ສິ່ງທີ່ອາດຈະໄດ້ຂາຍດີໃນລະດູໜາວທີ່ຈະມາເຖິງນີ້

357

ອາກາດໜາວກຳລັງມາຢາມ ເຊິ່ງໃນຕອນເຊົ້າ ແລະ ຕອນຄ່ຳຈະຮູ້ສຶກເຢັັນໆ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດແຕ່ນີ້ຫາທ້າຍປີ, ເດືອນພະຈິກ ອາກາດຈະເຢັນ ຫາ ໜາວເຢັນຢູ່ບັນດາແຂວງພາກເໜືອ ແລະ ພາກກາງ. ສ່ວນເດືອນທັນວາ ອາກາດຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ໂດຍສະເພາະກາງຫາທ້າຍເດືອນ ເມື່ອລົມໜາວມາຢາມບັນດາພໍ່ຄ້າ, ແມ່ຄ້າ ຫຼື ຜູ້ທີ່ສົນໃຈຢາກຫາລາຍໄດ້ເສີມກໍເລັ່ງຫາສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການຫວັງສ້າງກໍາໄລກັບການບໍລິການ.

ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະນຳສະເໜີສິນຄ້າທີ່ມີໂອກາດຈະຂາຍດີໃນລະດູໜາວນີ້ຄື:

  1. ເສື້ອກັນໜາວ: ເປັນເສື້ອກັນໜາວມື 1 ຫຼື ມື 2 ເຫັນວ່າເປັນຄວາມຕ້ອງການຂອງລູກຄ້າທີ່ບໍ່ຄືກັນ, ບາງຄົນມີເສື້ອກັນໜາວຢູ່ແລ້ວ ແຕ່ມັນເກົ່າ ແລະ ເກັບມາດົນ ກໍອາດຈະຕ້ອງການໂຕໃໝ່ ກໍຈະຊອກຫາເສື້ອກັນໜາວມື 2 ຄຸນນະພາບດີລາຄາເໝາະສົມ ຫຼື ບາງຄົນມີເງິນຫຼາຍ ອາດຈະຊື້ເສື້ອກັນໜາວໂຕອອກໃໝ່ ໂດຍຫາກຄິດເປັນພໍ່ຄ້າແມ່ຄ້າຂາຍເສື້ອກັນໜາວກໍຕ້ອງເນັ້ນໃຫ້ຖືກກຸ່ມວ່າຈະຂາຍເຈາະລູກຄ້າແບບໃດ, ກຸ່ມເສື້ອມື 2 ຫຼື ຂາຍເປັນມື 1. ແຫຼ່ງວັດຖຸດິບຂອງເສື້ອກັນໜາວມີທັງສັ່ງນຳເຂົ້າຜ່ານເວັບອອນລາຍ ຫຼື ໄປຫາຊື້ຕາມແຫຼ່ງຂາຍສົ່ງ ໂດຍລາຄາຂອງເສື້ອກັນໜາວກໍຈະຂຶ້ນຢູ່ກັບປະເພດ, ຮູບແບບ.

  2. ຄຣີມບຳລຸງຜິວ: ສຳລັບບັນດາໜຸ່ມສາວແລ້ວ ເລື່ອງຜິວພັນນັ້ນເປັນສິ່ງສຳຄັນ ສິ່ງທີ່ມາກັບລົມໜາວຄືອາກາດແຫ້ງຈະເຮັດໃຫ້ຜິວຕົກສະເກັດໄດ້ງ່າຍ ທາງທີ່ດີທີ່ສຸດຄືຕ້ອງເຮັດໃຫ້ຜິວຊຸ່ມຊື່ນຢູ່ຕະຫຼອດເວລາ ຈຶ່ງຕ້ອງມີການໃຊ້ໂລຊັ່ນບຳລຸງຜິວ ເພື່ອປ້ອງກັນຜິວແຕກ ເຊິ່ງໂລຊັ່ນຍຸກໃໝ່ກໍມີການແຕ່ງກິ່ນໃຫ້ໜ້າໃຊ້ຫຼາຍຂຶ້ນ ເປັນໂອກາດດີຂອງຄົນທີ່ເຮັດທຸລະກິດເຄື່ອງສຳອາງທີ່ຈະຜະລິດໂລຊັ່ນອອກມາວາງຂາຍ ເພື່ອສ້າງລາຍໄດ້ໃຫ້ກັບຕົນເອງ.

  3. ໝວກຜ້າ/ຜ້າພັນຄໍ: ເຖິງແມ່ນອາກາດໜາວຢູ່ບ້ານເຮົາຈະມາຢາມບໍ່ດົນ ບາງຄົນຮ່າງກາຍບໍ່ແຂງແຮງ ຫຼື ບໍ່ມັກກັບອາກາດໜາວ ກໍຈຳເປັນຕ້ອງຫາແນວມາໃສ່ເຮັດໃຫ້ຮ່າງກາຍອົບອຸ່ນ, ນອກຈາກເສື້ອກັນໜາວທີ່ຕ້ອງມີໃສ່ໃນລະດູໜາວ ສິ່ງທີ່ເພີ່ມຕື່ມກໍຄືໝວກຜ້າ ແລະ ຜ້າພັນຄໍທີ່ເປັນສິ່ງນິຍົມໃຊ້ໃນລະດູໜາວ.

  4. ອາຫານປະເພດອຸ່ນຮ້ອນ: ເປັນຄວາມສຸກທາງໃຈຢ່າງໜຶ່ງຂອງການໄດ້ກິນຂອງຮ້ອນໆຕອນເຊົ້າໃນມື້ທີ່ອາກາດໜາວ ໂດຍສະເພາະຕາມສະຖານທີ່ທ່ອງທ່ຽວຕ່າງໆ ອາຫານປະເພດເຂົ້າປຽກເຂົ້າ, ກາເຟຮ້ອນ, ໂຈ໊ກຮ້ອນໆ, ເຂົ້າຈີ່ທາໄຂ່ຈະໄດ້ຂາຍດີ ເຖິງແມ່ນຈະເປັນພຽງອາຫານທຳມະດາ ແຕ່ໃນລະດູໜາວຖືເປັນອາຫານແຫ່ງຄວາມສຸກໃນຍາມເຊົ້າໃຜທີ່ໄປທ່ຽວຕາມສະຖານທີ່ອາກາດໜາວໆຈະຮູ້ດີ, ແມ່ນກະທັງຢູ່ໃນນະຄອນຫຼວງວຽງຈັນກໍຕາມ ຫາກໃຜມີທຳເລໜ້າເຮືອນ ຫຼື ໃກ້ຕະຫຼາດລອງເປີດຮ້ານຂາຍເມນູຮ້ອນ ເຊັ່ນ: ໂອວັນຕິນ, ກາເຟ, ເຂົ້າປຽກເຂົ້າ, ຕົ້ມໂຈ໊ກ ແລະ ອື່ນໆ ອາດຈະສ້າງລາຍຮັບໄດ້ດີແບບບໍ່ຄາດຄິດກໍເປັນໄດ້.

ອ່ານຕໍ່ສະບັບໜ້າ