Monthly Archives: July, 2020

ຂ່າວດີ! 65 ທຶນຮຽນຟຣີພ້ອມມີເບ້ຍລ້ຽງໃຫ້ລໍຖ້າຢູ່ ໃຜສົນໃຈສະໝັກດ່ວນ

ນັບວ່າເປັນຂ່າວດີໃຫ້ກັບຜູ້ທີ່ໃຝ່ຮຽນ ສົນໃຈໃນວຽກງານອາຫານ, ການໂຮງແຮມ ແລະ ການບໍລິການ ເນື່ອງຈາກມີການປະກາດຮັບສະໝັກຜູ້ເຂົ້າຮ່ວມຮຽນຟຣີເຖິງ 65 ທຶນ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆບຸລິມະສິດພິເສດຂໍຄົນທີ່ຈົບປະຖົມເທົ່ານັ້ນ ຂໍພຽງມີຄວາມຕັ້ງໃຈ ແລະ ຕ້ອງການສຶກສາມັກຮັກໃນສາຍອາຊີບນີ້ແທ້ ໃຫ້ຮີບເຂົ້າໄປສະໝັກດ່ວນ ໝົດກໍານົດ 15 ສິງຫາ 2020 ນີ້. ສໍາລັບທຶນທັງ 65ທຶນມີຄື: ສາຂາ ວິຊາແຕ່ງອາຫານ 25 ທຶນ; ສາຂາ...

ເບິ່ງນິດໄສຄົນເກີດເດືອນມັງກອນ ຄວາມຮັກເປັນເລີດມັກໄດ້ຄູ່ຄອງທີ່ດີ

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ຜູ້ຂຽນຂໍນໍາພາທຸກທ່ານມາເປີດຄໍລໍາໃໝ່ຮ່ວມກັນ ນັ້ນກໍຄືຄໍລໍາເບິ່ງດວງທໍານາຍໂຊກຊາຕາ, ໂຊກລາບ ຫຼື ເລື່ອງລາວຕ່າງໆທີ່ຈະເກີດຂຶ້ນໃນທຸກໄລຍະຈັງຫວະຊີວິດຂອງຄົນທັງ 12 ລາສີ. ມື້ນີ້ຜູ້ຂຽນຂໍເປີດໜ້າດ້ວຍການທໍານາຍທາຍທັກເບິ່ງນິດໄສຂອງຄົນເກີດເດືອນມັງກອນ ຫຼື ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 15 ມັງກອນ - 12 ກຸມພາ ) . ຄົນທີ່ເກີດເດືອນມັງກອນ ເປັນຄົນທີ່ຂ້ອນຂ້າງຮອບຄອບ, ລະມັດລະວັງທຸກຢ່າງ, ຄິດຫຼາຍຢູ່ຕະຫຼອດ, ບາງຄົນກໍມີນິດໄສມັກເກັບສະສົມເຄື່ອງຂອງເກົ່າແກ່ບູຮານ, ຮູ້ຈັກເກັບມ້ຽນ,...

ວຽກງານຈະຄ່ອງຕົວຫຼາຍຂຶ້ນ ຫຼັງລັດມອບລົດຈັກສະເກມແກ່ອ້າຍນ້ອງທະຫານ 2 ແຂວງພາກໃຕ້

ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງອ້າຍນ້ອງກໍາລັງປ້ອງກັນຊາດ 2 ແຂວງພາກໃຕ້ ລັດຖະບານໄດ້ມອບລົດຈັກສະເກມຈໍານວນ 15 ຄັນ ມູນຄ່າ 285 ລ້ານກີບ ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ແລະ ອັດຕະປື. ໃນລະຫວ່າງວັນທີ 15-16 ກໍລະກົດ 2020 ທີ່ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ໄດ້ນຳເອົາລົດຈັກສະເກມ ໄປມອບໃຫ້ ກອງບັນຊາການທະຫານແຂວງຈຳປາສັກ...

ແຕ່ງຕັ້ງທ່ານ ແສນສັກ ສຸລິສັກ ເປັນວ່າການຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ ຄົນໃໝ່

ອີງຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1093/ຈຂ.ສຂ, ລົງວັນທີ 8/7/2020 ວ່າດ້ວຍ ການແຕ່ງຕັ້ງພະນັກງານ ໂດຍ ໄດ້ເຫັນດີແຕ່ງຕັ້ງທ່ານ ແສນສັກ ສຸລິສັກ ເປັນວ່າການຫົວໜ້າພະແນກການເງິນ ຂອງແຂວງຄົນໃໝ່. ໃນວັນທີ 9 ກໍລະກົດ 2020 ທີ່ຜ່ານມາ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະ ຊວງການເງິນພ້ອມຄະນະໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ...

