ເຈົ້າແຂວງສະຫວັນນະເຂດ ລົງມອບເຄື່ອງຊ່ວຍເຫລືອປະຊາຊົນ 2 ບ້ານຂອງເມືອງສອງຄອນ

95

ວັນທີ 24 ຕຸລານີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນະນະເຂດພ້ອມດ້ວຍ ຫົວໜ້າ ຮອງຫົວໜ້າ ພະແນກກການທີ່ກ່ຽວຂ້ອງລົງມອບເຄື່ອງຊ່ວຍເຫລືອ ບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນ 2 ບ້ານຂອງເມືອງ ສອງຄອນ ຄື:ບ້ານສິງທ່າ ແລະ ບ້ານ ວິໄຊສົງ ທີ່ຂຶ້ນກັບເມືອງ ສອງຄອນ ເຊິ່ງເປັນອີກບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຈົນໄດ້ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຍ້າຍຄອບຄົວໄປຢູ່ດົງຢູ່ປ່າ.


ໃນການມາຢ້ຽມຢາມ ແລະ ລົງເບິ່ງສະພາບການເປັນຢູ່ຂອງພໍ່ແມ່ປະຊາຊົນໃນຄັ້ງນີ້ ທ່ານເຈົ້າແຂວງ ສະຫວັນນະເຂດຍັງໄດ້ນຳເອົານ້ຳດື່ມຈຳນວນ 300 ແຟັກ ເສື້ອຊີບ 150 ໂຕ ນຳມາມອບໃຫ້ແກ່ປະຊາຊົນ ແລະ ອ້າຍນ້ອງທະຫານທີ່ປະຕິບັດໜ້າທີ່ໃນການຊ່ວຍເຫລືອ ແລະ ລຳລຽງ ເຄື່ອງບໍລິໂພກ ແລະ ອຸປະໂພກລົງມອບໃຫ້ແກ່ປະຊາຊົນທີ່ຢູ່ໃນເຂດອົບພະຍົບໄປຢູ່ບ່ອນສູງ .


ໂອກາດດຽວກັນນີ້ ທ່ານ ບຸນເລດ ຈັນທອງທິບ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ສະຫວັນນະເຂດກໍໄດ້ນຳເອົາເຄື່ອງຊ່ວຍເຫລືອ ແລະ ເງິນສົດຈຳນວນ 2 ລ້ານກີບມອບໃຫ້ແກ່ຄະນະກຳມະການຕ້ານໄພພິບັດເມືອງສອນຄອນຕື່ມອີກໃຫ້ກຽດຮັບໂດຍທ່ານເຈົ້າເມືອງ ສອງຄອນ.

.

ແຫຼ່ງທີ່ມາ:ວິທະຍຸກະຈາຍສຽງ ສະຫວັນນະເຂດ