ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມໂດຍກົງຄັ້ງທຳອິດພາຍຫຼັງ 4 ເດືອນ

102

ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມໂດຍກົງຄັ້ງທຳອິດໃນວັນທີ 14 ກໍລະກົດ, ພາຍຫຼັງຕ້ອງຮຽກໂຮມບັນດາກອງປະຊຸມທາງອອນລາຍແຕ່ກາງເດືອນມີນາ ຍ້ອນການລະບາດຂອງພະຍາດໂຄວິດ – 19.

ໃນກອງປະຊຸມນີ້, ສະພາ ຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິ 2 ສະບັບ ພ້ອມກັບບັນດາການປຶກສາຫາລືກ່ຽວກັບໂກລົມບີ ແລະ ບົດລາຍງານປະຈຳປີຂອງສະພາຄວາມໝັ້ນຄົງ ສປຊ ທີ່ກອງປະຊຸມສະມັດຊາໃຫຍ່ ສປຊ.

ແຕ່ກາງເດືອນມີນາ, ພາຍຫຼັງປິດປະຕູສຳນັກງານ ສປຊ ຢູ່ນະຄອນນິວຢອກຊົ່ວຄາວ ມາເປັນເວລາ 3 ເດືອນ ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19, ສະພາ ຄວາມໝັ້ນຄົງ ສປຊ ໄດ້ປັບຕົວໃຫ້ແທດເໝາະກັບສະພາບການປົກກະຕິໃໝ່ ເພື່ອໃຫ້ກົງຈັກເຄື່ອນໄຫວຜ່ານຮູບການທາງອອນລາຍ ແລະ ນຳໃຊ້ບາງມາດຕະການຊົ່ວຄາວກ່ຽວກັບກົນໄກປຶກສາຫາລື, ເຈລະຈາ ແລະ ລົງປະຊາມະຕິທາງໄກ.