ລັດຖະບານຢີ່ປຸ່ນ ໃຫ້ການສະໜັບສະໜຸນທຶນຊ່ວຍເຫຼືອລ້າມູນຄ່າ 3 ລ້ານໂດລາ ແກ່ສປປລາວ ເພື່ອການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 16 ກໍລະກົດ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ, ຊຶ່ງຕາງໜ້າຝ່າຍລາວ ຮ່ວມລົງນາມ ແລະ ກ່າວຮັບໂຄງການດັ່ງກ່າວ ໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ...

5 ເຄັດລັບວິທີການເຮັດການຕະຫຼາດແບບຫຼຸດລາຄາ

ສໍາລັບມຸມບໍລິຫານມື້ນີ້ ພວກເຮົາມີຂໍ້ມູນດີໆມານໍາສະເໜີກ່ຽວກັບ 5 ເຄັດລັບວິທີການເຮັດການຕະຫຼາດທີ່ໄດ້ຜົນສູງ ບໍ່ຕ້ອງໃຊ້ງົບປະມານຫຼາຍ ທັງເປັນການຊ່ວຍທ່ານບໍລິຫານຕົ້ນທຶນໄດ້ຢ່າງມີປະສິດທິພາບ. 1 ຮັກສາຖານລູກຄ້າເກົ່າ ແລະ ຊອກລູກຄ້າໃໝ່: ເປັນທີ່ໜ້າປະແປກໃຈວ່າ ທຸລະກິດສະໄໝນີ້ຕ້ອງໃຊ້ເງິນ ເພື່ອຮວບຮວມຂໍ້ມູນທາງການຕະຫຼາດ ແລະ ການເຂົ້າເຖິງລູກຄ້າໃໝ່ໆໄປເປັນຈຳນວນຫຼາຍ ທັງໆທີ່ມີໂອກາດ ແລະ ຂໍ້ມູນຖ້າຢູ່ອີກຫຼວງຫຼາຍຈາກຖານລູກຄ້າເກົ່າ ເຊິ່ງວິທີທີ່ດີທີ່ສຸດໃນການເພີ່ມລາຍໄດ້ ກໍຄືການລົມກັບລູກຄ້າລາຍເກົ່າໃຫ້ຫຼາຍ ຫຼື ຮັກສາຖານລູກຄ້າເກົ່າໄວ້ໃຫ້ໝັ້ນຄົງ ແລະ ຊອກຫາລູກຄ້າໃໝ່ເລື້ອຍໆ ບໍ່ວ່າຈະເປັນການລົມຜ່ານໂທລະສັບ, ສົ່ງຂໍ້ຄວາມ...

ມາເລເຊຍ – ສິງກະໂປ ກຽມຜ່ອນຜັນຂໍ້ຈຳກັດການເດີນທາງຜ່ານແດນ

ມາເລເຊຍ ແລະ ສິງກະໂປ ເຫັນດີອະນຸຍາດໃຫ້ນັກທຸລະກິດ ແລະ ປະຊາຊົນຜູ້ທີ່ມີ ຄວາມຈຳເປັນເດີນທາງຜ່ານແດນລະຫວ່າງສອງປະເທດ ໄດ້ ນັບແຕ່ວັນທີ 10 ສິງຫາເປັນຕົ້ນໄປ. ຖະແຫຼງການຂອງລັດຖະມົນຕີ ກະຊວງການຕ່າງປະເທດຂອງມາເລເຊຍ ແລະ ສິງກະໂປ ລະບຸວ່າ: ຊ່ອງທາງດ່ວນເພື່ອການແລກປ່ຽນ ( RGL ) ແລະ ຂໍ້ຕົກລົງການເດີນທາງແບບອາໄສຢູ່ໄລຍະຍາວ ( PCA )...

