ມາໃໝ່! ແຂວງສາລະວັນ ຫາລືຄວາມເປັນໄປໄດ້ຈັດທ່ອງທ່ຽວ 1 ວັນ 3 ປະເທດ

73

ກອງປະຊຸມປຶກສາຫາລືກ່ຽວກັບວຽກງານທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານບັນເທີງ ພາຍໃນແຂວງສາລະວັນ ຈັດຂຶ້ນຕອນບ່າຍຂອງວັນທີ 10 ກໍລະກົດ 2020 ທີ່ໂຮງແຮມໂພນໄຊ ເພື່ອລະດົມຄວາມເຫັນວາງແຜນຈັດລາຍການທ່ອງທ່ຽວ 1 ວັນ 3 ປະເທດ ຄື: ລາວ, ໄທ ແລະ ຫວຽດນາມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ທອງອຸ້ຍ ຄຳແກ້ວ ປະທານສະມາຄົມທຸລະກິດທ່ອງທ່ຽວແຂວງສາລະວັນ ກ່າວວ່າ: ປັດຈຸບັນມີສະມາຊິກທັງໝົດ 94 ຫົວໜ່ວຍ, ໃນນັ້ນທຸລະກິດໂຮງແຮມ 7 ຫົວໜ່ວຍ, ທຸລະກິດເຮືອນພັກ 42 ຫົວໜ່ວຍ ແລະ ທຸລະກິດຮ້ານອາຫານ 45 ຫົວໜ່ວຍ, ໂຄງປະກອບການຈັດຕັ້ງທີ່ເປັນລະບົບ, ການແບ່ງວຽກ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ພ້ອມນັ້ນກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ແລະ ໄດ້ສຳເລັດການປຶກສາຫາລືຕົກລົງວາງແຜນສຳຫຼວດເສັ້ນທາງການທ່ອງທ່ຽວກັບຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ແຕ່ຈຸດປາກຕະພານ ແຂວງສາລະວັນ ຫາ ຊາຍແດນປະເທດຫວຽດນາມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນເພື່ອກະກຽມຄວາມພ້ອມໃນການຕ້ອນຮັບນັກທ່ອງທ່ຽວພາຍຫຼັງທີ່ເປີດປະເທດ, ຈັດຕັ້ງຄະນະກຳມະການເພື່ອເຂົ້າຮ່ວມການສຳຫຼວດແຫຼ່ງທ່ອງທ່ຽວພາຍໃນແຂວງສາລະວັນ ເພື່ອເຂົ້າຮ່ວມໂຄງການທ່ຽວໜຶ່ງວັນ 3 ປະເທດ ຄື: ລາວ, ໄທ ແລະຫວຽດນາມ ເພື່ອເປັນການຮັບຟັງຄຳເຫັນຈາກຜູ້ປະກອບການດ້ານການທ່ອງທ່ຽວຕ່າງໆ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ແລະ ບັນຫາອື່ນໆ.

[ ຮູບ – ຂ່າວ: ສິດຕາ ເພັດວົງສາ ]