ (17 ແຂວງ, 1 ນະຄອນຫຼວງ) ແລະ 8 ທີມ ຂອງບານເຕະຍິງ (17 ແຂວງ, 1 ນະຄອນຫຼວງ) ໂດຍຈະແຂ່ງຂັນກັນຢູ່ 6 ສະໜາມ, ສ່ວນລາງວັນໃນການແຂ່ງຂັນບານເຕະລາຍການນີ້ ສໍາລັບປະເພດຍິງ ແລະ ຊາຍ ປະກອບມີ ທີມຊະນະເລີດ ຈະໄດ້ຮັບເງິນລາງວັນ 100ລ້ານກີບ ຂັນລາງວັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 30 ຫຼຽນ; ສ່ວນທີມຮອງຊະນະເລີດ ຈະໄດ້ຮັບເງິນລາງວັນຈໍານວນ 40ລ້ານກີບ ແລະ ຫຼຽນຮອງຊະນະເລີດ 30 ຫຼຽນ. ນອກຈາກນັ້ນ ຍັງມີລາງວັນປະເພດບຸກຄົນ ກໍຄືລາງວັນນັກກິລາຍິງປະຕູສູງສຸດ ແລະ ລາງວັນຄູຝຶກດີເດັ່ນ.