ກອງຮ້ອຍຜະລິດ ວິທະຍາຄານກົມມະດໍາ ສະຫຼຸບວຽກງານນໍາພາ-ບັນຊາ ປະຈໍາ 6 ເດືອນຕົ້ນປີ 2020 ແລະ ວາງທິດທາງປີ 2020

ກອງຮ້ອຍຜະລິດ ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງກອງ ປະຊຸມສະຫຼຸບວຽກງານ ນໍາພາ-ບັນຊາ ປະຈໍາ 6 ເດືອນ ຕົ້ນປີ 2020 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂຶ້ນໃນວັນທີ 14 ກໍລະກົດ 2020 ພາຍໃຕ້ການເປັນປະທານ ຂອງທ່ານ ພັນເອກ ຄໍາແອ້ວ ໜຳທະພັນ...

ໜັກໜ່ວງ! ຍອດຜູ້ເສຍຊີວິດຈາກດິນເຈື່ອນຢູ່ ເນປານ ເພີ່ມເປັນ 20 ກວ່າຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດຝົນຕົກໜັກ ແລະ ດິນເຈື່ອນຢູ່ເມືອງໂປຄາຣາ ທາງພາກຕາເວັນຕົກຂອງ ເນປານ. ຫຼ້າສຸດ, ຍອດຜູ້ເສຍຊີວິດເພີ່ມຂຶ້ນຢ່າງໜ້ອຍ 23 ຄົນແລ້ວ ແລະ ສູນຫາຍອີກ 8 ຄົນ. ຈາກເຫດການຝົນຕົກໜັກເຮັດໃຫ້ມີດິນເຈື່ອນຢູ່ຫຼາຍຈຸດໃນເມືອງໂປຄາຣາ, ເຫດການຄັ້ງນີ້ເຮັດໃຫ້ເຮືອນຊານຫຼາຍສິບຫຼັງໄດ້ຮັບຄວາມເສຍຫາຍ, ປະຊາຊົນຫຼາຍພັນຄົນບໍ່ມີທີ່ຢູ່ອາໄສ. ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຄົ້ນຫາຜູ້ສູນຫາຍ. ໄພນ້ຳຖ້ວມ ແລະ ດິນເຈື່ອນມັກເກີດຂຶ້ນໃນປະເທດເນປານ ໂດຍສະເພາະໃນໄລຍະລະດູມໍລະສຸມໃນລະຫວ່າງເດືອນມິຖຸນາ ເຖິງ ເດືອນກັນຍາ ເຊິ່ງເຮັດໃຫ້ຊີວິດ ແລະ...

ສະຫະລັດຍົກເລີກແຜນສົ່ງນັກສຶກສາຕ່າງຊາດກັບຄືນປະເທດ

ລັດຖະບານສະຫະລັດອາເມຣິກາ ໄດ້ຍົກເລີກແຜນສົ່ງນັກສຶກສາຕ່າງຊາດກັບຄືນປະເທດແລ້ວ, ຫຼັງຈາກກ່ອນໜ້ານີ້ມີແຜນບັງຄັບໃຫ້ນັກສຶກສາຕ່າງປະເທດອອກຈາກສະຫະລັດ ຫາກມະຫາວິທະຍາໄລ ແລະ ສະຖາບັນການສຶກສາເຂົ້າສູ່ລະບົບການຮຽນ - ການສອນແບບອອນລາຍຢ່າງເຕັມຮູບແບບ ແຕ່ແຜນດັ່ງກ່າວຖືກບັນດາມະຫາວິທະຍາໄລໃນປະເທດວິພາກວິຈານຈົນເຖິງຂັ້ນຟ້ອງຂຶ້ນສານ. ການປ່ຽນແປງດັ່ງກ່າວມີຂຶ້ນພາຍຫຼັງທີ່ຫຼາຍຝ່າຍອອກມາຕຳນິນະໂຍບາຍຂອງລັດຖະບານ ໂດນັນ ທຣັມ ຕໍ່ແຜນໄລ່ນັກສຶກສາຕ່າງປະເທດອອກຈາກສະຫະລັດ, ໃນຂະນະທີ່ບັນດາມະຫາວິທະຍາໄລໃນສະຫະລັດ ຢືນຢັນວ່າຈະເປີດການຮຽນ - ການສອນແບບອອນລາຍຈົນໝົດເທີມໜ້າ ຫຼື ອາດແກ່ຍາວກວ່ານັ້ນ ຫາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ - 19 ບໍ່ຜ່ອນຄາຍລົງ. ທັງນີ້, ກໍເພື່ອ...
- Advertisment -
Slide
Slide

Most Read

error: Content is protected !!