Monthly Archives: July, 2020

ຮູ້ຈັກ! ກຽງທະວີສັກ ຜູ້ຍິງປະຕູຕີສະເໝີແຊັມເກົ່າ ນັດເປີດສາກລາວລີກ 1

ລາວໂຕໂຢຕ້າ ເອັຟຊີ ພາດໂອກາດເກັບ3 ຄະແນນໃນນັດເປີດສາກການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2020 ໃນທ້າຍອາທິດທີ່ຜ່ານມາ. ຫຼັງຈາກຍັງເຫຼືອພຽງ 2 ນາທີກໍຈະຈົບການແຂ່ງຂັນ ຖືກກຽງທະວີສັກ ໄຊຊະນະປັນຍາ ກອງໜ້າຂອງ ມາສເຕີ 7 ເອັຟຊີ ຍິງປະຕູຕີສະເໝີ 1-1. ມື້ນີ້ທາງທີມງານໜັງສືພິມເສດຖະກິດ-ການຄ້າຂອງພວກເຮົາ ຈະພາໄປຮູ້ຈັກກັບ ກຽງທະວີສັກ ທີ່ຫຼິ້ນຢ່າງໂດດເດັ່ນໃຫ້...

ອາເມຣິກາ ຕິດເຊື້ອໂຄວິດ-19 ມື້ດຽວເກືອບ 70 ພັນຄົນ

ມະຫາວິທະຍາໄລຈອນ ຮັອບກິນສ໌ຂອງອາເມຣິກາ ລາຍງານສະຖິຕິຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃນປະເທດ ເພິ່ມຂຶ້ນ ຫຼາຍກວ່າ 67 ພັນຄົນ ພາຍໃນວັນດຽວ ເປັນສະຖິຕິສູງທີ່ສຸດ ໂດຍກຸ່ມຜູ້ປ່ວຍເຄິ່ງໜຶ່ງແມ່ນມາຈາກ 3 ລັດໃຫຍ່ຄື: ລັດເທັກຊັສ, ແຄລິຟໍເນຍ ແລະ ຟຼໍຣິດາ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 15 ກໍລະກົດ ວ່າ ສູນຂໍ້ມູນການຕິດເຊື້ອໄວຣັສໂຄໂຣນາຂອງມະຫາວິທະຍາໄລຈອນ...

ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມໂດຍກົງຄັ້ງທຳອິດພາຍຫຼັງ 4 ເດືອນ

ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມໂດຍກົງຄັ້ງທຳອິດໃນວັນທີ 14 ກໍລະກົດ, ພາຍຫຼັງຕ້ອງຮຽກໂຮມບັນດາກອງປະຊຸມທາງອອນລາຍແຕ່ກາງເດືອນມີນາ ຍ້ອນການລະບາດຂອງພະຍາດໂຄວິດ - 19. ໃນກອງປະຊຸມນີ້, ສະພາ ຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິ 2 ສະບັບ ພ້ອມກັບບັນດາການປຶກສາຫາລືກ່ຽວກັບໂກລົມບີ ແລະ ບົດລາຍງານປະຈຳປີຂອງສະພາຄວາມໝັ້ນຄົງ ສປຊ ທີ່ກອງປະຊຸມສະມັດຊາໃຫຍ່ ສປຊ. ແຕ່ກາງເດືອນມີນາ, ພາຍຫຼັງປິດປະຕູສຳນັກງານ ສປຊ ຢູ່ນະຄອນນິວຢອກຊົ່ວຄາວ...

ຈີນ ໃຊ້ງົບ 309 ລ້ານຢວນ ສຳລັບການກູ້ໄພເຫດນໍ້າຖ້ວມໜັກ

ຜ່ານມາຫຼາຍມື້ແລ້ວສໍາລັບເຫດການນໍ້າຖ້ວມຢູ່ ສປ ຈີນ ອັນສ້າງຄວາມເສຍຫາຍທັງຊັບສິນເງິນຄໍາ ແລະ ສູນເສຍຊີວິດ ໃຫ້ແກ່ປະຊາຊົນໃນເຂດປະສົບໄພດັ່ງກ່າວ, ຫຼ້າສຸດ ສປ ຈີນ ກຽມໃຊ້ງົບ 300ກວ່າລ້ານຢວນ ເພື່ອກູ້ໄພເຫດນໍ້າຖ້ວມໃນຄັ້ງນີ້. ວິທະຍຸສາກົນແຫ່ງ ສປ ຈີນ ຫຼື CRI ລາຍງານວ່າ: ເກີດມີຝົນຕົກຢ່າງໜັກຫຼາຍວັນຕິດຕໍ່ກັນໃນຫຼາຍພື້ນທີ່ຂອງຈີນ ລວມທັງແຂວງອັນຮຸຍ, ຈຽງຊີ, ຫູເປີຍ ແລະ ນະຄອນສົງຊິງ...

