Monthly Archives: July, 2020

ເພງ ຄ່າດອງໂຄດແພງ ປ່ອຍອອກມາແລ້ວ 2 ມື້ຍອດວິວເກືອບ 1 ລ້ານ

ສໍາລັບເພງ ຄ່າດອງໂຄດແພງ ຈາກກຸ່ມສິລະປິນໜ້າໃໝ່ ຢູທູບເບີທີ່ມີຊື່ສຽງຂອງລາວ ຜູ້ມີໃຈຮັກສຽງດົນຕີ ເຊິ່ງເປັນເພງຕໍ່ເນື່ອງມາຈາກເພງ ຢາກເປັນລູກເຂີຍ ທີ່ຍອດວິວໃນຢູທູບສູງຫຼາຍ ໂດຍຍອດຫຼ້າສຸດວັນທີ 29 ມິຖຸນາ 2020 ຢູ່ທີ່ 31 ລ້ານກວ່າວິວແລ້ວ. ຫຼັງປ່ອຍເພງຕໍ່ເນື່ອງຈາກເພງນີ້ອອກມາ ກໍໄດ້ຮັບສຽງຕອບຮັບດີເຊັ່ນກັນ ໂດຍຍອດວິວເພງ ຄ່າດອງໂຄດແພງ ທີ່ປ່ອຍອອກມາພຽງ 3 ມື້ ຕອນນີ້ໄດ້ 1 ລ້ານກວ່າວິວແລ້ວ. ເພງ...

ລ້ຽງປາຂາຍຕະຫຼາດຍັງສົດໃສຄວາມຕ້ອງການຂອງສັງຄົມເພີ່ມຂຶ້ນ

ທຸລະກິດຄອບຄົວຖືເປັນຫົວໜ່ວຍພື້ນຖານທີ່ສຳຄັນໃນການພັດທະນາເສດຖະກິດໃຫ້ຍືນຍົງ. ສະນັ້ນ, ການພັດທະນາຄອບຄົວໃຫ້ມີຄວາມເຂັ້ມແຂງ ຈຶ່ງເປັນບາດກ້າວທີ່ສຳຄັນໃນການພັດທະນາປະເທດໃຫ້ມີຄວາມເຂັ້ມແຂງຍືນຍົງ. ມື້ນີ້ ຈະພາທ່ານໄປຮູ້ຈັກກັບຄອບຄົວຕົວແບບທີ່ຫັນມາເອົາດີທາງດ້ານກະສິກຳ ໂດຍສະເພາະແມ່ນລ້ຽງປາຂາຍ ຈົນກາຍເປັນທຸລະກິດຄອບຄົວທີ່ສ້າງລາຍຮັບໄດ້ດີສ້າງເສດຖະກິດຄອບຄົວຫຼຸດພົ້ນອອກຈາກ ຄວາມທຸກຍາກ. ທ່ານ ຄຳຕຸ້ຍ ພິມສະຫວັນ ປະຊາຊົນບ້ານໂພໄຊ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກ່ອນທີ່ຈະມາເຮັດທຸລະກິດລ້ຽງປາແບບຄອບຄົວນີ້ ແຕ່ກ່ອນແມ່ນເປັນຊ່າງຮັບເໝົາກໍ່ສ້າງ, ແຕ່ເຫັນວ່າວຽກດັ່ງກ່າວນັ້ນບໍ່ຄ່ອຍຖະໜັດປານໃດ? ຈຶ່ງຄິດຫັນເອົາທີ່ດິນທີ່ພໍ່ແມ່ໃຫ້ ຈຳນວນ 3 ເຮັກຕາ ມາລ້ຽງສັດ ໂດຍເລີ່ມຈາກການລ້ຽງປາ ໃນປີ...

ກິນນ້ຳຕານຢ່າງພໍດີທີ່ມາຈາກທຳມະຊາດ

ນ້ຳຕານທີ່ມີຢູ່ໃນອາຫານ ແລະ ເຄື່ອງດື່ມ ສາມາດແບ່ງອອກເປັນ 2 ສ່ວນ ຄື: ນ້ຳຕານທີ່ມາຈາກທຳມະຊາດ ແລະ ນ້ຳຕານທີ່ຕື່ມເພີ່ມ ສຳລັບຜູ້ທີ່ຈຳກັດການກິນນ້ຳຕານ ຕ້ອງຄວບຄຸມການໄດ້ຮັບນ້ຳຕານຢ່າງເໝາະສົມ, ການຫຼຸດ ຫຼື ຫຼີກລຽງການປຸງແຕ່ງເພີ່ມນ້ຳຕານໃນອາຫານ ແລະ ເຄື່ອງດື່ມ ຖືວ່າເປັນທາງເລືອກໜຶ່ງທີ່ຈະຊ່ວຍໃຫ້ການກິນນ້ຳຕານໃນປະລິມານທີ່ເໝາະສົມ ແລະ ມີຜົນດີຕໍ່ສຸຂະພາບໃນໄລຍະຍາວ. ນ້ຳຕານທີ່ມີຢູ່ຕາມທຳມະຊາດ ສາມາດພົບໄດ້ໃນເກືອບທຸກປະເພດອາຫານໃນຄາໂບໄຮເດຣດ ເຊັ່ນ: ເຂົ້າ, ແປ້ງ,...

