6 ເດືອນຕົ້ນປີ ສະຫວັນນະເຂດເກັບລາຍຮັບໄດ້ 622 ຕື້ກວ່າກີບ

71

ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ຂອງແຂວງສະຫວັນນະເຂດ ໄດ້ 622,04 ຕື້ກີບ ເທົ່າກັບ 38,44% ຂອງແຜນການປີ, ດ້ານລາຍຈ່າຍ ປະຕິບັດໄດ້ 319,67 ຕື້ກີບ, ຄາດຄະເນລາຍຮັບຕາມຜົນກະທົບໂຄວິດ – 19 ແລະ ຜົນກະທົບອື່ນໝົດປີ 2020 ທົ່ວແຂວງຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 1.312 ຕື້ກີບ.

ເມື່ອບໍ່ດົນມານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນຈັດເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020.

ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຮັກສາການຫົວໜ້າພະແນກການເງິນແຂວງ ໄດ້ກ່າວວ່າ: 6 ເດືອນຕົ້ນປີ 2020 ນີ້, ການຈັດເກັບລາຍຮັບເຂົ້າງົບປະມານໄດ້ 622,04 ຕື້ກີບ ເທົ່າກັບ 38,44% ຂອງແຜນການປີ, ໃນນີ້ພູດສູນກາງ ປະຕິບັດໄດ້ 42,93% ຂອງແແຜນການປີ, ພູດທ້ອງຖິ່ນໄດ້ 33,43% ຂອງແຜນການປີ.

ດ້ານລາຍຈ່າຍ ປະຕິບັດໄດ້ 319,67 ຕື້ກີບ ເທົ່າກັບ 37,42% ຂອງແຜນການປີ ໂດຍການປະຕິບັດລາຍຈ່າຍແມ່ນສຸມໃສ່ການເບີກຈ່າຍເງິນເດືອນ ແລະ ເງິນອຸດໜູນເປັນບຸລິມະສິດທີໜຶ່ງ; ຄາດຄະເນລາຍຮັບຕາມຜົນກະທົບໂຄວິດ – 19 ແລະ ຜົນກະທົບອື່ນໝົດປີ 2020 ທົ່ວແຂວງສະຫວັນນະເຂດ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 1.312,08 ຕື້ກີບ ເທົ່າກັບ 81,09% ຂອງແຜນການ.

ໃນພິທີກໍໄດ້ມີການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 1093/ຈຂ.ສຂ ລົງວັນທີ 8/7/2020 ວ່າດ້ວຍການແຕ່ງຕັ້ງພະນັກງານ ໂດຍໄດ້ເຫັນດີແຕ່ງຕັ້ງ ທ່ານ ແສນສັກ ສຸລິສັກ ເປັນວ່າການຫົວໜ້າພະແນກການເງິນ ແຂວງຄົນໃໝ່.

ໂອກາດນີ້, ທ່ານ ສົມດີ ດວງດີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍທ່ານໄດ້ເນັ້ນໜັກໃຫ້ແຂວງສະຫວັນນະເຂດ ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ຕາມແຜນການທີ່ວາງໄວ້ ໂດຍສະເພາະໃຫ້ພ້ອມກັນສຸມໃສ່ການເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນທ້າຍປີ 2020 ໃຫ້ໄດ້ຕາມແຜນການສູ້ຊົນ ຫຼື ລື່ນນັ້ນຍິ່ງເປັນການດີ, ເອົາໃຈໃສ່ຂຸດຄົ້ນແຫຼ່ງລາຍຮັບໃໝ່ທີ່ເປັນພື້ນຖານຕາມທ່າແຮງຂອງທ້ອງຖິ່ນ.

ພ້ອມນີ້, ກໍເລັ່ງແກ້ໄຂຂອດຫຍຸ້ງຍາກທີ່ກະທົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານ ເປັນຕົ້ນການເກັບພາສີທີ່ດິນ ແລະ ຄ່າທຳນຽມທາງຜ່ານລະບົບທະນາຄານ ທີ່ເຫັນວ່າຜ່ານການຈັດຕັ້ງໃນໄລຍະຜ່ານມາແມ່ນພົບຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຮັບຜົນເທົ່າທີ່ຄວນ ໂດຍໃຫ້ພາກສ່ວນກ່ຽວຂ້ອງຕ້ອງໄດ້ສົມທົບກັບທະນາຄານ ເພື່ອຊອກຮູ້ສາເຫດທີ່ແທ້ຈິງຂອງບັນຫາ ແລະ ໃຫ້ພ້ອມກັນແກ້ໄຂຢ່າງຮີບດ່ວນ. ຈາກນີ້, ກໍໃຫ້ບ້ານຊ່ວຍໃນການຈັດເກັບ ລາຍຮັບທັງສອງຢ່າງນີ້ຊ່ວຍແຂວງຕື່ມອີກ ໂດຍໃຫ້ປະຕິບັດນະໂຍບາຍຕາມທີ່ໄດ້ຕົກລົງກັນ ແຕ່ສຳຄັນແມ່ນໃຫ້ແຂວງລົງຕິດຕາມ ແລະ ຊຸກຍູ້ເຂົາເຈົ້າຢ່າງຕໍ່ເນື່ອງ.