ເຄວສ ຢູໄນເຕັດ ໃຊ້ບໍລິການຊຸດແຂ່ງຂອງ ໄອ-ສະປອດ ລຸຍລາວລີກ 2 ລະດູການນີ້

ໄອ-ສະປອດ ຜະລິດຕະພັນເຄື່ອງກິລາ ( ແບຣນລາວ ) ເຊັນສັນຍາ ກັບ ສະໂມສອນເຄວສ ຢູໄນເຕັດ ໃນການເຂົ້າຮ່ວມການແຂ່ງຂັນ ຄອມມານໂດ ລາວລີກ 2 ປະຈຳປີ 2020 ເຊິ່ງຖືວ່າເປັນສະໂມສອນຂອງ ລາວລີກ 2 ທີ່ ໄອ-ສະປອດ ໃຫ້ການສະໜັບສະໜູນ ເພາະກ່ອນໜ້ານີ້ແມ່ນໃຫ້ການສະໜັບສະໜູນ ລາວ-ທ໊ອບ ເອັຟຊີ ພິທີເຊັນສັນຍາ...

ເລີ່ມມື້ອື່ນ! ລັດແຈ້ງປັບຂຶ້ນລາຄານໍ້າມັນ ຮອບນີ້ກາຊວນຂຶ້ນສູງເຖິງ 200 ກີບ/ລິດ

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໂດຍການປັບຂຶ້ື້ນໃນຄັ້ງນີ້ແມ່ນກາຊວນຂຶ້ນຫຼາຍກວ່າໝູ່ ຢູ່ທີ່ 200 ກີບຕໍ່ລິດ, ແຈ້ງໃຫ້ເລີ່ມປະຕິບັດລາຄາໃໝ່ນີ້ ແຕ່ວັນທີ 17 ກໍລະກົດ 2020 ເປັນຕົ້ນໄປ. ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຖິງ ສະມາຄົມນໍ້າມັນເຊື້ອໄຟທົ່ວປະເທດ ແລະ ອາຍອແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ...

ຊົມເຊີຍ! ເມືອງໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດ ເກືອບ 8 ລ້ານໂຕ

ເມືອງໄຊຍະບູລີ ໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດຢູ່ທີ່ຜາມໄຊ ບ້ານປົ່ງ ໂດຍການເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງເມືອງໄຊຍະບູລີ, ອົງການ, ກົມກອງ, ນັກທຸລະກິດຜູ້ປະກອບການ, ນັກຮຽນ - ນັກສຶກສາ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເທສະບານເມືອງໄຊຍະບູລີເຂົ້າຮ່ວມ. ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ ກ່າວວ່າ: ນອກຈາກປ່ອຍປາລົງສູ່ອ່າງເກັບນໍ້າ, ໜອງນໍ້າ ແລະ...

ມາໃໝ່! ແຂວງສາລະວັນ ຫາລືຄວາມເປັນໄປໄດ້ຈັດທ່ອງທ່ຽວ 1 ວັນ 3 ປະເທດ

ກອງປະຊຸມປຶກສາຫາລືກ່ຽວກັບວຽກງານທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານບັນເທີງ ພາຍໃນແຂວງສາລະວັນ ຈັດຂຶ້ນຕອນບ່າຍຂອງວັນທີ 10 ກໍລະກົດ 2020 ທີ່ໂຮງແຮມໂພນໄຊ ເພື່ອລະດົມຄວາມເຫັນວາງແຜນຈັດລາຍການທ່ອງທ່ຽວ 1 ວັນ 3 ປະເທດ ຄື: ລາວ, ໄທ ແລະ ຫວຽດນາມ. ທ່ານ ທອງອຸ້ຍ ຄຳແກ້ວ...

ຊົມເຊີຍ! 6 ເດືອນຕົ້ນປີ ລັດວິສາຫະກິດຫວຍພັດທະນາມອບພັນທະໃຫ້ລັດ 24 ຕື້ກວ່າກີບ

6 ເດືອນຕົ້ນປີລັດວິສາຫະກິດຫວຍພັດທະນາ ສາມາດປະຕິບັດລາຍຮັບໄດ້ທັງໝົດ 41,2 ຕື້ກີບ, ລາຍຈ່າຍປະຕິບັດໄດ້ 10,88 ຕື້ກວ່າ, ກຳໄລລວມ 30 ຕື້ກວ່າກີບ ມອບພັນທະໃຫ້ງົບປະມານ 24,58 ຕື້ ກວ່າກີບ. ທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາກ່າວໃນໂອກາດລົງເຄື່ອນໄຫວຊຸກຍູ້ຊີ້ນໍາຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ...

6 ເດືອນຕົ້ນປີ ສະຫວັນນະເຂດເກັບລາຍຮັບໄດ້ 622 ຕື້ກວ່າກີບ

ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ຂອງແຂວງສະຫວັນນະເຂດ ໄດ້ 622,04 ຕື້ກີບ ເທົ່າກັບ 38,44% ຂອງແຜນການປີ, ດ້ານລາຍຈ່າຍ ປະຕິບັດໄດ້ 319,67 ຕື້ກີບ, ຄາດຄະເນລາຍຮັບຕາມຜົນກະທົບໂຄວິດ - 19 ແລະ ຜົນກະທົບອື່ນໝົດປີ 2020 ທົ່ວແຂວງຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 1.312 ຕື້ກີບ. ເມື່ອບໍ່ດົນມານີ້, ທ່ານ...
- Advertisment -
Slide
Slide

Most Read

error: Content is protected !!