ຮູ້ຈັກ! ກຽງທະວີສັກ ຜູ້ຍິງປະຕູຕີສະເໝີແຊັມເກົ່າ ນັດເປີດສາກລາວລີກ 1

199

ລາວໂຕໂຢຕ້າ ເອັຟຊີ ພາດໂອກາດເກັບ3 ຄະແນນໃນນັດເປີດສາກການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2020 ໃນທ້າຍອາທິດທີ່ຜ່ານມາ. ຫຼັງຈາກຍັງເຫຼືອພຽງ 2 ນາທີກໍຈະຈົບການແຂ່ງຂັນ ຖືກກຽງທະວີສັກ ໄຊຊະນະປັນຍາ ກອງໜ້າຂອງ ມາສເຕີ 7 ເອັຟຊີ ຍິງປະຕູຕີສະເໝີ 1-1.

ມື້ນີ້ທາງທີມງານໜັງສືພິມເສດຖະກິດ-ການຄ້າຂອງພວກເຮົາ ຈະພາໄປຮູ້ຈັກກັບ ກຽງທະວີສັກ ທີ່ຫຼິ້ນຢ່າງໂດດເດັ່ນໃຫ້ ມາສເຕີ 7 ເອັຟຊີ ເຊິ່ງໄດ້ໂອກາດຍິງ 2 ຄັ້ງແບບຈະໆປ່ຽນເປັນ1 ປະຕູໃນນາທີໆ 93 ( ຕໍ່ເວລາ 5 ນາທີໆ ) ຊ່ວຍໃຫ້ ມາສເຕີ 7 ເອັຟຊີ ສະເໝີ ລາວໂຕໂຢຕ້າ ເອັຟຊີ 1-1.ສ່ວນອີກ1 ຄັ້ງຍິງໃນເຄິ່ງເວລາທຳອິດ ໄລຍະ 20 ກວ່າແມັດບານຕໍາຄານຕົກພື້ນຈາກພາບຊ້າເຫັນວ່າຂ້າມເສັ້ນປະຕູໄປແລ້ວ ແຕ່ກໍາມະການກາງນຳບໍ່ທັນ ບໍ່ເປົ່າໃຫ້ເປັນປະຕູ.

ກຽງທະວີສັກ ເລົ່າວ່າ: ເລີ່ມຫຼິ້ນບານເຕະຕັ້ງແຕ່ອາຍຸ 10 ປີ ເລີ່ມຈາກການເປັນນັກເຕະເຍົາວະຊົນຂອງທີມ ມຊ ຫຼັງຈາກນັ້ນທີມກໍຢຸດຊ້ອມ ແລະ ໄດ້ພັກໄປໄລຍະໜຶ່ງ. ສ່ວນເສັ້ນທາງການກ້າວສູ່ນັກເຕະສະໂມສອນຊຸດໃຫຍ່ ກໍເລີ່ມຈາກລຸ້ນອ້າຍຈາກ ປກສ ເອັຟຊີ ເອີ້ນໂຕໄປຝຶກຊ້ອມນຳ ແລະ ໄດ້ເຂົ້າຮ່ວມຄັດເລືອກ ກ່ອນຈະສາມາດຕິດທີມຊຸດລາວລີກ ກັບ ປກສ ເອັຟຊີ ໃນປີ 2015 ແລະ ຫຼິ້ນໃຫ້ກັບ ປກສ ເອັຟຊີ ຈົນເຖິງປີ 2018 ຫຼັງໝົດສັນຍາໃນປີ 2019 ໄດ້ຍ້າຍຮ່ວມກັບ ຊ້າງນ້ອຍ ເອັຟຊີ.