ລົງກວດກາເສັ້ນທາງລຽບແຄມຂອງບ້ານມອມ-ຫ້ວຍໄຄ້ທາງບໍ່ແກ້ວ

ໂຄງການຊ່ວຍເຫຼຶອກໍ່ສ້າງເສັ້ນທາງລຽບແຄມແມ່ນໍ້າຂອງແຕ່ບ້ານມອມ - ບ້ານຫ້ວຍໄຄ້ ເປັນໂຄງການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ, ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດທາງລົດໄຟທີ 17 ສປ ຈີນ ຈໍາກັດ ເຊີ່ງເປັນເສັ້ນທາງຍຸດທະສາດໃນການຂົນສົ່ງສິນຄ້າໄປ - ມາຂອງປະຊາຊົນບັນດາບ້ານ - ບ້ານ, ເມືອງຕົ້ນເຜິ້ງ - ເມືອງເມິງ ແລະ ແຂວງບໍ່ແກ້ວ - ແຂວງຫຼວງນໍ້າທາ ໃຫ້ມີຄວາມສະດວກປອດໄພ...

ນ້ຳຖ້ວມອິນເດຍ ອົບພະຍົບປະຊາຊົນນັບລ້ານຄົນ

ສຳນັກຂ່າວຣອຍເຕີ ລາຍງານໂດຍອ້າງຂໍ້ມູນຈາກທາງການອິນເດຍ ເປີດເຜີຍວ່າ: ເກີດຝົນຕົກໜັກຫຼາຍວັນຕິດຕໍ່ກັນ ເຮັດໃຫ້ນ້ຳຖ້ວມລັດອັດສໍາ ທາງທິດຕາເວັນອອກສ່ຽງເໜືອຂອງອິນເດຍ ປະຊາຊົນນັບລ້ານຄົນຕ້ອງອົບພະຍົບໜີນ້ຳ ພ້ອມເຕືອນໄພເປັນໄລຍະເກືອບທຸກຊົ່ວໂມງ. ລາຍງານລະບຸວ່າ: ແມ່ນນ້ຳພົມບຸດ ເປັນແມ່ນ້ຳທີ່ໃຫຍ່ຂອງໂລກອີກສາຍໜຶ່ງ ເຊິ່ງໄຫຼຈາກຕີເບດ ລົງສູ່ອິນເດຍ ແລະ ບັງ ກລາເທດ ນ້ຳໄດ້ລົ້ນຕາຝັ່ງແລ້ວໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນໃນລັດອັດສໍາ ກວ່າ 2.000 ບ້ານ ໃນທ້າຍອາທິດຜ່ານມາ ຈົນເຖິງວັນຈັນ 29 ມິຖຸນາຜ່ານມາ ກໍຍັງມີຝົນຕົກໜັກຕໍ່ເນື່ອງ. ຖະແຫຼງການຂອງລັດຖະບານອິນເດຍ...

ໂຄວິດ ກະທົບໜັກບໍລິສັດສົ່ງອອກຊາຊິນຈີງເສຍຫາຍບໍ່ຕ່ຳກວ່າ 50 ລ້ານ

ຜົນກະທົບຈາກໂຄວິດກະທົບກັນທົ່ວໜ້າ ໃຜກໍ່ວ່າຜູ້ນັ້ນໜັກ ແຕ່ທີ່ໜັກສຸດແມ່ນບັນດາບໍລິສັດທີ່ໄດ້ກູ້ໜີ້ຢືມສິນມາເຮັດແລ້ວຢູ່ບໍຢູ່ແຕ່ລະປະເທດປິດດ່ານເຮັດຫຍັງບໍໄດ້ ສິນຄ້າເສຍຫາຍອີກທາງໜຶ່ງ ໜີສິນກໍ່ຕ້ອງໃຊ້ ເຊິ່ງບໍລິສັດຊາຊີນຈີງກໍ່ແມ່ນໜຶ່ງໃນຫຼາຍບໍລິສັດທີ່ໄດ້ຮັບຜົນກະທົບຈາກໂຄວິດ ເຮັດໃຫ້ສົ່ງອອກສິນຄ້າບໍໄດ້ ສ້າງຄວາມເສຍຫາຍບໍ່ຕ່ຳກວ່າ 50 ລ້ານກີບ. ທ່ານ ແຊວເຈິນ ອໍານວຍການບໍລິສັດຊາຊິນຈິງ ຈໍາກັດ ໄດ້ໃຫ້ຮູ້ໃນວັນທີ 24 ມິຖຸນາ 2020ວ່າ: ການລະບາດເຊື້ອພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບເຖິງການສົ່ງອອກຊາ ຂອງບໍລິສັດຊາຊິນຈິງ ເປັນຈໍານວນຫຼາຍພໍສົມຄວນ, ຊາບາງຈໍານວນຄ້າງສາງ ຍ້ອນບໍ່ໄດ້ສົງອອກ ແລະ...

