ບົ່ງຕົວແຕ່ງຕັ້ງກອງສີ ວົງສີ ເປັນເລຂາຄະນະບໍລິຫານງານພັກເມືອງປາກລາຍ ເຈົ້າເມືອງປາກລາຍ ຄົນໃໝ່

309

ໃນຕອນເຊົ້າຂອງວັນທີ 27 ຕຸລາ ປີນີ້, ທີ່ຫ້ອງປະຊຸມໃຫຍ່ເມືອງ ປາກລາຍ, ແຂວງ ໄຊຍະບູລີ, ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ລະຫວ່າງເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າ ແລະ ເຂລາພັກເມືອງ, ເຈົ້າເມືອງຜູ້ໃໝ່ຂຶ້ນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກຄະນະບໍລິຫານງານແຂວງ, ເຈົ້າແຂວງ ໄຊຍະບູລີ, ມີ ທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງປາກລາຍ, ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ມີພະນັກງານການນໍາຂອງເມືອງ, ເລຂາພັກບ້ານ-ນາຍບ້ານ ຕະຫຼອດຮອດພະນັກງານວິຊາການຂອງເມືອງເຂົ້າຮ່ວມ 100 ກວ່າຄົນ.


ໃນພິທີ ທ່ານ ໄພທອງ ຈັນດາ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1123/ຈຂ.ຊຍ, ວ່າດ້ວຍ ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ສະບັບເລກທີ 1126/ຈຂ.ຊຍ, ວ່າດ້ວຍການແຕ່ງຕັ້ງ ເຈົ້າເມືອງ ປາກລາຍ ແລະ ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 714/ຄພຂ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງເລຂາພັກເມືອງ ປາກລາຍ ຄື: ຍົກຍ້າຍ ທ່ານ ສົມຈິດ ຈັນທະວົງ, ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ປາກລາຍ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ ໄຊຍະບູລີ

ແຕ່ງຕັ້ງ ທ່ານ ກອງສີ ວົງສີ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ໄຊສະຖານ ເປັນເຈົ້າເມືອງ ປາກລາຍ, ພ້ອມທັງບົ່ງຕົວແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ປາກລາຍ,

ຕອນທ້າຍຂອງພິທີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງ, ພ້ອມທັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ຖືກຍົກຍ້າຍ ແລະ ບົ່ງຕົວແຕ່ງຕັ້ງຄັ້ງນີ້ ຈົ່ງມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເພີ່ມທະວີນຳພາແນວຄິດ ຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະຫ້ອງການ, ແຕ່ລະບ້ານ ແລະ ປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ,

ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ເພີ່ມທະວີການນໍາພາ ຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ເຂົ້າໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ເຂດຊົນນະບົດ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈີງ, ສ້າງໃຫ້ຄອບຄົວມີອາຊີບໜັ້ນທ່ຽງ, ມີລາຍຮັບເພີ່ມຂື້ນ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ໂດຍພື້ນຖານ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