ມາເລເຊຍ – ສິງກະໂປ ກຽມຜ່ອນຜັນຂໍ້ຈຳກັດການເດີນທາງຜ່ານແດນ

148

ມາເລເຊຍ ແລະ ສິງກະໂປ ເຫັນດີອະນຸຍາດໃຫ້ນັກທຸລະກິດ ແລະ ປະຊາຊົນຜູ້ທີ່ມີ ຄວາມຈຳເປັນເດີນທາງຜ່ານແດນລະຫວ່າງສອງປະເທດ ໄດ້ ນັບແຕ່ວັນທີ 10 ສິງຫາເປັນຕົ້ນໄປ.

ຖະແຫຼງການຂອງລັດຖະມົນຕີ ກະຊວງການຕ່າງປະເທດຂອງມາເລເຊຍ ແລະ ສິງກະໂປ ລະບຸວ່າ: ຊ່ອງທາງດ່ວນເພື່ອການແລກປ່ຽນ ( RGL ) ແລະ ຂໍ້ຕົກລົງການເດີນທາງແບບອາໄສຢູ່ໄລຍະຍາວ ( PCA ) ເປັນສອງແຜນທີ່ຕົກລົງກັນໄວ້ ເພື່ອຕອບສະໜອງຄວາມຕ້ອງການຂອງ ປະຊາຊົນຜູ້ທີ່ຕ້ອງການເດີນທາງໄປຍັງມາເລເຊຍ ແລະ ສິງກະໂປ.

ສຳລັບຊ່ອງທາງດ່ວນຈະຊ່ວຍໃຫ້ປະຊາຊົນສາມາດເດີນທາງຜ່ານແດນ ເພື່ອຈຸດປະສົງທາງການ ແລະ ທາງທຸລະກິດທີ່ຈຳເປັນພາຍໃຕ້ເງື່ອນໄຂຫຼາຍປະການ ເຊິ່ງລວມເຖິງການຍື່ນເອກະສານ ແລະ ປະຕິບັດລະບຽບການໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19. ໃນນັ້ນ, ຈະລວມເຖິງການກວດຫາເຊື້ອໂຄວິດແບບ CPR.

ສ່ວນຂໍ້ຕົກລົງອະນຸຍາດໃຫ້ປະຊາຊົນ ລວມທັງຜູ້ອາໄສຢູ່ສິງກະໂປ ແລະ ມາເລເຊຍ ທີ່ຖືໃບອະນຸຍາດໃຫ້ເຂົ້າປະເທດເພື່ອເຮັດທຸລະກິດ ແລະ ເຮັດວຽກ ຫຼື ອອກແຮງງານໄລຍະຍາວ ໂດຍເຮັດວຽກໄລຍະເວລາຢ່າງໜ້ອຍ 3 ເດືອນແລ້ວ, ພວກເຂົາສາມາດກັບຄືນປະເທດໃນໄລຍະເວລາສັ້ນໆ ( ມາຢາມຄອບຄົວ) ກ່ອນຈະເດີນທາງກັບເພື່ອເຮັດວຽກຕໍ່ຢ່າງໜ້ອຍ 3 ເດືອນອີກ ຈຶ່ງສາມາດເດີນທາງກັບຄືນປະເທດໄດ້ອີກ.
ຖະແຫຼງການຍັງລະບຸອີກວ່າ: ທັງສອງປະເທດເຫັນດີຈະໃຫ້ປະຊາຊົນເດີນທາງຜ່ານແດນ ເຊິ່ງລວມເຖິງການເດີນທາງຜ່ານແດນ ເພື່ອໄປເຮັດວຽກ ຫຼື ອອກແຮງງານແບບ ໄປ – ກັບໃນມື້ດຽວ.

ທັງນີ້, ກ່ອນເກີດການລະບາດຂອງພະຍາດໂຄວິດ – 19 ປະຊາຊົນທັງສອງປະເທດໄດ້ເດີນທາງເຂົ້າ – ອອກຫຼາຍແສນຄົນຕໍ່ມື້, ຂະນະທີ່ການເດີນທາງທາງອາກາດລະຫວ່າງ ສິງກະໂປ – ນະຄອນກົວລາລຳເປີ – ສິງກະໂປ ຖືເປັນໜຶ່ງໃນເສັ້ນທາງທີ່ຄຶກຄັກທີ່ສຸດໃນໂລກ.