ໄຊຍະບູລີ ນໍາໃຊ້ TaxRis ແລະ EasyTax ເຂົ້າໃນການແຈ້ງ – ການມອບພັນທະອາກອນປະເພດຕ່າງໆ

ພະແນກການເງິນແຂວງໄຊຍະບູລີ ໄດ້ຈັດກອງປະຊຸມກ່ຽວກັບການແຈ້ງ - ການມອບພັນທະອາກອນປະເພດຕ່າງໆ ຜ່ານລະບົບທະນາຄານ TaxRis ແລະ EasyTax ຂຶ້ນໃນທ້າຍເດືອນຜ່ານມາເຂົ້າຮ່ວມມີ ທ່ານ ຄໍາບູ່ ທອງວັນນາ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນປະຈໍາແຂວງ, ມີນັກທຸລະກິດ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນເສັງ ວົງສະນິດ ໄດ້ກ່າວວ່າ: ປີ 2019...

ກາເຟສົດທ່າແຕງ ປະກາດເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ

ກຸ່ມຜະລິດ ແລະ ປຸງແຕ່ງກາເຟສົດ ບ້ານຫ້ວຍຊາຍ ເມືອງທ່າແຕງ ແຂວງເຊກອງ ໄດ້ຕິດສະຫຼາກເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໂອດ໋ອບ ( ODOP ) ເຊິ່ງພິທີຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນຂອງເມືອງ ໂດຍມີ ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງທ່າແຕງ, ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ມີຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ...

9 ບ້ານ ເມືອງບົວລະພາ ຖືກຮັບຮອງເປັນບ້ານວັດທະນະທຳ

ເມືອງບົວລະພາ ໄດ້ຈັດພິທີປະກາດຮັບຮອງເອົາ 9 ບ້ານ ຄື: ບ້ານໜອງໜ່ຽວ, ບ້ານນ້ຳອອກຮູ, ບ້ານວັງເງືອກ, ບ້ານປ່າກ້ວຍ, ບ້ານລ້າຍ, ບ້ານມຸກ, ບ້ານຜາຂຽດ, ບ້ານຫ້ວຍທ່າ ແລະ ບ້ານນາພຽງລ້ານ ເປັນບ້ານວັດທະນະທຳໃໝ່ຂອງເມືອງ. ພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ກຸ່ມບ້ານນາສະລອນ ໂດຍ ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ, ທ່ານ ແສງມະນີ ສີລາເພັດ...

ປູກໝາກນັດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ

ການສ້າງລາຍຮັບເຂົ້າຄອບຄົວ ບໍ່ວ່າຈະດ້ວຍວິທີໃດກໍຕາມ ລ້ວນແລ້ວແຕ່ເປັນຊ່ອງທາງທີ່ດີສຳລັບທຸກໆຄົນໃນສັງຄົມ ຫາກກິດຈະການທີ່ກຳລັງດຳເນີນຢູ່ນັ້ນບໍ່ຂັດຕໍ່ລະບຽບກົດໝາຍຂອງບ້ານເມືອງ, ທຳມາຫາກິນດ້ວຍຄວາມສຸດຈະລິດ - ທ່ຽງທຳ ບວກກັບຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ປະຢັດ ແລະ ອົດທົນ ບໍ່ວ່າເຮົາຈະປະກອບອາຊີບໃດໆ ກໍຈະມີ ຄວາມກ້າວໜ້າ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງແນ່ນອນ. ຄອບຄົວຂອງ ທ່ານ ປາວຕູ້ເຮີ່ ເຍ່ຍຈື້ ຮອງນາຍບ້ານພູງູ, ເມືອງຮົ່ມ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກໝາກນັດຂາຍເປັນສິນຄ້າ...
- Advertisment -
Slide
Slide

Most Read

error: Content is protected !!