“ ຫຼັງໝົດສັນຍາກັບ ຊ້າງນ້ອຍ ເອັຟຊີ ນ້ອງກໍຍ້າຍມາຫຼິ້ນໃຫ້ກັບ ມາສເຕີ 7 ເອັຟຊີ ໃນລາວລີກ 1 ລະດູການ 2020 ໂດຍລົງສະໜາມນັດທໍາອິດໃຫ້ກັບທີມໃນທ້າຍອາທິດ ທີ່ຜ່ານມາ ກໍສາມາດຍິງປະຕູທໍາອິດໃຫ້ກັບ ມາສເຕີ 7 ເອັຟຊີ ຕາມຕີສະເໝີ ລາວໂຕໂຢຕ້າ ເອັຟຊີ. ແນ່ນອນນັດດັ່ງກ່າວກໍພໍໃຈໃນຜົນງານ ເພາະທຸກຄົນໃນທີມສາມາດຫຼິ້ນຕາມຮູບເກມ ແລະ ເຕັກນິກຕ່າງໆຂອງຄູຝຶກວາງໄວ້ໄດ້ດີ ພ້ອມນັ້ນປະຕູດັ່ງກ່າວຈະສ້າງຄວາມໝັ້ນໃຈໃຫ້ກັບຕົວເອງ ແລະ ນັດຕໍ່ໄປຂອງພວກເຮົາ ເຊິ່ງ ທຸກໆນັດທີ່ລົງແຂ່ງຂັນພວກເຮົາຈະທຸ່ມເທຄືກັບນັດຊີງຊະນະເລີດ ” ກຽງທະວີສັກ ກ່າວ.

ກຽງທະວີສັກ ໄຊຊະນະປັນຍາ ເກີດວັນທີ 14 ມີນາ 1999 ທີ່ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ປະຈຸບັນຢູ່ບ້ານໄຊສົມບູນ ( ຫຼັກ 21 ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືວ່າເປັນນັກເຕະທີ່ມີປະສົບການ ແລະ ປະສົບຜົນສໍາເລັດກັບ ປກສ ເອັຟຊີ ນັບຕັ້ງແຕ່ປີ 2015 – 2018, ຕ້ອງຕິດຕາມກັນວ່າ ການມາຢູ່ກັບ ມາສເຕີ 7 ເອັຟຊີ ຈະໂດດເດັ່ນສໍາໃດ ເພາະນັດທໍາອິດຍິງປະຕູສໍາຄັນໄດ້ແລ້ວ.

ສ່ວນຜົນງານໃນທີມຊາດ ເລີ່ມຈາກການຕິດທີມ ຢູ 18 ລາວ ໄປແຂ່ງຂັນລາຍການຊີງແຊັມອາຊີທີ່ມຽນມາ, ຕິດ ຢູ 19 ໄປແຂ່ງຂັນລາຍການຊີງແຊັມອາຊີ ຢູ 19 ທີ່ອິນໂດເນເຊຍ, ຕິດທີມຊາດຊຸດໃຫຍ່ ໄປແຂ່ງຂັນລາຍການອຸ່ນເຄື່ອງ ( FIFA DAY ), ຕິດທີມຊາດ ຢູ 23 ໄປແຂ່ງຂັນ ເອຊຽນເກມ ທີ່ອິນໂດເນເຊຍ ແລະ ຊີເກມ ທີ່ປະເທດມາເລເຊຍ ໃນປີ 2019. ນອກນັ້ນ ກໍຍັງຕິດທີມຊາດຊຸດໃຫຍ່ໄປແຂ່ງຂັນລາຍການທີ່ບັງກະລາເທດ ໃນປີ 2019 ແລະ ເຄີຍໄດ້ໄປເກັບຕົວກັບທີມຊາດລາວ ທີ່ປະເທດແອັດສະປາຍນຳອີກ.
(ເບິ່ງຄລິບການຍິງປະຕູໄດ້ລຸ່ມນີ້).

ຂອບໃຈຮູບຈາກ: Lao Premier League ແລະ ທ້າວ ລີໂອ ກຽງທະວີສັກ